ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງຊຽງຂວາງ ຈັບຕົວກຸ່ມໄວລຸ້ນລົດຈັກ ອາຍຸ 16-19 ປີ ພ້ອມຂອງກາງລົດ 17 ຄັນ ມາດໍາເນີນຄະດີ

ໂດຍ Pele
· 5 ເດືອນ ກ່ອນອ່ານ 1 ນາທີ57 ຄັ້ງ
ປກສ ແຂວງຊຽງຂວາງ ຈັບຕົວກຸ່ມໄວລຸ້ນລົດຈັກ ອາຍຸ 16-19 ປີ ພ້ອມຂອງກາງລົດ 17 ຄັນ ມາດໍາເນີນຄະດີ
ADadvertisement
ADadvertisement
ADadvertisement

ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 3 ມິຖຸນາ 2026 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງແປກ ໄດ້ມ້າງກຸ່ມແກ້ງເຄື່ອນໄຫວລັກລົດຈັກ ຢູ່ຂອບເຂດເທດສະບານ. ສາມາດກັກຕົວຜູ້ຖືກຫາໄດ້ 3 ຄົນ ຄື: ທ້າວ ຄຳຫລ້າ ອາຍຸ 19 ປີ ແລະ ທ້າວ ສິນທະນູ ອາຍຸ 16 ປີ ທັງສອງຢູ່ບ້ານສາຍລົມ ເມືອງແປກ ແຂວງຊຽງຂວາງ. ທ້າວ ບຸນຖົມ ອາຍຸ 19 ປີ, ຢູ່ບ້ານໂງ້ຍ ເມືອງແປກ ແຂວງຊຽງຂວາງ. ພ້ອມທັງຂອງກາງລົດຈັກ ທີ່ພວກກ່ຽວຮ່ວມກັນລັກ ທັງໝົດ 17 ຄັນ ມາດຳເນີນການສອບສວນ.

ປກສ ແຂວງຊຽງຂວາງ ຈັບຕົວກຸ່ມໄວລຸ້ນລົດຈັກ ອາຍຸ 16-19 ປີ ພ້ອມຂອງກາງລົດ 17 ຄັນ ມາດໍາເນີນຄະດີ

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ພວກກ່ຽວທັງ 3 ຄົນ ໄດ້ຮັບສາລະພາບວ່າ ຮ່ວມກັນລັກລົດຈັກຈຳນວນດັ່ງກ່າວແທ້, ໃນນີ້: ທ້າວ ຄຳລ້າ ໄດ້ຮ່ວມກັບ ທ້າວ ສິນທະນູ ລັກໄດ້ຈຳນວນ 6 ຄັນ, ຈາກນັ້ນ ທ້າວ ຄຳຫລ້າ ໄດ້ຮ່ວມກັບ ທ້າວ ບຸນຖົມ ລັກໄດ້ຈຳນວນ 4 ຄັນ. ສ່ວນທ້າວ ຄຳຫລ້າ ລັກຄົນດຽວ ໄດ້ຈຳນວນ 7 ຄັນ. ພາຍຫລັງລັກແລ້ວ ກໍໄດ້ເອົາລົດຈັກດັ່ງກ່າວ ໄປເລາະຂາຍໃຫ້ປະຊາຊົນຢູ່ພາຍໃນແຂວງຊຽງຂວາງ ເພື່ອເອົາເງິນໄປຫລິ້ນກິນຟຸມເຟືອຍຈົນໝົດ.

ປກສ ແຂວງຊຽງຂວາງ ຈັບຕົວກຸ່ມໄວລຸ້ນລົດຈັກ ອາຍຸ 16-19 ປີ ພ້ອມຂອງກາງລົດ 17 ຄັນ ມາດໍາເນີນຄະດີ · ຮູບທີ 2

ປັດຈຸບັນ, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງແປກ ສາມາດເກັບກູ້ເອົາເຄື່ອງຂອງກາງລົດຈັກມາໄດ້ຈຳນວນ 17 ຄັນ. ພ້ອມນີ້ ເຈົ້າໜ້າທີ່ຍັງເລັ່ງສືບຕໍ່ດຳເນີນການສືບສວນ-ສອບສວນ ພວກກ່ຽວທັງ 3 ຄົນ ໃຫ້ຈະແຈ້ງ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ. ສຳລັບລົດຈັກທີ່ເຈົ້າໜ້າທີ່ເກັບກູ້ໄດ້ໃນຄັ້ງນີ້ ແມ່ນຈະແຈ້ງໃຫ້ຜູ້ເສຍຫາຍ ນຳເອົາເອກະສານທີ່ຖືກຕ້ອງ ມາຍັ້ງຢືນເອົານຳເຈົ້າໜ້າທີ່ ຕາມລະບຽບຫລັກການ.

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 57 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່