ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງຄໍາມ່ວນ ນໍາສົ່ງຕົວຜູ້ຖືກຫາແກ້ງສະແກມເມີ ໃຫ້ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ

ໂດຍ Pele
· 5 ເດືອນ ກ່ອນອ່ານ 2 ນາທີ51 ຄັ້ງ
ປກສ ແຂວງຄໍາມ່ວນ ນໍາສົ່ງຕົວຜູ້ຖືກຫາແກ້ງສະແກມເມີ ໃຫ້ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ
ADadvertisement
ADadvertisement
ADadvertisement

ໃນວັນທີ 26 ມິຖຸນາ 2026 ພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ຮ່ວມກັບ ພະແນກຕຳຫຼວດເສດຖະກິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ນໍາສົ່ງຕົວຜູ້ຖືກຫາສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ( ແກ້ງສະແກມເມີ ) ຈໍານວນ 115 ຄົນ ຍິງ 7 ຄົນ ໃຫ້ກົມຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ.

ປກສ ແຂວງຄໍາມ່ວນ ນໍາສົ່ງຕົວຜູ້ຖືກຫາແກ້ງສະແກມເມີ ໃຫ້ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ

+ ຜູ້ຖືກຫາຈໍານວນດັ່ງກ່າວແມ່ນເຈົ້າໜ້າທີ່ ປກສ ແຂວງຄໍາມ່ວນ ກັກຕົວໃນວັນທີ 20 ມິຖຸນາ 2026 ຢູ່ທີ່ຮ້ານຄາຣາໂອເກະ KTV ຊຽວຕົງບູ ຕັ້ງຢູ່ບ້ານນາຄຳ ເມືອງໜອງບົກ ແຂວງຄຳມ່ວນ ສາມາດຈັບຕົວເປົ້າໝາຍໄດ້ 65 ຄົນ ມີສັນຊາດຈີນ ຈຳນວນ 54 ຄົນ, ສັນຊາດມຽນມາ ຈຳນວນ 7 ຄົນ ຍິງ 3 ຄົນ, ສັນຊາດເອທິໂອເປຍ ຈຳນວນ 3 ຄົນ ແລະ ສັນຊາດຢູເຄຣນ ຍິງ 1 ຄົນ. ພ້ອມດ້ວຍຂອງກາງປະເພດ ຄອມພິວເຕີ້ຕັ້ງໂຕະ 65 ໜ່ວຍ , ຄອມພິວເຕີ້ໂນດບຸກ 4 ໜ່ວຍ , ໂທລະສັບມືຖື 420 ໜ່ວຍ ແລະ ໃນວັນທີ 23 ມິຖຸນາ 2026 ຢູ່ທີ່ຣີສອດ ໂອເຟັນວີວ ເຂດບ້ານຖ້ຳ ເມືອງທ່າແຂກ ແຂວງຄຳມ່ວນ ສາມາດກັກຕົວເປົ້າໝາຍໄດ້ ທັງໝົດຈຳນວນ 50 ຄົນ ຍິງ 3 ຄົນ. ເຊິ່ງເປັນສັນຊາດຈີນທັງໝົດ ພ້ອມທັງຢືດຂອງກາງປະເພດຄອມພີວເຕີຕັ້ງໂຕະໄດ້ 72 ໜ່ວຍ, ປິ່ນເຕີ 2 ເຄື່ອງ ແລະ ໂທລະສັບມືຖືຈຳນວນ 337 ເຄື່ອງ.

ປກສ ແຂວງຄໍາມ່ວນ ນໍາສົ່ງຕົວຜູ້ຖືກຫາແກ້ງສະແກມເມີ ໃຫ້ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ · ຮູບທີ 2

+ ການສົ່ງຕົວຜູ້ຖືກຫາຄັ້ງນີ້ ລລວມມີສັນຊາດ ຈີນ 104 ຄົນ ຍິງ 3 ຄົນ, ສັນຊາດມຽນມາ 7 ຄົນ ຍິງ 3 ຄົນ, ສັນຊາດເອທິໂອເປຍ 3 ຄົນ ແລະ ສັນຊາດຍູເຄນ ຍິງ 1 ຄົນ ພ້ອມເຄື່ອງຂອງກາງມີ ຄອມພີວເຕີ ຕັ້ງໂຕະ ຈໍານວນ 137 ຫນ່ວຍ, ຄອມພີວເຕີໂນດບຸກ 4 ຫນ່ວຍ, ໂທລະສັບມືຖື 757 ຫນ່ວຍ ແລະ ເຄື່ອງປີ່ນເຕີ 2 ເຄື່ອງ.

ADadvertisement
ADadvertisement
ADadvertisement
ປກສ ແຂວງຄໍາມ່ວນ ນໍາສົ່ງຕົວຜູ້ຖືກຫາແກ້ງສະແກມເມີ ໃຫ້ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ · ຮູບທີ 3

+ ທັງນີ້ກໍເພື່ອມອບໃຫ້ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫົງບ ນໍາຕົວພວກກ່ຽວໄປດໍາເນີນຄະດີຕາມລະບຽບກົດຫມາຍແຫ່ງ ສ ປປ ລາວ. ເຊິ່ງກຸ່ມແກ້ງສະແກມເມີດັ່ງກ່າວມີການເຄື່ອນໄຫວ ແລະ ລະເມີດຕໍ່ລະບຽບກົດຫມາຍ ວ່າດ້ວຍການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດ ຢູ່ ສ ປປ ລາວ, ດໍາເນີນທຸລະກິດ, ປະກອບອາຊີບໂດຍບໍ່ໄດ້ຮັບອານຸຍາດ ແລະ ລັກລີ້ຊອນຢູ່ ສ ປປ ລາວ ນອກຈາກນັ້ນ,ຍັງເຄື່ອນໄຫວກໍ່ອາດສະຍາກໍາໂດຍການສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ຢູ່ ສ ປປ ລາວ.

ປກສ ແຂວງຄໍາມ່ວນ ນໍາສົ່ງຕົວຜູ້ຖືກຫາແກ້ງສະແກມເມີ ໃຫ້ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ · ຮູບທີ 4

ພາບ-ຂ່າວ ປກສ ແຂວງຄໍາມ່ວນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 51 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່