ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະເທດຝຣັ່ງ ປະສົບກັບກາງຄືນທີ່ຮ້ອນທີ່ສຸດໃນຮອບເກືອບ 80 ປີ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ60 ຄັ້ງ
ປະເທດຝຣັ່ງ ປະສົບກັບກາງຄືນທີ່ຮ້ອນທີ່ສຸດໃນຮອບເກືອບ 80 ປີ
ADadvertisement
ADadvertisement
ADadvertisement
ປະເທດຝຣັ່ງ ປະສົບກັບກາງຄືນທີ່ຮ້ອນທີ່ສຸດໃນຮອບເກືອບ 80 ປີ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 23 ມິຖຸນາ ຜ່ານມາວ່າ: ຫ້ອງການອຸຕຸນິຍົມວິທະຍາແຫ່ງຊາດຂອງຝຣັ່ງ (Meteo-France) ໄດ້ລາຍງານວ່າ, ຝຣັ່ງໄດ້ປະສົບກັບກາງຄືນທີ່ຮ້ອນທີ່ສຸດແບບບໍ່ເຄີຍມີມາກ່ອນ.

ໃນຕອນກາງຄືນວັນທີ 22 ຫາ ຕອນເຊົ້າ ວັນທີ 23 ມິຖຸນາຜ່ານມາ ເຊິ່ງຮ້ອນທີ່ສຸດນັບຕັ້ງແຕ່ເລີ່ມມີການບັນທຶກສະຖິຕິອຸຕຸນິຍົມວິທະຍາແຫ່ງຊາດໃນປີ 1947. ໂດຍດັດຊະນີອຸນຫະພູມສະເລ່ຍໃນຕອນກາງຄືນທົ່ວປະເທດ ເຊິ່ງຄິດໄລ່ຈາກຂໍ້ມູນຂອງສະຖານີອຸຕຸນິຍົມວິທະຍາ 30 ແຫ່ງ ທົ່ວປະເທດ, ສູງເຖິງ 21.6 ອົງສາ.

ບົດລາຍງານຊີ້ໃຫ້ເຫັນວ່າ: 54 ແຂວງໃນແຜ່ນດິນຂອງຝຣັ່ງຢູ່ພາຍໃຕ້ການແຈ້ງເຕືອນສີແດງ ຊຶ່ງເປັນລະດັບເຕືອນໄພຂັ້ນສູງສຸດ ໃນວັນທີ 23 ມິຖຸນາ ຜ່ານມາ, ໃນຂະນະທີ່ອີກ 35 ແຂວງຢູ່ພາຍໃຕ້ການແຈ້ງເຕືອນສີສົ້ມ.

ADadvertisement
ADadvertisement
ADadvertisement

ທ່ານ ເຊບາສຕຽນ ເລຄອນນູ ນາຍົກລັດຖະມົນຕີຝຣັ່ງ ໄດ້ເປີດເຜີຍໃນວັນທີ 23 ມິຖຸນາ ຜ່ານມາວ່າ: ມີຜູ້ເສຍຊີວິດຈາກການຈົມນໍ້າໃນຝຣັ່ງປະມານ 40 ຄົນ ນັບຕັ້ງແຕ່ວັນທີ 18 ມິຖຸນາ ຜ່ານມາ ຊຶ່ງສ່ວນໃຫຍ່ແມ່ນໄວໜຸ່ມ. ໂດຍເຈົ້າໜ້າທີ່ໄດ້ລະດົມທີມງານຕອບໂຕ້ວິກິດການຮ່ວມກັບກະຊວງ ເພື່ອຮັບມືກັບຄື້ນຄວາມຮ້ອນໃນຄັ້ງນີ້.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 60 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່