ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະຫາຍເລຂາທິການໃຫຍ່ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 117 ປີ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ36 ຄັ້ງ
ສະຫາຍເລຂາທິການໃຫຍ່ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 117 ປີ
ADadvertisement
ADadvertisement
ADadvertisement

ສະຫາຍເລຂາທິການໃຫຍ່ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 117 ປີ

ຕອນເຊົ້າວັນທີ 13 ກໍລະກົດ 2026 ທີ່ອານຸສາວະລີ ປະທານ ສຸພານຸວົງ ແຂວງຫຼວງພະບາງ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ພອ້ມດ້ວຍການນໍາຈາກສູນກາງ, ມີ ສະ ຫາຍ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ ແລະ ການນໍາແຂວງຫຼວງພະບາງ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼ່ໍ ປະທານ ສຸພານຸວົງ ເນື່ອງໃນໂອກາດວັນເກີດ ຄົບຮອບ 117 ປີ ( 13/7/ 1909-13/7/2026) ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນຍິ່ງໃຫຍ່ຂອງປະທານສຸພານຸວົງ ທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ, ເພື່ອການປະຕິວັດທີ່ຍືນຍົງຄົງຕົວຕະຫຼອດມາ.

ສະຫາຍເລຂາທິການໃຫຍ່ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 117 ປີ · ຮູບທີ 2

ປະທານ ສຸພານຸວົງ ແມ່ນໜຶ່ງໃນບັນດາຜູ້ນໍາຂອງພັກ- ລັດເຮົາ ທີ່ໄດ້ສ້າງຜົນງານອັນລໍ້າຄ່າ, ມີຄຸນງາມຄວາມດີຢ່າງຫຼວງຫຼາຍ ປະກອບສ່ວນເຂົ້າໃນການ ນໍາພາລວມໝູ່ຂອງພັກ,ແນວລາວຮັກຊາດ ເພື່ອໄຊຊະນະຂອງພາລະກິດຕໍ່ສູ້ ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາລະບອບໃໝ່ ເພື່ອຄວາມຢູ່ດີກິນດີຂອງປະຊາ ຊົນລາວບັນດາເຜົ່າ.

ADadvertisement
ADadvertisement
ADadvertisement
ສະຫາຍເລຂາທິການໃຫຍ່ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 117 ປີ · ຮູບທີ 3
ສະຫາຍເລຂາທິການໃຫຍ່ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 117 ປີ · ຮູບທີ 4

ປະທານ ສຸພານຸວົງ ແມ່ນປັນຍາຊົນຜູ້ຍິ່ງໃຫຍ່, ເປັນເຊື້ອເຈົ້າຜູ້ໜຶ່ງ ທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈຕໍ່ສູ້ ທີ່ອາດຫານກ້າແກ່ນ ແລະ ນໍ້າໃຈເສຍສະຫລະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່