ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າ ປກສ ເມືອງໄຊທານີ ມ້າງຄະດີຂົນສົ່ງຢາເສບຕິດ ປະເພດຢາບ້າ 10.478.000 ເມັດ, ຢາເຮໂຣອິນ 6,5 ກິໂລກຣາມ ແລະ ຢາໄອສ໌ 1.235 ກິໂລກຣາມ

ໂດຍ Pele
· 5 ເດືອນ ກ່ອນອ່ານ 2 ນາທີ74 ຄັ້ງ
ເຈົ້າໜ້າ ປກສ ເມືອງໄຊທານີ ມ້າງຄະດີຂົນສົ່ງຢາເສບຕິດ ປະເພດຢາບ້າ 10.478.000 ເມັດ, ຢາເຮໂຣອິນ 6,5 ກິໂລກຣາມ ແລະ ຢາໄອສ໌ 1.235 ກິໂລກຣາມ
ADadvertisement
ADadvertisement
ADadvertisement

+ໃນເວລາ 2:00 ໂມງ ຂອງວັນທີ 6 ມີຖຸນາ 2026, ເຈົ້າໜ້າທີ່ ປກສ ສະຖານີແກ້ໄຂສຸກເສີນ ສະພັງເມິກ (1191) ກອງບັນຊາການ ປກສ ເມືອງໄຊທານີ ໄດ້ເຄືື່ອນໄຫວຕິດຕາມເປົ້າໝາຍຂົນສົ່ງຢາເສບຕິດ, ຕົກມາຮອດເວລາ 5:00 ໂມງ ພົບເຫັນລົດໃຫຍ່ທີ່ມີທ່າທາງພິລຸດ 2 ຄັນຄື: ລົດໃຫຍ່ປະເພດລົດຈິບ ຍີ່ຫໍ້ TOYOTA ລຸ້ນ LEXUS ສີຂາວ ໝາຍເລກທະບຽນ ຂກ 9111 ນະຄອນຫຼວງວຽງຈັນ ແລະ ລົດກະບະຍີ່ຫໍ້ TOYOTA ລຸ້ນ REVO ສີຂາວ ໝາຍເລກທະບຽນ ກຄ 0163 ຄໍາມ່ວນ.

ເຈົ້າໜ້າ ປກສ ເມືອງໄຊທານີ ມ້າງຄະດີຂົນສົ່ງຢາເສບຕິດ ປະເພດຢາບ້າ 10.478.000 ເມັດ, ຢາເຮໂຣອິນ 6,5 ກິໂລກຣາມ ແລະ ຢາໄອສ໌ 1.235 ກິໂລກຣາມ

ເຈົ້າໜ້າທີ່ຈຶ່ງເຂົ້າໄປສະແດງຕົວ ເພື່ອກວດຄົ້ນ ແລະສາມາດກັກຕົວຜູ້ຖືກຫາ 2 ຄົນຄື:

1. ທ້າວ ສົມໝາຍ ກັນຍາ ອາຍຸ 38 ປີ, ອາຊີບກຳມະກອນ, ເກີດທີ່ບ້ານ ລາດຫານ ເມືອງງາ ແຂວງອຸດົມໄຊ ປັດຈຸບັນພັກເຊົາຢູ່ບ້ານ ສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ADadvertisement
ADadvertisement
ADadvertisement

2. ທ້າວ ບຸນຫຼາຍ ກິ່ງປະເສີດ ຫຼື ແຫຼມ ອາຍຸ 40 ປີ, ເກີດຢູ່ບ້ານພ່ອງພອງ ເມືອງອຸທຸມພອນ ແຂວງຈໍາປາສັກ ປັດຈຸບັນຢູ່ບ້ານໄຊມຸງຄຸນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ກວດຄົ້ນລົດພົບຂອງກາງຢາເສບຕິດ ປະເພດຢາບ້າ 7 ເປົ່າ ມີ 1.400 ມັດ ເທົ່າກັບ 2.800.000 ເມັດ ແລ້ວສົ່ງໃຫ້ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ເມືອງໄຊທານີ ພ້ອມທັງສອບສວນເພື່ອຂະຫຍາຍຜົນ.

+ໃນວັນດຽວກັນ, ເຈົ້າໜ້າທີ່ ໄດ້ສືບຕໍ່ລົງແກ້ໄຂເປົ້າໝາຍລວມມີ 3 ຈຸດຄື:

ເຈົ້າໜ້າ ປກສ ເມືອງໄຊທານີ ມ້າງຄະດີຂົນສົ່ງຢາເສບຕິດ ປະເພດຢາບ້າ 10.478.000 ເມັດ, ຢາເຮໂຣອິນ 6,5 ກິໂລກຣາມ ແລະ ຢາໄອສ໌ 1.235 ກິໂລກຣາມ · ຮູບທີ 2

ຈຸດທີ 1. ສົມທົບເຈົ້າໜ້າທີ່ ປກສ ກຸ່ມດົງບັງ ແລະ ການຈັດຕັ້ງບ້ານ ໂພນຕ້ອງ ເມືອງໄຊທານີ ສາມາດກັກຜູ້ຖືກສົງໄສ 3 ຄົນ, ຍິງ 2 ຄົນ ພ້ອມຂອງການຢາເສບຕິດ ປະເພດຢາບ້າ 6.478.000 ເມັດ, ຢາໄອສ໌ 1.235 ກິໂລກຣາມ, ເຮໂຣອິນ 6,5 ກິໂລກຣາມ ແລະເງິນ 22,300,000 ກີບ ແລະ 100 ບາດ.

ຈຸດທີ 2. ສົມທົບກັບພະແນກເສບຕິດ ປກສ ນະຄອນຫຼວງວຽງຈັນ, ປກສ ກຸ່ມສາລາຄໍາ ແລະ ການຈັດຕັ້ງບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ກວດຄົ້ນເຮືອນ ພົບລົດໃຫຍ່ 1 ຄັນ ແລະລົດຈັກ 6 ຄັນ.

ຈຸດທີ 3. ໄດ້ສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມສີເກີດ ແລະການຈັດຕັ້ງບ້ານໄຊມຸງຄຸນ ເມືອງນາຊາຍທອງ ກວດຄົ້ນເຮືອນພົບເຫັນຢາບ້າ 1.200.000 ເມັດ, ລົດຈັກ 1 ຄັນ ແລະເງິນ 3,000,000 ກີບ.

+ຜ່ານການລົງແກ້ໄຂເປົ້າໝາຍຂົນສົ່ງຢາເສບຕິດ ໃນຄັ້ງນີ້ ສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 5 ຄົນ, ຍິງ 2 ຄົນ ພ້ອມເຄື່ອງຕິດຕົວ ແລະເຄື່ອງຂອງກາງຄື: ຢາເສບຕິດ ປະເພດຢາບ້າ 10.478.000 ເມັດ, ເຮໂຣອິນ 6,5 ກິໂລກຣາມ, ຢາໄອສ໌ 1.235 ກິໂລກຣາມ, ລົດໃຫຍ່ 3 ຄັນ, ລົດຈັກ 7 ຄັນ, ເງິນ 25,300,000 ກີບ. ໂທລະສັບ 6 ໜ່ວຍ.

+ຕໍ່ກັບຄະດີດັ່ງກ່າວ ຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະເພື່ອຂະຫຍາຍຜົນຫາກຸ່ມແກ້ງ, ຫົວໂປ່ໂຕການ ແລະຜູ້ຮ່ວນຂະບວນການມາລົງໂທດຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.

ຂ່າວ: ປກສ ເມືອງໄຊທານີ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 74 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່