ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ເມືອງເຊັນປີເຕີສະເບີກ, ສະຫະພັນຣັດເຊຍ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 4 ນາທີ47 ຄັ້ງ
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ເມືອງເຊັນປີເຕີສະເບີກ, ສະຫະພັນຣັດເຊຍ
ADadvertisement
ADadvertisement
ADadvertisement
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ເມືອງເຊັນປີເຕີສະເບີກ, ສະຫະພັນຣັດເຊຍ

ຄະນະຜູ້ແທນ ພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄະນະປະຈຳ ຄັ້ງທີ 3 ຂອງເວທີປຶກສາຫາລື ຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານການປະຕິບັດ ໃນສະໄໝໃໝ່ ຂອງລັດທິລ່າເມືອງຂຶ້ນແບບໃໝ່ ແລະ ກອງປະຊຸມສໍາມະນາດ້ານກົດໝາຍສາກົນ ເຊັນປີເຕີສະເບີກ ຄັ້ງທີ 14 ຊຶ່ງຈັດຂຶ້ນ ທີ່ ເມືອງເຊັນປີເຕີສະເບີກ, ສະຫະພັນຣັດເຊຍ ໃນລະຫວ່າງວັນທີ 24-26 ມິຖຸນາ 2026 ໂດຍການເປັນເຈົ້າພາບຂອງ ພັກຣັດເຊຍເອກະພາບ, ມີຄະນະຜູ້ແທນຈາກພັກການເມືອງທີ່ເປັນຄະນະປະຈຳຂອງຂອບການຮ່ວມມືດັ່ງກ່າວ ແລະ ບັນດາພັກການເມືອງຄູ່ຮ່ວມສັງເກດການ ທີ່ມາຈາກທະວີບອາຊີ, ເອີຣົບ, ອາຟຣິກາ ແລະ ອາເມຣິກາລາຕິນ ຫຼາຍກວ່າ 20 ປະເທດ ເຂົ້າຮ່ວມ.

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ເມືອງເຊັນປີເຕີສະເບີກ, ສະຫະພັນຣັດເຊຍ · ຮູບທີ 2

ໃນພິທີເປີດກອງປະຊຸມຄະນະປະຈໍາ ຄັ້ງນີ້, ທ່ານ ອັນເດຣ ກລີມົບ, ສະມາຊິກສະພາສູງ ຂອງພັກຣັດເຊຍເອກະພາບ ໄດ້ກ່າວເນັ້ນໜັກ ກ່ຽວກັບ ສະພາບການສາກົນໃນປະຈຸບັນ, ບັນດາການເຄື່ອນໄຫວຜ່ານມາ ຂອງຂະບວນການ ແລະ ຊີ້ໃຫ້ເຫັນເຖິງ ຄວາມຈຳເປັນໃນການເສີມຂະຫຍາຍການພົວພັນຮ່ວມມື ຂອງບັນດາພັກການເມືອງ ເພື່ອຕ້ານການເຄື່ອນໄຫວຂອງລັດທິລ່າເມືອງຂຶ້ນແບບໃໝ່; ຈາກນັ້ນ ບັນດາຜູ້ແທນກອງປະຊຸມ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນເຖິງພຶດຕິກຳຕົວຈິງຂອງລັດທິລ່າເມືອງຂຶ້ນແບບໃໝ່ ທີ່ພວມຂະຫຍາຍຕົວຢູ່ພາກພື້ນຕ່າງໆໃນໂລກ, ແລກປ່ຽນບົດຮຽນໃນການຕອບຕ້ານ ແລະ ຮັບມືກັບຜົນກະທົບຂອງລັດທິລ່າເມືອງຂຶ້ນແບບໃໝ່.

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ເມືອງເຊັນປີເຕີສະເບີກ, ສະຫະພັນຣັດເຊຍ · ຮູບທີ 3

ໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນຂອງພັກຣັດເຊຍເອກະພາບ ແລະ ໄດ້ຕີລາຄາສູງຕໍ່ກອງປະຊຸມດັ່ງກ່າວ; ສະຫາຍ ໄດ້ປະກອບຄໍາເຫັນ ໂດຍເນັ້ນເຖິງຄຸນຄ່າຂອງຄວາມເປັນເອກະລາດ ແລະ ເສລີພາບຂອງລັດທີ່ມີອະທິປະໄຕ, ຊຶ່ງ ສປປ ລາວ ໄດ້ຜ່ານຂະບວນການຕໍ່ສູ້ຢ່າງຍືດເຍື້ອຍາວນານ ກ່ອນຈະບັນລຸເປົ້າໝາຍດັ່ງກ່າວ. ພ້ອມດຽວກັນນັ້ນ, ກໍໄດ້ຢຳ້ຄືນເຖິງ ຄວາມຈໍາເປັນໃນການຮັກສາຫຼັກການພົວພັນລະຫວ່າງປະເທດ ບົນພື້ນຖານກົດບັດຂອງ ສະຫະປະຊາຊາດ ແລະ ກົດໝາຍສາກົນ ຢ່າງເຄັ່ງຄັດ; ສະຫາຍ ຍັງໄດ້ຢືນຢັນຄືນທັດສະນະອັນສະເໝີຕົ້ນສະເໝີປາຍຂອງພັກ ກໍຄື ແນວທາງການຕ່າງປະເທດຂອງ ສປປ ລາວ ໃນການສະໜັບສະໜູນການຕໍ່ສູ້ຕ້ານກັບລັດທິລ່າເມືອງຂຶ້ນແບບໃໝ່ ແລະ ຊຸກຍູ້ຂະບວນການເພື່ອເສລີພາບຂອງບັນດາຊາດ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ.ກອງປະຊຸມຄະນະປະຈຳເວທີດັ່ງກ່າວ ເປັນກົນໄກທີ່ມີຄວາມສຳຄັນ ໃນການເຕົ້າໂຮມເອົາບັນດາພັກການເມືອງໃນພາກພື້ນຕ່າງໆ ເພື່ອເປັນກະບອກສຽງ ແລະ ກຳລັງແຮງໃນການຕໍ່ສູ້ຕ້ານກັບລັດທິລ່າເມືອງຂຶ້ນແບບໃໝ່ ໂດຍມີພັກຣັດເຊຍເອກະພາບເປັນຜູ້ຂັບເຄື່ອນທີ່ສຳຄັນ ແລະ ພັກປະຊາຊົນປະຕິວັດລາວ ເປັນໜຶ່ງໃນສະມາຊິກຄະນະປະຈຳ ຊຶ່ງການເຂົ້າຮ່ວມກົນໄກດັ່ງກ່າວ ນອກຈາກຈະເປັນໂອກາດດີໃນການແລກປ່ຽນຖອດຖອນບົດຮຽນກັບພັກການເມືອງໃນໂລກ, ຍັງເປັນການສະແດງເຖິງຄວາມເອົາໃຈໃສ່ ປະກອບສ່ວນໃນຂອບດັ່ງກ່າວ ຢ່າງເປັນເຈົ້າການ, ເປັນການເສີມຂະຫຍາຍວຽກງານການຕ່າງໆປະເທດໃນຂອບຫຼາຍຝ່າຍຂອງພັກ ກໍຄື ເປັນການຍົກສູງຖານະບົດບາດຂອງພັກເຮົາ ໃນເວທີສາກົນ.

ADadvertisement
ADadvertisement
ADadvertisement
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ເມືອງເຊັນປີເຕີສະເບີກ, ສະຫະພັນຣັດເຊຍ · ຮູບທີ 4

ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນ ໃນຄັ້ງນີ້, ຄະນະຜູ້ແທນພັກ ປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາດ້ານກົດໝາຍສາກົນ ເຊັນປີເຕີສະເບີກ ຄັ້ງທີ 14 ແລະ ໄດ້ປະກອບຄໍາເຫັນ ຊຶ່ງໄດ້ຕີລາຄາຕໍ່ສະພາບການສາກົນ ແລະ ພາກພື້ນ ໃນປະຈຸບັນ ທີ່ພວມຜັນແປໄປຢ່າງສະຫຼັບສັບຊ້ອນ ແລະ ໄດ້ເນັ້ນໜັກເຖິງ ການເຄື່ອນໄຫວຂອງລັດທິລ່າເມືອງຂຶ້ນແບບໃໝ່ ທີ່ສວຍໃຊ້ກົດໝາຍສາກົນ ເປັນເຄື່ອງມືໃນການແຊກແຊງຕໍ່ປະເທດອື່ນ ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາພັກການເມືອງ ສືບຕໍ່ຮ່ວມມືກັນໃນການປົກປ້ອງ ແລະ ເຊີດຊູກົດໝາຍສາກົນ ກໍຄືການຢຶດໝັ້ນບັນດາຫຼັກການສາກົນ ເພື່ອສ້າງກົນໄກທີ່ມີປະສິດທິພາບ ໃນການຊຸກຍູ້ຂະບວນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່.

ໃນການເຄື່ອນໄຫວຄັ້ງນີ້, ຄະນະຜູ້ແທນ ພັກປະຊາຊົນປະຕິວັດລາວ ຍັງໄດ້ຢ້ຽມຢາມ ມະຫາວິທະຍາໄລເຊັນປີເຕີສະເບີກ ຊຶ່ງເປັນມະຫາວິທະຍາໄລທີ່ມີຊື່ສຽງ, ມີປະຫວັດສາດຍາວນານ ແລະ ໄດ້ຮັບຟັງການບັນຍາຍຫົວຂໍ້ທີ່ກ່ຽວຂ້ອງກັບການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ໂດຍບັນດາຄະນະຜູ້ຊ່ຽວຊານຂອງມະຫາວິທະຍາໄລ; ນອກຈາກນີ້, ຄະນະຜູ້ແທນລາວ ຍັງໄດ້ຢ້ຽມຢາມສະຖານທີ່ປະຫວັດສາດທີ່ສຳຄັນ ຂອງເມືອງເຊັນປີເຕີສະເບີກ ອັນໄດ້ເຮັດໃຫ້ການເຄື່ອນໄຫວຂອງຄະນະຜູ້ແທນລາວຄັ້ງນີ້ ມີເນື້ອໃນອຸດົມສົມບູນ ແລະ ມີຜົນສຳເລັດຢ່າງຈົບງາມ.

ພາບ​ແລະ ຂ່າວ: ຄ​ຕ​ພ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່