ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄະນະນຳແຂວງຄຳມ່ວນ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນ 50 ລ້ານກີບ ໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ຕາແສງນາເສ ເມືອງທ່າແຂກ ໃນວັນທີ 15 ກໍລະກົດ 2026

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 2 ນາທີ44 ຄັ້ງ
ຄະນະນຳແຂວງຄຳມ່ວນ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນ 50 ລ້ານກີບ ໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ຕາແສງນາເສ ເມືອງທ່າແຂກ ໃນວັນທີ 15 ກໍລະກົດ 2026
ADadvertisement
ADadvertisement
ADadvertisement
ຄະນະນຳແຂວງຄຳມ່ວນ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນ 50 ລ້ານກີບ ໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ຕາແສງນາເສ ເມືອງທ່າແຂກ ໃນວັນທີ 15 ກໍລະກົດ 2026

ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ຄະນະນຳແຂວງຄຳມ່ວນ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນ 50 ລ້ານກີບ ໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ຕາແສງນາເສ ເມືອງທ່າແຂກ ໃນວັນທີ 15 ກໍລະກົດ 2026 ຕາງໜ້າມອບໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄຳມ່ວນ ພ້ອມດ້ວຍປະທານຕາແສງນາເສ, ຄະນະກໍາມະການປົກຄອງເມືອງ, ອໍານາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດຽວກັນ, ທ່ານ ໄຊຊະນະ ໂຄດພູທອນ ແລະ ຄະນະຍັງໄດ້ລົງກວດກາຈຸດນໍ້າຖ້ວມ, ຢ້ຽມຢາມຖາມໄຖສະພາບຊີວິດການເປັນຢູ່ຂອງປະຊາຊົນ ພ້ອມທັງໃຫ້ກໍາລັງໃຈແກ່ຄອບຄົວຜູ້ປະສົບໄພ. ພ້ອມນັ້ນຍັງໄດ້ເນັ້ນໃຫ້ອົງການຈັດຕັ້ງບ້ານ ແລະ ປະຊາຊົນ ຍົກສູງຄວາມລະມັດລະວັງ, ຕິດຕາມຂ່າວສານພະຍາກອນອາກາດຢ່າງໃກ້ຊິດ, ສາມັກຄີຊ່ວຍເຫລືອກັນ ແລະ ກະກຽມຄວາມພ້ອມຮັບມືກັບສະພາບການທີ່ອາດເກີດຂຶ້ນ ເພື່ອພ້ອມພາກັນຜ່ານຜາວິກິດນີ້ໄປໄດ້ດ້ວຍດີ.

ຄະນະນຳແຂວງຄຳມ່ວນ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນ 50 ລ້ານກີບ ໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ຕາແສງນາເສ ເມືອງທ່າແຂກ ໃນວັນທີ 15 ກໍລະກົດ 2026 · ຮູບທີ 2

ສໍາລັບຜົນກະທົບເຂດຕາແສງນາເສ ຕາມການລາຍງານ ນັບແຕ່ວັນທີ 3 ກໍລະກົດ 2026 ຈົນເຖິງປັດຈຸບັນ ເຂດດັ່ງກ່າວມີ 6 ບ້ານລຽບຕາມແລວສາຍນໍ້າໂດນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ. ພ້ອມນີ້, ເສັ້ນທາງຈາກບ້ານນາເສຫາຄຸ້ມນາງົວກໍຖືກນໍ້າຖ້ວມໄລຍະທາງປະມານ 1 ກິໂລແມັດ, ລະດັບນໍ້າສູງເຖິງ 1,5 ແມັດ, ເຮັດໃຫ້ລົດບໍ່ສາມາດສັນຈອນໄປ-ມາໄດ້, ປະຊາຊົນຕ້ອງນໍາໃຊ້ເຮືອເປັນພາຫະນະໃນການເດີນທາງ ແລະ ຂົນສົ່ງສິ່ງຂອງທີ່ຈຳເປັນ, ສ່ວນພື້ນທີ່ກະສິກໍາເນື້ອທີ່ນາເຂົ້າ ແລະ ສວນຜັກຖືກຖ້ວມເສຍຫາຍປະມານ 184,3 ເຮັກຕາ.

ADadvertisement
ADadvertisement
ADadvertisement

ໃນວັນດຽວກັນ, ການນໍາແຂວງຄໍາມ່ວນ ຍັງໄດ້ແບ່ງຄະນະລົງຕິດຕາມສະຖານະການນໍ້າຖ້ວມຢ່າງໃກ້ຊິດ ຄວບຄູ່ກັບການນໍາເອົາສິ່ງຂອງອຸປະໂພກ-ບໍລິໂພກ ແລະ ເງິນຊ່ວຍເຫລືອຢູ່ເມືອງນາກາຍ ແລະ ເມືອງໄຊບົວທອງ ເມືອງລະ 50 ລ້ານກີບ ເພື່ອນຳໄປແກ້ໄຂສະພາບສຸກເສີນ ແລະ ບັນເທົາທຸກໃຫ້ແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ທັງນີ້ສະແດງໃຫ້ເຫັນເຖິງຄວາມຫ່ວງໄຍ ແລະ ຄວາມຕັ້ງໃຈຂອງການນໍາແຂວງໃນການຢືນຄຽງຂ້າງປະຊາຊົນຈົນກວ່າສະຖານະການຈະເຂົ້າສູ່ພາບປົກກະຕິ.

ຄະນະນຳແຂວງຄຳມ່ວນ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນ 50 ລ້ານກີບ ໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ຕາແສງນາເສ ເມືອງທ່າແຂກ ໃນວັນທີ 15 ກໍລະກົດ 2026 · ຮູບທີ 3

ຂ່າວ: ມະນີວັນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່