ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກົມທໍລະນີສາດ ແລະ ບໍ່ແຮ່ ເລັ່ງສຳຫລວດຫາສາເຫດດິນຍຸບທີ່ແທ້ຈິງ ແລະ ຈະລາຍງານເປັນໄລຍະ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 2 ນາທີ45 ຄັ້ງ
ກົມທໍລະນີສາດ ແລະ ບໍ່ແຮ່ ເລັ່ງສຳຫລວດຫາສາເຫດດິນຍຸບທີ່ແທ້ຈິງ ແລະ ຈະລາຍງານເປັນໄລຍະ
ADadvertisement
ADadvertisement
ADadvertisement
ກົມທໍລະນີສາດ ແລະ ບໍ່ແຮ່ ເລັ່ງສຳຫລວດຫາສາເຫດດິນຍຸບທີ່ແທ້ຈິງ ແລະ ຈະລາຍງານເປັນໄລຍະ

ຂ່າວສານອຸດສາຫະກຳ ແລະ ການຄ້າ ລາຍງານວັນທີ 14 ກໍລະກົດ 2026 ວ່າ: ຕໍ່ກັບເຫດການດິນຍຸບທີ່ ບ້ານໜອງກະແດ້ງ, ເມືອງວິລະບູລີ, ແຂວງສະຫວັນນະເຂດ ໄດ້ສ້າງຄວາມສົນໃຈ ໃຫ້ແກ່ສັງຄົມໃນປັດຈຸບັນ, ກະຊວງ ອຄ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ແລະ ອົງການປົກຄອງທ້ອງຖິ່ານ ຕິດຕາມສະຖານະການດັ່ງກ່າວຢ່າງໃກ້ຊິດ ເພື່ອຊອກຮູ້ສາເຫດ ຂອງເຫດການ.

ກົມທໍລະນີສາດ ແລະ ບໍ່ແຮ່ ເລັ່ງສຳຫລວດຫາສາເຫດດິນຍຸບທີ່ແທ້ຈິງ ແລະ ຈະລາຍງານເປັນໄລຍະ · ຮູບທີ 2

ຫລ້າສຸດ, ໜ່ວຍງານ ກົມທໍລະນີສາດ ແລະ ບໍ່ແຮ່ (ກທບ) ໄດ້ປະສານງານຮ່ວມກັບ ບໍລິສັດ ລ້ານຊ້າງ ມີເນໂຣນ ຈຳກັດ ເພື່ອສະເໜີໃຫ້ ບໍລິສັດ ຊ່ວຍດຳເນີນການສຳຫລວດທາງທໍລະນີຟີຊິກຢ່າງລະອຽດ ຢູ່ເຂດບ້ານໜອງກະແດ້ງ. ເຖິງແມ່ນວ່າທາງຊ່ຽວຊານຈະຮູ້ສາເຫດເບື້ອງຕົ້ນແລ້ວວ່າ ປາກົດການດັ່ງກ່າວແມ່ນເກີດຈາກ ໂຄງສ້າງຫີນປູນຕາມທຳມະຊາດກໍຕາມ, ແຕ່ການລົງສຳຫລວດໃນຄັ້ງນີ້ ແມ່ນເພື່ອເກັບກຳຂໍ້ມູນທາງວິຊາການຢ່າງຄົບຖ້ວນ ເພື່ອນຳມາອະທິບາຍ ແລະ ຊີ້ແຈງໃຫ້ສັງຄົມໄດ້ຮັບຊາບຢ່າງຈະແຈ້ງ ດ້ວຍຫລັກຖານອ້າງອີງທີ່ໜ້າເຊື່ອຖື.

ກົມທໍລະນີສາດ ແລະ ບໍ່ແຮ່ ເລັ່ງສຳຫລວດຫາສາເຫດດິນຍຸບທີ່ແທ້ຈິງ ແລະ ຈະລາຍງານເປັນໄລຍະ · ຮູບທີ 3

ຂໍ້ມູນເບື້ອງຕົ້ນ ທີ່ທາງການຂອງແຂວງ ໄດ້ລົງກວດສອບພື້ນທີ່ຕົວຈິງ ພົບວ່າ: ຈຸດເກີດເຫດຕົວຈິງ ແມ່ນຢູ່ ນອກເຂດສຳປະທານສຳຫລວດແຮ່ທາດ ປະມານ 3 ກິໂລແມັດ. ແນວໃດກໍຕາມ, ທາງກະຊວງ ອຄ ຍັງຈະໄດ້ສືບຕໍ່ສົມທົບ ກັບທຸກພາກສ່ວນກ່ຽວຂ້ອງ ເພື່ອກວດກາໃນລາຍລະອຽດ ເພື່ອຊອກຫາສາເຫດທີ່ແທ້ຈິງ ແລະ ຈະລາຍງານຄວາມຄືບໜ້າ ໃຫ້ສັງຄົມຮັບຊາບເປັນແຕ່ລະໄລຍະ.

ADadvertisement
ADadvertisement
ADadvertisement
ກົມທໍລະນີສາດ ແລະ ບໍ່ແຮ່ ເລັ່ງສຳຫລວດຫາສາເຫດດິນຍຸບທີ່ແທ້ຈິງ ແລະ ຈະລາຍງານເປັນໄລຍະ · ຮູບທີ 4

ພ້ອມນັ້ນ, ກໍຮຽກຮ້ອງມາຍັງສັງຄົມ ຈົ່ງບໍລິໂພກ ຮັບຊົມຂ່າວຢ່າງມີສະຕິ ແລະ ໃຫ້ຕິດຕາມຂ່າວສານ ຈາກແຫລ່ງຂ່າວຂອງພາກລັດ ແລະ ແຫລ່ງຂ່າວ ທີ່ໜ້າເຊື່ອຖື. ຂໍຮຽກຮ້ອງ ຢ່າຟ້າວແຕກຕື່ນ ຫລື ແຊຣ໌ຂ່າວທີ່ບໍ່ມີແຫລ່ງທີ່ມາຊັດເຈນ ເຊື່ອຖືໄດ້ ເຊິ່ງອາດສ້າງຄວາມສັບສົນໃນສັງຄົມ.

ທາງກະຊວງ ອຄ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໃຫ້ຄໍາໝັ້ນສັນຍາ ຈະສືບຕໍ່ຕິດຕາມເຝົ້າລະວັງສະຖານະການດັ່ງກ່າວຢ່າງໃກ້ຊິດ ແລະ ຈະແຈ້ງຄວາມຄືບໜ້າໃຫ້ສັງຄົມຮັບຊາບເປັນໄລຍະ ຜ່ານຊ່ອງທາງຂ່າວສານຂອງທາງການເທົ່ານັ້ນ.

ກົມທໍລະນີສາດ ແລະ ບໍ່ແຮ່ ເລັ່ງສຳຫລວດຫາສາເຫດດິນຍຸບທີ່ແທ້ຈິງ ແລະ ຈະລາຍງານເປັນໄລຍະ · ຮູບທີ 5

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່