ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເຊກອງກວາດລ້າງກຸ່ມແກ້ງສະແກມເມີ ໄດ້ 101 ຄົນ ລວມມີ 3 ສັນຊາດ

ໂດຍ Pele
· 5 ເດືອນ ກ່ອນອ່ານ 2 ນາທີ51 ຄັ້ງ
ປກສ ເຊກອງກວາດລ້າງກຸ່ມແກ້ງສະແກມເມີ ໄດ້ 101 ຄົນ ລວມມີ 3 ສັນຊາດ
ADadvertisement
ADadvertisement
ADadvertisement

ໃນວັນທີ 22 ມິຖຸນາ 2026, ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ແຂວງເຊກອງ ສົມທົບກັບກອງບັນຊາການທະຫານແຂວງ ແລະ ອົງການໄອຍະການປະຊາຊົນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້້າກວດກາເປົ້າໝາຍຄົນຕ່າງປະເທດ ທີ່ເຂົ້າມາເຊົ່າຫ້ອງແຖວຂອງປະຊາຊົນ ເພື່ອເປັນບ່ອນເຄື່ອນໄຫວກໍ່ອາຊະຍາກຳທາງໂທລະຄົມ ແລະ ການສື່ສານ (ສະແກມເມີ).

ປກສ ເຊກອງກວາດລ້າງກຸ່ມແກ້ງສະແກມເມີ ໄດ້ 101 ຄົນ ລວມມີ 3 ສັນຊາດ

ເຊີ່ງການປະຕິບັດງານຄັ້ງນີ້, ເກີດຂຶ້ນຈາກການປະສານງານແບບບູລະນາການ ໂດຍມີເຈົ້າໜ້າທີ່ວຽກງານວິຊາສະເພາະສືບສວນ-ສອບສວນ ເຮັດໜ້າທີ່ຕິດຕາມການເຄື່ອນໄຫວທາງໄຊເບີ, ວິເຄາະສັນຍານ, ແລະ ກວດກາຄົນເຂົ້າເມືອງມາພັກເຊົາພາຍໃນແຂວງເຊກອງ ຢ່າງເປັນປົກກະຕິ, ລວມເຖິງການໄດ້ຮັບຂໍ້ມູນສໍາຄັນຈາກປະຊາຊົນໃນເຂດເປົ້າໝາຍທີ່ເປັນຫູເປັນຕາໃຫ້ເຈົ້າໜ້າທີ່.

