
ສະຖານະການນໍ້າຖ້ວມສູງ ຢູ່ບ້ານນາຕານ ເມືອງນາກາຍ ແຂວງຄໍາມ່ວນ
J
ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ35 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 1:00

ຕອນເຊົ້າວັນທີ 8 ກໍລະກົດ 2026 ນີ້ ລະດັບນໍ້າຖ້ວມ ຢູ່ບ້ານນາຕານ ເມືອງນາກາຍ ແຂວງຄໍາມ່ວນ ຍັງຄົງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ. ຈາກພາບພື້ນທີ່ຈະເຫັນໄດ້ວ່າ ປະລິມານນໍ້າປ່າໄຫຼຊັດເຂົ້າຖ້ວມບໍລິເວນບ້ານເຮືອນຂອງປະຊາຊົນເປັນວົງກວ້າງ, ຫຼາຍຈຸດລະດັບນໍ້າທ່ວມສູງຈົນເກືອບຈຸພື້ນເຮືອນຊັ້ນ 2 ແລະ ຖ້ວມສິ່ງປຸກສ້າງຊັ້ນດຽວເກືອບມິດຫຼັງຄາ.
ຂໍໃຫ້ທຸກຄົນໃນເຂດບ້ານນາຕານ ແລະ ບໍລິເວນໃກ້ຄຽງ ເພີ່ມຄວາມລະມັດລະວັງເປັນພິເສດ, ຕິດຕາມການລາຍງານສະພາບອາກາດ ແລະ ລະດັບນໍ້າຢ່າງໃກ້ຊິດ ພ້ອມທັງກະກຽມຍົກຍ້າຍສິ່ງຂອງມີຄ່າ ແລະ ສັດລ້ຽງຂຶ້ນສູ່ບ່ອນສູງທີ່ປອດໄພໂດຍດ່ວນ ກວດເຊັກລະບົບກະແສໄຟຟ້າໃນເຮືອນ, ຕັດກະແສໄຟຟ້າໃນຈຸດທີ່ນໍ້າຖ້ວມເຖິງທັນທີເພື່ອຄວາມປອດໄພ. ຫຼີກເວັ້ນການສັນຈອນຜ່ານເສັ້ນທາງທີ່ມີນໍ້າໄຫຼຊ່ຽວ ເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນ.





ພາບ: ໄອ ອ້ວນ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/12659
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













