ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມຊຸກຍູ້ ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 2E ແລະ2W ທີ່ແຂວງອຸດົມໄຊ

ໂດຍ Pele
· 5 ເດືອນ ກ່ອນອ່ານ 2 ນາທີ60 ຄັ້ງ
ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມຊຸກຍູ້ ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 2E ແລະ2W ທີ່ແຂວງອຸດົມໄຊ
ADadvertisement
ADadvertisement
ADadvertisement

ວັນທີ 21 ມິຖຸນາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະໄດ້ລົງຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ 2E (ແຕ່ເມືອງໄຊ ແຂວງ ອຸດົມໄຊ ຫາ ເມືອງຂວາ ແຂວງຜົ້ງສາລີ ມີລວງຍາວທັງໝົດ 99.05 ກມ) ແລະ ເສັ້ນທາງ ຫຼວງແຫ່ງຊາດ 2W (ເມືອງໄຊ ຫາເມືອງປາກແບງ ລວງຍາວ 136 ກມ) ໂດຍມີ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊ, ທ່ານ ພິໄລທອງ ຈິດມະນີ ຮອງປ-ະທານຄະນະກຳມະການປົກຄອງແຂວງ, ທ່ານ ສົມພາວັນ ສຸດຈະລິດ ຫົວໜ້າພະແນກ ຍທຂ ແຂວງ ແລະ ຫົວໜ້າໂຄງການເຂົ້າຮ່ວມ.

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມຊຸກຍູ້ ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 2E ແລະ2W ທີ່ແຂວງອຸດົມໄຊ

ໂຄງການກໍ່ສ້າງ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ 2E ແລະ 2W ມາດຕະຖານທາງອາຊຽນຊັ້ນ III, ໜ້າທາງປູ ອັດສະຟານ ໜາ 8 ຊັງຕີແມັດ, ໜ້າທາງກວ້າງ 7-9 ແມັດ, ສາມາດຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ.

ການເຄື່ອນໄຫວ ຄັ້ງນີ້ໄດ້ລົງ ຕິດຕາມເບິ່ງຈຸດທີ່ໂຄງການ ກໍ່ສ້າງສໍາເລັດແລ້ວ ແລະ ຈຸດທີ່ກໍາລັງກໍ່ສ້າງ ເພື່ອຊຸກຍູ້ຕິດຕາມໂຄງການໃຫ້ສາມາດຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບ ແລະ ປະສິດທີ່ຜົນ ເພື່ອໃຫ້ໂຄງການສໍາເລັດຕາມລະດັບຄາດໝາຍ.

ADadvertisement
ADadvertisement
ADadvertisement

ສໍາລັບໂຄງການກໍ່ສ້າງ ແລະ ບູລະນະຮັກສາທາງຫຼວງ ແຫ່ງຊາດ 2W ເຊິ່ງແບ່ງເປັນ 3 ສັນຍາ.

ໃນນັ້ນ ສັນຍາ 1 ເລີ່ມແຕ່ ກມ 00+000- ກມ 68+400 ຄວາມຄືບໜ້າ ປະຕິບັດໄດ້ 33%; ສັນຍາທີ 2 ເລີ່ມແຕ່ ກມ 68+400 – 121 ຄວາມຄືບໜ້າປະຕິບັດໄດ້ 23.30% ແລະ ສັນຍາ 3 ຄວາມຄືບໜ້າ 4%.

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມຊຸກຍູ້ ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 2E ແລະ2W ທີ່ແຂວງອຸດົມໄຊ · ຮູບທີ 2

ສໍາລັບ ໂຄງການ ກໍ່ສ້າງ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ 2E ເຊິ່ງແບ່ງເປັນ 3 ສັນຍາ ໃນນັ້ນແຕ່ລະສັນຍາມີຄວາມຄືບຫນ້າຄື: ສັນຍາ 1 ປະຕິບັດໄດ້ 8.6%, ສັນຍາ 2 ປະຕິບັດໄດ້ 3.15% ແລະ ສັນຍາທີ3 ການຈັດຕັ້ງປະຕິບັດ ກໍາລັງຢູ່ໃນຂັ້ນຕອນ ສໍາຫຼວດອອກແບບ.

ສໍາລັບສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດຂອງໂຄງການແມ່ນ ລະດູຝົນບໍ່ປົກກະຕິ, ວຽກການຍົກຍ້າຍເສົາໄຟຟ້າ, ການເໜັງຕິງຂອງລາຄານໍ້າມັນ ແລະ ອັດຕາເງິນເຟີ້ ກະທົບຕໍ່ລາຄາວັດສະດຸອຸປະກອນທີ່ມາຮັບໃຊ້ໃນການກໍ່ສ້າງເສັ້ນທາງ, ແລະ ຂາດແຄນແຮງງານທີ່ມີທັກສະ ແລະ ອື່ນໆ.

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມຊຸກຍູ້ ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 2E ແລະ2W ທີ່ແຂວງອຸດົມໄຊ · ຮູບທີ 3

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດໂຄງການ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ຫຼາຍບັນຫາ ໂດຍສະເພາະແມ່ນ ການຄຸ້ມຄອງການກໍ່ສ້າງໃຫ້ໄດ້ມາດຕະຖານເຕັກນິກ, ການຕິດປ້າຍເຕື່ອນ, ໃຫ້ສຸມໃສ່ນໍາໃຊ້ກົນຈັກທັນສະໄໝ, ການແກ້ໄຂສິ່ງກີດຂວາງ, ການອອກແບບ ຄຸ້ມຄອງຜັງເມືອງ, ກົນໄກການປະສານງານໃນການຈັດຕັ້ງປະຕິບັດ, ການສະເໜີຂອງພໍ່ແມ່ປະຊາຊົນ ໃນການດັດແກ້ແບບ ບາງຈຸດ, ທັງນີ້ ເພື່ອເຮັດໃຫ້ໂຄງການ ມີຜົນສໍາເລັດຕາມລະດັບຄາດໝາຍ, ມີຄວາມໝັ້ນຄົງ ແລະ ນໍາໃຊ້ໄດ້ຍາວນານ.

ໃນໂອກາດດັ່ງກ່າວຄະນະທ່ານ ລັດຖະມົນຕີ ຍັງໄດ້ລົງຕິດຕາມ ການປະກອບສ່ວນທຶນຮອນຂອງສັງຄົມ, ພໍ່ແມ່ປະຊາຊົນ ໃນການເທຄອນກຣີດທາງຮ່ອມ ໃນເທດສະບານເມືອງໄຊ ແຂວງ ອຸດົມໄຊ ຕື່ມອີກ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 60 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່