ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລັດຖະບານຍີ່ປຸ່ນ ສະໜອງທຶນການສຶກສາໃນການພັດທະນາຊັບພະນາກອນມະນຸດ ໃຫ້ແກ່ ສປປ ລາວ ມູນຄ່າປະມານ 52 ຕຶ້ກວ່າກີບ.

ໂດຍ kaling
· 5 ເດືອນ ກ່ອນອ່ານ 2 ນາທີ31 ຄັ້ງ
ລັດຖະບານຍີ່ປຸ່ນ ສະໜອງທຶນການສຶກສາໃນການພັດທະນາຊັບພະນາກອນມະນຸດ ໃຫ້ແກ່ ສປປ ລາວ ມູນຄ່າປະມານ 52 ຕຶ້ກວ່າກີບ.
ADadvertisement
ADadvertisement
ADadvertisement

ວັນທີ 22 ມິຖຸນາ 2026 ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ໂຄງການສະໜອງທຶນການສຶກສາໃນການພັດທະນາຊັບພະນາກອນມະນຸດ ຈາກລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ (The Project for Human Resource Development Scholarship) ມູນຄ່າ 378 ລ້ານ ເຢນ (ປະມານ 52 ຕື້ກວ່າກີບ), ຕາງໜ້າລັດຖະບານລາວ ຜູ້ລົງນາມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ທ່ານ ໂຄອິຊຸມິ ຊຶໂຕະມຸ (Mr. KOIZUMI Tsutomu), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມ.

ທ່ານ ຮອງລັດຖະມົນຕີ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຊ່ວຍ ເຫລືອ ສປປ ລາວ ຕະຫລອດໄລຍະຜ່ານມາ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ ແລະ ຢືນຢັນວ່າຈະນໍາໃຊ້ການຊ່ວຍເຫຼືອທຶນການສຶກສາຄັ້ງນີ້ໃຫ້ເກີດຜົນປະໂຫຍດສູງສຸດ ພ້ອມທັງສະແດງຄວາມຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຢ່າງຕໍ່ເນື່ອງໃນຊຸມປີຕໍ່ໜ້າ ແລະ ສືບຕໍ່ຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ທີ່ໄດ້ຮັບການຍົກລະດັບໃນປີ 2025 ທີ່ຜ່ານມາ ໃຫ້ເປັນຮູບປະທໍາ ແລະ ເລິກເຊິ່ງຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.

ສໍາລັບການຊ່ວຍເຫຼືອໃນຂົງເຂດການພັດທະນາຊັບພະຍາກອນມະນຸດ ແມ່ນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາຂະແໜງການສຶກສາ ເປັນຕົ້ນແມ່ນ ການກໍ່ສ້າງ ແລະ ສ້ອມແປງໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ, ການປັບປຸງສູນພັດທະນາຄູຂັ້ນແຂວງ ກໍຄືການປັບປຸງສະພາບແວດລ້ອມການສຶກສາ, ການສະໜອງອຸປະກອນການສຶກສາທີ່ຈຳເປັນ, ການສະໜອງທຶນການສຶກສາ ແລະ ອື່ນໆ. ນອກຈາກນີ້, ຕະຫຼອດໄລຍະຫຼາຍປີຜ່ານມາ ​ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຍັງໄດ້ສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫຼືອ ສປປ ລາວ ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ເປັນຕົ້ນແມ່ນ ການພັດທະນາໂຄງລ່າງພື້ນຖານ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້ ແລະ ອື່ນໆ. ພິເສດ ການຊ່ວຍເຫຼືອຢ່າງທັນການ ຢູ່ ຂົງເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ແລະ ການເກັບກູ້ລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງ (UXO) ຢູ່ ສປປ ລາວ.
ຂ່າວຈາກ: Lao National Radio

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່