ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເລຂາພັກແຂວງສະຫວັນນະເຂດ ຕິດຕາມເບີ່ງສະພາບຂົວຫ້ວຍປະຊວນຫັກ ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂໂດຍໄວ

ໂດຍ Pele
· 5 ເດືອນ ກ່ອນອ່ານ 2 ນາທີ49 ຄັ້ງ
ເລຂາພັກແຂວງສະຫວັນນະເຂດ ຕິດຕາມເບີ່ງສະພາບຂົວຫ້ວຍປະຊວນຫັກ ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂໂດຍໄວ
ADadvertisement
ADadvertisement
ADadvertisement

ວັນທີ 25 ມິຖຸນາ 2026 ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ພ້ອມການນຳພະແນກການ ໄປຕິດຕາມເບີ່ງສະພາບຂົວຫ້ວຍປະຊວນ ຕາມສາຍທາງເລກທີ 9 ເຂດບ້ານດົງ ເມືອງເຊໂປນ ທີ່ໄດ້ຮັບການເປ່ເພ (ຂາງຂົວຫັກ).

ເລຂາພັກແຂວງສະຫວັນນະເຂດ ຕິດຕາມເບີ່ງສະພາບຂົວຫ້ວຍປະຊວນຫັກ ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂໂດຍໄວ

ຕາມການລາຍງານຂອງຄະນະພະແນກໂຍທາທິການ ແລະ ຂົນສົ່ງແຂວງ ວ່າ: ສາເຫດຫລັກທີ່ພາໃຫ້ຂົວຫັກ ອີງຕາມການສໍາຫລວດຮ່ວມກັບຊ່ຽວຊານຍີ່ປຸ່ນປີ 2024 ແລະ ຕາມການປະເມີນດ້ານວິຊາການມີສາເຫດຕົ້ນຕໍ ຄື: ຂົວມີອາຍຸການໃຊ້ງານມາດົນ 42 ກວ່າປີ, ຂາດການບຳລຸງຮັກສາເປັນລະບົບ, ສະພາບໂຄງສ້າງມີການຊຸດໂຊມສະສົມ ໂດຍສະເພາະຂາງຂົວມີການເຊື່ອມສະພາບເບຕົງແຕກ ເນື່ອງຈາກເຕັກນິກການກໍ່ສ້າງຂາງຂົວແມ່ນເບຕົງເທກັບທີ່ (ບໍ່ແມ່ນຂາງເບຕົງອັດແຮງຄືປະຈຸບັນ) , ບາງຈຸດມີເຫຼັກພົ້ນອອກມາ, ໝອນຂົວແຕກ. ຫລັງຈາກສໍາຫລວດພົບເຫັນການເປ່ເພໃນປີ 2024 ແລ້ວ, ບໍ່ໄດ້ມີມາດຕະການຄວບຄຸມ ເປັນຕົ້ນນໍ້າໜັກ ແລະ ຄວາມໄວທີ່ຈະຜ່ານ ຂົວດັ່ງກ່າວຕ້ອງໄດ້ຫລຸດລົງຕາມສະພາບການຮັບໄດ້ຕົວຈິງຂອງໂຄງສ້າງ.

ເລຂາພັກແຂວງສະຫວັນນະເຂດ ຕິດຕາມເບີ່ງສະພາບຂົວຫ້ວຍປະຊວນຫັກ ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂໂດຍໄວ · ຮູບທີ 2

ມາດຕະການແກ້ໄຂສຸກເສີນ ພາຍຫລັງໄດ້ຮັບແຈ້ງເຫດ ຄະນະທີມງານພະແນກ ຍທຂ ແຂວງ ໄດ້ລົງສົມທົບກັບ ບໍລິສັດກໍ່ສ້າງທາງເລກ 8 ຮີບຮ້ອນເລັ່ງສ້າງທາງເວັ້ນຊົ່ວຄາວ, ມາຮອດຕອນເຊົ້າຂອງວັນທີ 22 ມິຖຸນາ 2026 ແມ່ນສາມາດເປີດນໍາໃຊ້ທາງເວັ້ນດັ່ງກ່າວ ເພື່ອລະບາຍການສັນຈອນທີ່ຕິດຂັດ ແລະ ຮັບປະກັນການໄປ-ມາຂອງປະຊາຊົນ ແລະ ການຂົນສົ່ງສິນຄ້າ ໃຫ້ສາມາດ ດໍາເນີນຕໍ່ໄປໄດ້ເປັນປົກກະຕິຊົ່ວຄາວ.

ADadvertisement
ADadvertisement
ADadvertisement
ເລຂາພັກແຂວງສະຫວັນນະເຂດ ຕິດຕາມເບີ່ງສະພາບຂົວຫ້ວຍປະຊວນຫັກ ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂໂດຍໄວ · ຮູບທີ 3

ວິທີແກ້ໄຂໃນຕໍ່ໜ້າເພື່ອຮັບປະກັນການສັນຈອນໃນລະດູຝົນນີ້ ພະແນກ ຍທຂ ຈະໄດ້ສົມທົບກັບ ບໍລິສັດ ກໍ່ສ້າງທາງເລກ8 ສຶກສາ ອາດຈະຊອກຫາເອົາຂາງເຫລັກໄປກາຍໃສ່ກ່ອນ ແລະ ຈະລົງມືຈັດຕັ້ງປະຕິບັດໂດຍໄວ. ທັ້ງນີ້ ທ່ານເລຂາພັກແຂວງໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂທາງເວັ້ນໃຫ້ກວ້າງເພື່ອສະດວກຕໍ່ການສັນຈອນ ແລະ ສ້ອມແປງໂດຍໄວ ເພື່ອໃຫ້ການໄປມາຂອງປະຊາຊົນໄດ້ສະດວກສະບາຍ.

ເລຂາພັກແຂວງສະຫວັນນະເຂດ ຕິດຕາມເບີ່ງສະພາບຂົວຫ້ວຍປະຊວນຫັກ ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂໂດຍໄວ · ຮູບທີ 4

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່