ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຈາກເຫດການໄຟໄຫມ້ ມີຫຼາຍພາກສ່ວນລົງມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ຜູ້ປະສົບໄພອັກຄີໄພ ຢູ່ບ້ານເມືອງງາ ນະຄອນ ຫຼວງພະບາງ.

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 2 ນາທີ40 ຄັ້ງ
ຈາກເຫດການໄຟໄຫມ້ ມີຫຼາຍພາກສ່ວນລົງມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ຜູ້ປະສົບໄພອັກຄີໄພ ຢູ່ບ້ານເມືອງງາ ນະຄອນ ຫຼວງພະບາງ.
ADadvertisement
ADadvertisement
ADadvertisement
ຈາກເຫດການໄຟໄຫມ້ ມີຫຼາຍພາກສ່ວນລົງມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ຜູ້ປະສົບໄພອັກຄີໄພ ຢູ່ບ້ານເມືອງງາ ນະຄອນ ຫຼວງພະບາງ.

ເມື່ອເວລາ 11:45 ນາທີ ຂອງວັນທີ 15 ກໍລະກົດ 2026, ໄດ້ເກີດເຫດອັກຄີໄພ (ໄຟໄໝ້ເຮືອນ) ຂອງທ້າວ ສະຫວັນ ເພັດປັນຍາ ອາຍຸ 35 ປີ, ພະນັກງານ ລັດວິສາຫະກິດການບິນລາວ ສາຂາແຂວງຫຼວງພະບາງ ເຊິ່ງຕັ້ງຢູ່ບ້ານເມືອງງາ, ນະຄອນ ຫຼວງພະບາງ. ເຫດການດັ່ງກ່າວໄດ້ສ້າງຄວາມເສຍຫາຍ ປະເພດ ເຮືອນຢູ່ ແລະ ຊັບສິນເປັນຈຳນວນຫຼວງຫຼາຍ. ໃນຂະນະເກີດເຫດ, ເຈົ້າໜ້າທີ່ດັບເພີງຈາກກອງບັນຊາການ ປກສ ແຂວງ, ປກສ ນະຄອນ ຫຼວງພະບາງ, ປກສ ກຸ່ມເມືອງງາ ແລະ ໜ່ວຍກູ້ໄພ ໄດ້ຮີບຮ້ອນລະດົມກຳລັງເຂົ້າສະກັດກັ້ນໄຟຢ່າງສຸດຄວາມສາມາດ. ສ່ວນສາເຫດຂອງການເກີດໄຟໄໝ້ໃນຄັ້ງນີ້ ແມ່ນຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ເຕັກນິກວິຊາສະເພາະ.

ຈາກເຫດການໄຟໄຫມ້ ມີຫຼາຍພາກສ່ວນລົງມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ຜູ້ປະສົບໄພອັກຄີໄພ ຢູ່ບ້ານເມືອງງາ ນະຄອນ ຫຼວງພະບາງ. · ຮູບທີ 2

ດ້ວຍຄວາມເປັນຫ່ວງເປັນໃຍຈາກຄະນະພັກ-ອົງການປົກຄອງທຸກຂັ້ນ, ໃນຕອນແລງຂອງວັນດຽວກັນ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຂັ້ນນະຄອນ, ອົງການກາແດງແຂວງຫຼວງພະບາງ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງນະຄອນ ຫຼວງພະບາງ ໄດ້ຮ່ວມກັນນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ໄປມອບໃຫ້ຄອບຄົວຜູ້ປະສົບໄພ.

ຈາກເຫດການໄຟໄຫມ້ ມີຫຼາຍພາກສ່ວນລົງມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ຜູ້ປະສົບໄພອັກຄີໄພ ຢູ່ບ້ານເມືອງງາ ນະຄອນ ຫຼວງພະບາງ. · ຮູບທີ 3

