ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ42 ຄັ້ງ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ
ADadvertisement
ADadvertisement
ADadvertisement
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ

ວັນທີ 3 ກໍລະກົດ 2026 ນີ້, ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ພົນຕີ ທະຫານເຮືອ ວິກເຕີ ກາວການົບ ຮອງຫົວໜ້າສູນບັນຊາປ້ອງກັນຊາດ ເເຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 30 ມິຖຸນາ ຫາ 4 ກໍລະກົດ 2026 ນີ້.

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ · ຮູບທີ 2

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ທັງເປັນການປະກອບສ່ວນອັນສໍາຄັນປະກອບສ່ວນ ໃນການປົກປັກຮັກສາ ແລະ ສ້າງພັດທະນາປະເທດຊາດ.

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ · ຮູບທີ 3

ໂອກາດນີ້, ສະຫາຍ ພົນຕີ ທະຫານເຮືອ ວິກເຕີ ກາວການົບ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ສະຫາຍ ພົນໂທ ສາຍໃຈ ກົມມະສິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ສະເໜີຈຸດປະສົງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ເພືີ່ອປຶກສາຫາລື ແລະ ເອກະພາບ ຮ່າງສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສ. ຣັດເຊຍ ແລະ ລັດຖະບານ ແຫ່ງ ສປປ ລາວ ວ່າດ້ວຍການຮ່ວມມືໃນການປະຕິບັດການຊ່ວຍເຫຼືອດ້ານມະນຸດສະທໍາ ໃນກໍລະນີເກີດເຫດສຸກເສີນ ແລະ ເພື່ອເປັນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຣັດເຊຍ ກໍຄື ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສ.ຣັດເຊຍ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນເລື້ອຍໆ. ຈາກນັ້ນ, ກໍໄດ້ມີການແລກປ່ຽນ ຂອງທີ່ລະນຶກ ໃຫ້ເຊີ່ງກັນ ແລະ ກັນ ຕື່ມອີກ.

ADadvertisement
ADadvertisement
ADadvertisement
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ · ຮູບທີ 4
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ · ຮູບທີ 5

ໂດຍ: ວັນນະລັກ ວົງພົມ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່