ປກສ ເຊກອງກວາດລ້າງກຸ່ມແກ້ງສະແກມເມີ ໄດ້ 101 ຄົນ ລວມມີ 3 ສັນຊາດ · ຮູບທີ 2

ພາຍຫຼັງການຕິດຕາມມາໄດ້ໄລຍະໜຶ່ງ, ກໍາລັງເຈົ້າໜ້າທີ່ ຕຳຫຼວດຈຶ່ງໄດ້ບຸກເຂົ້າກວດຄົ້ນເຮືອນພັກເຊົາໃນເທດສະບານ, ຕົວເມືອງ ເຊິ່ງກຸ່ມດັ່ງກ່າວໄດ້ໃຊ້ເປັນສະຖານທີ່ໃນການກໍ່ເຫດ; ເຊີ່ງໄດ້ເຄືອນໄຫວກວາດລ້າງຢູ່ 9 ຈຸດ ຄື: ເຂດບ້ານເພຍໃຫ່ມ, ບ້ານໂນມີໄຊ, ບ້ານໂພນ, ບ້ານໂພໄຊ, ເມືອງລະມາມ ແລະ ບ້ານທ່າແຕງເໜືອ, ເມືອງທ່າແຕງ, ແຂວງເຊກອງ ເຊີ່ງພົບເຫັນເປົ້າໝາຍກຸ້ມແກ້ງສະແກມເມີ ທີ່ເປັນຄົນຕ່າງປະເທດ ທັງໝົດ ຈຳນວນ 101 ຄົນ ຍິງ 6 ຄົນ; ໃນນີ້ມີ 3 ສັນຊາດ ຄື: ສັນຊາດຈີນ ມີ 90 ຄົນ ຍິງ 2 ຄົນ, ຍີ່ປຸ່ນ 7 ຄົນ ແລະ ກຳປູເຈຍ 4 ຄົນ ຍິງ 4 ຄົນ; ໄດ້ເເບ່ງເປັນ 2 ກຸ່ມ ຄື: ໃນນີ້ ໄດ້ແບ່ງກຸ່ມສະແກມເມີ ແລະ ກຸ່ມຄົນປະເທດທີ່ລັກລອບເຂົ້າ-ເມືອງຜິດກົດໝາຍ ພ້ອມທັງຢືດຂອງກາງໄດ້ຈຳໜວນໜື່ງ. ໃນນີ້ ກຸ່ມແກ້ງສະແກມເມີ ມີທັງໝົດ 63 ຄົນ ຍິງ 6 ຄົນ ລວມມີ 2 ສັນຊາດ: ຈີນ ມີ 59 ຄົນ ຍິງ 2 ຄົນ, ກຳປູເຈຍມີ 4 ຄົນ ຍີງ 4 ຄົນ; ສາມາດຢຶດຂອງກາງໄດ້ປະກອບມີ: ຄອມພິວເຕີ 9 ໜ່ວຍ, ບັດ ATM 43 ບັດ, ປືນສັ້ນ 01 ກະບອກ, ໂທລະສັບມືຖື 1.331 ໜ່ວຍ, ເງິນກີບ 62.000.000ກີບ, ເງິນໂດລາ 4.011 ໂດລາ, ເງິນ ກຳປູເຈຍ 353.600 ລຽວ, ຢາບ້າ 2 ເມັດ, ອຸປະກອນການເສບ 1 ຊຸດ, ແປ້ງຜົງຄ້າຍຄືຜົງເຄ 8 ຖົງ ແລະ ອື່ນໆອີກຫຼາຍລາຍການ ເຊີ່ງເຄື່ອນໄຫວໃນການກະທຳຜິດ; ກຸ່ມຄົນຕ່າງປະເທດທີ່ລັກລອບເຂົ້າ-ເມືອງຜິດກົດໝາຍ ມີຈຳນວນທັງໝົດ 38 ຄົນ, ລວມມີ 2 ສັນຊາດຄື: ຈີນ 31 ຄົນ, ຍີ່ປຸ່ນ 7 ຄົນ ມີເຄື່ອງຕິດຕົວຄື: ໂທລະສັບ 41 ໜ່ວຍ, ໄອແພັດ 01 ໜ່ວຍ, ເຄື່ອງບັດ ATM 20 ບັດ, ບັດປະຈຳຕົວ 08 ບັດ, ເງິນກີບ 18.749.000 ກີບ, ເງິນດົ້ງ 670,000 ດົ້ງ, ເງິນໂດລາ 195 ໂດລາ, ສາຍຄໍຄ້າຍຄືເງິນ 01 ເສັ້ນ, ສາຍແຂນລູກປັດ 01 ເສັ້ນ.

ADadvertisement
ADadvertisement
ADadvertisement
ປກສ ເຊກອງກວາດລ້າງກຸ່ມແກ້ງສະແກມເມີ ໄດ້ 101 ຄົນ ລວມມີ 3 ສັນຊາດ · ຮູບທີ 3

ປັດຈຸບັນ, ເຈົ້າໜ້າທີ່ກ່ຽວຂ້ອງກຳລັງສືບຕໍ່ດຳເນີນການສືບສວນ-ສອບສວນ ຜູ້ຕ້ອງຫາທັງໝົດຢ່າງລະອຽດຈະແຈ້ງ, ພ້ອມທັງຂະຫຍາຍຜົນເກັບກຳຂໍ້ມູນ ເຈົ້າຂອງສະຖານທີ່ ທີ່ອຳນວຍຄວາມສະດວກໃຫ້ແກ່ກຸ່ມແກ້ງດັ່ງກ່າວ ເພື່ອນຳຕົວມາສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ; ພ້ອມນັ້ນ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທົ່ວປ່ວງຊົນເວົ້າລວມ, ເວົ້າສະເພາະແຂວງເຊກອງ ຈົ່ງພ້ອມກັນເອົາໃຈໃສ່ເປັນຮູເປັນຕາໃຫ້ທາງເຈົ້າໜ້າທີ່ເພື່ອສະດວກໃນການກວາດລ້າງໄພຕໍ່ສັງຄົມ.

ປກສ ເຊກອງກວາດລ້າງກຸ່ມແກ້ງສະແກມເມີ ໄດ້ 101 ຄົນ ລວມມີ 3 ສັນຊາດ · ຮູບທີ 4

ຂ່າວ : ປກສ ແຂວງເຊກອງ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 51 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່