ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ລົງຕິດຕາມ ປະຕູປິດ-ເປີດນໍ້າ ຂົວປາກຊີມັງ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 2 ນາທີ41 ຄັ້ງ
ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ລົງຕິດຕາມ ປະຕູປິດ-ເປີດນໍ້າ ຂົວປາກຊີມັງ
ADadvertisement
ADadvertisement
ADadvertisement
ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ລົງຕິດຕາມ ປະຕູປິດ-ເປີດນໍ້າ ຂົວປາກຊີມັງ

ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ພ້ອມຄະນະໄດ້ລົງພື້ນທີ່ຕິດຕາມ ປະຕູປິດ-ເປີດນໍ້າ ຂົວປາກຊີມັງ ບ້ານເລົ່າໂພຄໍາ ເມືອງທ່າແຂກ ແຂວງຄໍາມ່ວນເມື່ອວັນທີ 6 ກໍລະກົດນີ້, ເພື່ອກວດກາສະພາບການລະບາຍນໍ້າ ແລະ ຕິດຕາມຄວາມສ່ຽງທີ່ອາດຈະສົ່ງຜົນກະທົບຕໍ່ປະຊາຊົນໃນເຂດດັ່ງກ່າວ.

ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ລົງຕິດຕາມ ປະຕູປິດ-ເປີດນໍ້າ ຂົວປາກຊີມັງ · ຮູບທີ 2

ການລົງຕິດຕາມໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມຫ່ວງໃຍ ແລະ ການເອົາໃຈໃສ່ຢ່າງໃກ້ຊິດຂອງການນໍາແຂວງຕໍ່ສະພາບການນໍ້າ ທີ່ຍັງຄົງເປັນບັນຫາ ແລະ ອຸປະສັກໃນປັດຈຸບັນ ໂດຍສະເພາະບັນຫາປະຕູປິດ-ເປີດນໍ້າ ປາກຫ້ວຍຊີມັງ ທີ່ຍັງຕິດຂັດ ແລະ ບໍ່ສາມາດນໍາໃຊ້ງານໄດ້ ຊຶ່ງໄດ້ກາຍເປັນປັດໄຈສຳຄັນທີ່ສົ່ງຜົນຕໍ່ການລະບາຍນໍ້າ.ປະກອບກັບສະພາບຝົນທີ່ຕົກໜັກຕິດຕໍ່ກັນຫຼາຍວັນ ໄດ້ເຮັດໃຫ້ນໍ້າຝົນຈາກຫຼາຍພື້ນທີ່ໄຫຼລົງສູ່ຫ້ວຍຊີມັງ ແຕ່ບໍ່ສາມາດລະບາຍອອກສູ່ແມ່ນໍ້າຂອງໄດ້ຕາມປົກກະຕິ ສົ່ງຜົນໃຫ້ລະດັບນໍ້າເພີ່ມສູງຂຶ້ນຢ່າງໄວວາ ແລະ ມີທ່າອ່ຽງເພີ່ມຂຶ້ນຕໍ່ເນື່ອງ.

ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ລົງຕິດຕາມ ປະຕູປິດ-ເປີດນໍ້າ ຂົວປາກຊີມັງ · ຮູບທີ 3

ເຖິງແມ່ນວ່າປັດຈຸບັນ ຍັງບໍ່ມີລາຍງານວ່າພື້ນທີ່ການຜະລິດ ຫຼື ເຮືອນຊານຂອງປະຊາຊົນໄດ້ຮັບຜົນກະທົບຮ້າຍແຮງຈາກນໍ້າຖ້ວມໃນເຂດດັ່ງກ່າວ ແຕ່ຫາກສະພາບຝົນຍັງສືບຕໍ່ຕົກ ກໍມີຄວາມສ່ຽງສູງທີ່ອາດຈະເກີດສະພາບນໍ້າຖ້ວມເປັນວົງກວ້າງ ຫາກບໍ່ມີການແກ້ໄຂບັນຫາຢ່າງທັນການ ຊຶ່ງທ່ານປະທານຄະນະກຳມະການປົກຄອງແຂວງ ກໍໄດ້ຊີ້ນໍາໃຫ້ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ສົມທົບກັບບໍລິສັດຜູ້ຮັບເໝົາກໍ່ສ້າງ ເລັ່ງຊອກຫາວິທີການແກ້ໄຂໂດຍໄວ.

ADadvertisement
ADadvertisement
ADadvertisement
ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ລົງຕິດຕາມ ປະຕູປິດ-ເປີດນໍ້າ ຂົວປາກຊີມັງ · ຮູບທີ 4

ໃນໂອກາດດຽວກັນນີ້ ທ່ານປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ຍັງໄດ້ຕິດຕາມສະພາບນໍ້າບໍລິເວນເໜືອປະຕູນໍ້າ ພ້ອມທັງກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນເຂດແຄມແມ່ນໍ້າຂອງ ເພື່ອປະເມີນສະພາບພື້ນທີ່ ແລະ ຊອກຫາແນວທາງຮັບມືກັບສະຖານະການຢ່າງຮອບດ້ານ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນໃຫ້ໄດ້ຫຼາຍທີ່ສຸດ.

ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ລົງຕິດຕາມ ປະຕູປິດ-ເປີດນໍ້າ ຂົວປາກຊີມັງ · ຮູບທີ 5

ຂ່າວ: ກອງຄໍາ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່