
ກັກລົດກຸ່ມໄວລຸ້ນ ທີ່ຂັບຂີ່ລົດໄວ ແລະ ຕົບແຕ່ງໃຊ້ທໍ່ສຽງດັງ ໄດ້ 13 ຄັນ ພ້ອມຮຽກຕົວມາ ເຮັດບົດບັນທຶກ ສຶກສາອົບຮົມ

ວັນທີ 9 ກໍລະກົດ 2026 ກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ ແຂວງວຽງຈັນ ໄດ້ສຶກສາອົບຮົມນັກຂັບຂີ່ ທີ່ລະເມີດກົດຈະລາຈອນ ແລະ ດັດແປງສະພາບເຕັກນິກລົດ, ໂດຍການເປັນປະທານຂອງ ພັທ ໄຊພອນ ຈັນທະລາດ ຄະນະພັກກອງບັນຊາການ ປກສ ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ໄຊພອນ ຈັນລະລາດ ໄດ້ລາຍງານວ່າ: ໃນໄລຍະຕົ້ນປີ 2026 ພະແນກຕໍາຫລວດກອງຈະລາຈອນກອງບັນຊາການເມືອງ ໄດ້ລົງເຄື່ອນໄຫວຕິດຕາມ ຕ້ານປະກົດການຫຍໍ້ທໍ້ ໃນສັງຄົມໂດຍສະເພາະຜູ້ໃຊ້ລົດໃຊ້ຖະໜົນເຊັ່ນ: ໄວລຸ້ນຂັບຂີ່ລົດໄວ-ໃຊ້ສຽງດັງ, ດັດແປງສະພາບເຕັກນິກລົດຈັກ, ໃສ່ຢາງນ້ອຍ, ໃສ່ທໍ່ສຽງດັດແຕ່ງ, ລົດບໍ່ຕິດປ້າຍທະບຽນ ສາມາດເກັບກູ້ພາຫະນະໄດ້ ທັງໝົດ 13 ຄັນ.

ພະແນກຕໍາຫລວດກອງຈະລາຈອນ ໄດ້ຮຽກຕົວນັກຂັບຂີ່ພ້ອມທັງຜູ້ປົກຄອງ ເຂົ້າມາສຶກສາອົບຮົມ, ກ່າວເຕືອນຜູ້ຂັບຂີ່, ທີ່ຂີ່ລົດດັດແປງສະພາບເຕັກນິກ, ໃຫ້ມີສະຕິເຄົາລົບລະບຽບການຈະລາຈອນຢ່າງເຄັ່ງຄັດ. ພ້ອມນີ້ ຍັງໃຫ້ຜູ້ຂັບຂີ່ມ້າງ ແລະ ທໍາລາຍອາໄຫລ່ ທີ່ມີການດັດແປງສະພາບເຕັກນິກລົດຈັກອອກ ແລ້ວເອົາອາໄຫລ່ໃໝ່ມາປະກອບໃສ່ຄືນໃຫ້ຖືກຕ້ອງ.

ຈາກນັ້ນ, ຈຶ່ງໄດ້ເຮັດບົດບັນທຶກ ເພື່ອບໍ່ໃຫ້ກັບມາກະທຳຜິດອີກ ພ້ອມທັງມອບລົດຈັກຄືນໃຫ້ ແລະ ມອບໃຫ້ ຜູ້ປົກຄອງສືບຕໍ່ສຶກສາອົບຮົມລູກຕົນເອງ ແລະ ສ້ອມແປງລົດໃຫ້ກັບສູ່ສະພາບເດີມ.

ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