ການລົງມອບເຄື່ອງຊ່ວຍເຫຼືອຄັ້ງນີ້ ນໍາໂດຍ ທ່ານ ນາງ ວຽນວິໄລ ດີລະພັນ, ຮອງ ປະທານ ຄະນະກຳມະການປົກຄອງ ແຂວງຫຼວງພະບາງ, ທ່ານ ນາງ ວິໄລພອນ ຖະໜອມສັກ, ຮອງ ປະທານ ຄະນະກຳມະການປົກຄອງ ນະຄອນຫຼວງພະບາງ ແລະ ທ່ານ ນາງ ສຸທາ ທອງສະມຸດ, ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ADadvertisement
ADadvertisement
ADadvertisement
ຈາກເຫດການໄຟໄຫມ້ ມີຫຼາຍພາກສ່ວນລົງມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ຜູ້ປະສົບໄພອັກຄີໄພ ຢູ່ບ້ານເມືອງງາ ນະຄອນ ຫຼວງພະບາງ. · ຮູບທີ 4

ເຄື່ອງທີ່ນໍາມາຊ່ວຍເຫຼືອໃນເບື້ອງຕົ້ນປະກອບມີ: ເຂົ້າສານ 150 ກິໂລ, ໝີ່ກຶ່ງສຳເລັດຮູບ, ນ້ຳດື່ມ, ໄຂ່ ແລະ ເຄື່ອງໃຊ້ຄົວເຮືອນຈຳນວນໜຶ່ງ. ນອກຈາກນັ້ນ, ຍັງໄດ້ມອບເງິນສົດຊ່ວຍເຫຼືອຈາກຂັ້ນແຂວງ ຈຳນວນ 5.000.000 ກີບ ແລະ ຂັ້ນນະຄອນ 2.500.000 ກີບ, ລວມທັງການຊ່ວຍເຫຼືອເບື້ອງຕົ້ນຈາກອົງການຈັດຕັ້ງບ້ານເມືອງງາ.

ຈາກເຫດການໄຟໄຫມ້ ມີຫຼາຍພາກສ່ວນລົງມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ຜູ້ປະສົບໄພອັກຄີໄພ ຢູ່ບ້ານເມືອງງາ ນະຄອນ ຫຼວງພະບາງ. · ຮູບທີ 5

ໃນໂອກາດນີ້, ທ່ານ ນາງ ວຽນວິໄລ ດີລະພັນ ໄດ້ກ່າວ ໃຫ້ກຳລັງໃຈແກ່ຄອບຄົວຜູ້ເຄາະຮ້າຍ ໃຫ້ມີສະຕິເຂັ້ມແຂງ ເພື່ອຟື້ນຟູຊີວິດການເປັນຢູ່ ແລະ ເສດຖະກິດຄອບຄົວໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ທັງນີ້, ທາງຄະນະພັກ ແລະ ອົງການປົກຄອງຂັ້ນເທິງ ຈະສືບຕໍ່ຕິດຕາມດູແລ ແລະ ລະດົມທຶນຊ່ວຍເຫຼືອຈາກທົ່ວສັງຄົມຕື່ມອີກ.

ຈາກເຫດການໄຟໄຫມ້ ມີຫຼາຍພາກສ່ວນລົງມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ຜູ້ປະສົບໄພອັກຄີໄພ ຢູ່ບ້ານເມືອງງາ ນະຄອນ ຫຼວງພະບາງ. · ຮູບທີ 6
ຈາກເຫດການໄຟໄຫມ້ ມີຫຼາຍພາກສ່ວນລົງມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ຜູ້ປະສົບໄພອັກຄີໄພ ຢູ່ບ້ານເມືອງງາ ນະຄອນ ຫຼວງພະບາງ. · ຮູບທີ 7
ຈາກເຫດການໄຟໄຫມ້ ມີຫຼາຍພາກສ່ວນລົງມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ຜູ້ປະສົບໄພອັກຄີໄພ ຢູ່ບ້ານເມືອງງາ ນະຄອນ ຫຼວງພະບາງ. · ຮູບທີ 8
ຈາກເຫດການໄຟໄຫມ້ ມີຫຼາຍພາກສ່ວນລົງມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ແກ່ຜູ້ປະສົບໄພອັກຄີໄພ ຢູ່ບ້ານເມືອງງາ ນະຄອນ ຫຼວງພະບາງ. · ຮູບທີ 9

ພາບ-ຂ່າວ: ຄະນະໂຄສະນາອົບຮົມນະຄອນ ຫຼວງພະບາງ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່