MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະຊາຊົນ ພົບດິນຍຸບຫລາຍຂຸມ-ຫລາຍຮູ ຢູ່ກາງນາ ເຂດ ບ້ານຫນອງກະແດ້ງ ເມືອງວິລະບູລີ ແຂວງສະຫວັນນະເຂດ

ປະຊາຊົນ ພົບດິນຍຸບຫລາຍຂຸມ-ຫລາຍຮູ ຢູ່ກາງນາ ເຂດ ບ້ານຫນອງກະແດ້ງ ເມືອງວິລະບູລີ ແຂວງສະຫວັນນະເຂດ

Jenjila
ເຜີຍແຜ່: 9 ກໍລະກົດ 2026, 14:35
ປັບປຸງຫຼ້າສຸດ: 9 ກໍລະກົດ 2026, 14:35
Jen - Mahasan Post (8)

ວັນທີ 9 ກໍລະກົດ 2026 ນີ້, ປະຊາຊົນສ່ອງແສງວ່າ: ພົບເຫັນດິນຍຸບເປັນຂຸມໃຫຍ່ ປະມານ 8-9 ຮູ ໃກ້ຖຽງນາ ມີທັງຮູນ້ອຍຮູໃຫຍ່ ພ້ອມທັງມີນໍ້າໄຫລລົງຮູຕະຫລອດ ຢູ່ເຂດບ້ານໜອງກະແດ້ງ ເມືອງວິລະບູລີ ແຂວງສະຫວັນນະເຂດ. ເຮັດໃຫ້ປະຊາຊົນເຂດໃກ້ຄຽງຈຸດທີ່ດິນຍຸບບໍ່ກ້າເຮັດນາ ເພາະເປັນຫວງຄວາມປອດໄພ.

ພ້ອມທັງຝາກເຖິ່ງໜ່ວຍງານທີ່ກ່ຽວຂ້ອງເຂົ້າກວດກາແລະແກ້ໄຂໂດຍດ່ວນດ້ວຍ ເພື່ອຄວາມປອດໄພຕໍ່ຊີວິດ ແລະ ຊັບສິນ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