ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 2 ນາທີ81 ຄັ້ງ
ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ
ADadvertisement
ADadvertisement
ADadvertisement
ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ

ຕອນເຊົ້າວັນທີ 11 ກໍລະກົດ 2026, ເຈົ້າໜ້າທີ່ສະເພາະກິດ ແກ້ໄຂບັນຫາສະແກມເມີ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງກວດຄົ້ນເຮືອນໃຫ້ເຊົ່າ 7 ຫຼັງ ຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ (ອາຊຽນ ວິນລາ) CAMCE INVESTMENT (LAO) CO.,LTC, ຕັ້ງຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຖືກຫາສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ຫຼື ແກ້ງສະແກມເມີ ໄດ້ 122 ຄົນ ພ້ອມເຄື່ອງຂອງກາງໄດ້ຫຼາຍລາຍການ.

ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ · ຮູບທີ 2

ເຮືອນຫຼັງທີ 1 ກັກຕົວຜູ້ຖືກຫາໄດ້ 14 ຄົນ ເປັນສັນຊາດຈີນ ທັງໝົດ ພ້ອມຢຶດເຄື່ອງຂອງກາງຄອມພິວເຕີ ໂນດບຸກ 14 ໜ່ວຍ, ໂທລະສັບມືຖື 56 ໜ່ວຍ, ໜັງສືຜ່ານແດນ 9 ຫົວ.

ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ · ຮູບທີ 3

ເຮືອນຫຼັງທີ 2 ກັກຕົວ ໄດ້ 31 ຄົນ ຍິງ 9 ຄົນ ມີສັນຊາດບຣາຊິວ 26 ຄົນ ຍິງ 8 ຄົນ, ຈີນ 3 ຄົນ ຍິງ 1 ຄົນ, ອຸລູໄກວ 1 ຄົນ ແລະ ສັນຊາດປາກິດສະຖານ 1 ຄົນ; ພ້ອມຢຶດເຄື່ອງຂອງກາງຄອມພິວເຕີ ໂນດບຸກ 4 ໜ່ວຍ, ຄອມພິວເຕີຕັ້ງໂຕະ 10 ໜ່ວຍ, ໂທລະສັບມືຖື 97 ໜ່ວຍ, ໄອແພັດ 15 ໜ່ວຍ, ໜັງສືຜ່ານແດນ 6 ຫົວ, ຜົງສີຂາວຄ້າຍຄືຢາເສບຕິດ 3 ຖົງນ້ອຍ.

ADadvertisement
ADadvertisement
ADadvertisement
ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ · ຮູບທີ 4

ເຮືອນຫຼັງທີ 3 ກັກຕົວ ໄດ້ 19 ຄົນ ຍິງ 5 ຄົນ, ສັນຊາດມາເລເຊຍ ທັງໝົດ; ພ້ອມຢຶດເຄື່ອງຂອງກາງ ຄອມພິວເຕີ ໂນດບຸກ 4 ໜ່ວຍ, ແລບທ໋ອບ 1 ເຄື່ອງ, ໂທລະສັບມືຖື ຈໍານວນ 24 ໜ່ວຍ, ໜັງສືເດີນທາງ 19 ຫົວ, ລົດໃຫຍ່ 2 ຄັນ ຄື: ລົດໄຟຟ້າ ຍີ່ຫໍ້ອໍດີສີເທົາ ບໍ່ມີໝາຍເລກທະບຽນ ແລະ ລົດຕູ້ສະຕາແລັກ ສີຂາວ 1 ຄັນ ໝາຍເລກທະບຽນ ກນ 3436 ນະຄອນຫຼວງວຽງຈັນ (ປ້າຍສີຂາວ), ຢາສູບໄຟຟ້າ 13 ອັນ.

ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ · ຮູບທີ 5

ເຮືອນຫຼັງທີ 4 ກັກຕົວ ໄດ້ 6 ຄົນ, ສັນຊາດຈີນ 5 ຄົນ ແລະ ສັນຊາດມຽນມາ 1 ຄົນ; ພ້ອມຢຶດເຄື່ອງຂອງກາງ ຄອມພິວເຕີ ໂນດບຸກ 1 ໜ່ວຍ, ຄອມພິວເຕີຕັ້ງໂຕະ 13 ໜ່ວຍ, ໂທລະສັບມືຖື ຈຳນວນ 41 ໜ່ວຍ.

ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ · ຮູບທີ 6

ເຮືອນຫຼັງທີ 5 ກັກຕົວ ໄດ້ 34 ຄົນ ຍິງ 3 ຄົນ, ສັນຊາດຈີນທັງໝົດ; ພ້ອມຢຶດຄອມພິວເຕີ ໂນດບຸກ 5 ໜ່ວຍ, ຄອມພິວເຕີຕັ້ງໂຕະ 35 ໜ່ວຍ, ໂທລະສັບມືຖື 154 ໜ່ວຍ, ໜັງສືຜ່ານແດນ 17 ຫົວ, ລົດກະບະຣີໂວ້ສີຂາວ ໝາຍເລກທະບຽນ ກຈ 7831 ຈຳປາສັກ.

ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ · ຮູບທີ 7

ເຮືອນຫຼັງທີ 6 ກັກຕົວ ໄດ້ 11 ຄົນ ຍິງ 1 ຄົນ ສັນຊາດ ມາເລເຊຍ ທັງໝົດ; ພ້ອມຢຶດເຄື່ອງຂອງກາງ ຄອມພິວເຕີໂນດບຸກ 1 ໜ່ວຍ, ໂທລະສັບມືຖື 14 ໜ່ວຍ.

ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ · ຮູບທີ 8

ເຮືອນຫຼັງທີ 7 ກັກຕົວຜູ້ຖືກຫາ ໄດ້ 6 ຄົນ ຍິງ 1 ຄົນ, ສັນຊາດ ຈີນທັງໝົດ; ພ້ອມຢຶດເຄື່ອງຂອງກາງຄອມພິວເຕີ ໂນດບຸກ 6 ໜ່ວຍ,ໄອແພັດ 2 ໜ່ວຍ, ໂທລະສັບມືຖື 21 ໜ່ວຍ, ຢາສູບໄຟຟ້າ 2 ອັນ, ໜັງສືຜ່ານແດນ 9 ຫົວ.

ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ · ຮູບທີ 9

ນອກນີ້ ຍັງໄດ້ກັກຕົວຜູ້ມາພົວພັນຂໍປະກັນຕົວ ຈໍານວນ 1 ຄົນ ສັນຊາດຈີນ ຢຶດລົດໃຫຍ່ 1 ຄັນ ຍິຫໍ້ ເບັ້ນ (Ben) ສີດໍາ ໝາຍເລກທະບຽນ ກກ 6661 ຫຼວງພະບາງ.

ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ · ຮູບທີ 10

ປັດຈຸບັນ, ເຈົ້າໜ້າທີ່ກຳລັງດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາກຸ່ມແກງຂະບວນການມາດໍາເນີນຄະດີ ແລະ ປະຕິບັດຕາມມາດຕະການທາງກົດໝາຍຢ່າງເຂັ້ມງວດ.

ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ · ຮູບທີ 11
ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ · ຮູບທີ 12
ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ · ຮູບທີ 13

ພາບ-ຂ່າວ: ຄໍາໂຖ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 81 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່