ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມອບແກ້ງສະແກມເມີ ຊາວຈີນ ໃຫ້ເຈົ້າໜ້າທີ່ ສປ ຈີນ

ໂດຍ Jenjila
· 4 ເດືອນ ກ່ອນອ່ານ 1 ນາທີ47 ຄັ້ງ
ມອບແກ້ງສະແກມເມີ ຊາວຈີນ ໃຫ້ເຈົ້າໜ້າທີ່ ສປ ຈີນ
ADadvertisement
ADadvertisement
ADadvertisement
ມອບແກ້ງສະແກມເມີ ຊາວຈີນ ໃຫ້ເຈົ້າໜ້າທີ່ ສປ ຈີນ

ໃນວັນທີ 15 ກໍລະກົດ 2026, ຢູ່ທີ່ດ່ານສາກົນບໍ່ເຕນ ສປປ ລາວ – ບໍ່ຫານ ສປ ຈີນ, ໄດ້ມີພິທີມອບ-ຮັບ ຜູ້ຖືກຫາສັນຊາດຈີນ ທີ່ກະທຳຜິດກົດໝາຍ ຢູ່ ສປປ ລາວ ລະຫວ່າງ ກອງບັນຊາການ ປກສ ແຂວງບໍ່ແກ້ວ ສປປ ລາວ ແລະ ເຈົ້າໜ້າທີ່ວິຊາສະເພາະ ສປ ຈີນ ເພື່ອນໍາສົງຕົວໄປດໍາເນີນຄະດີຕາມຂັ້ນຕອນກົດໝາຍ.

ມອບແກ້ງສະແກມເມີ ຊາວຈີນ ໃຫ້ເຈົ້າໜ້າທີ່ ສປ ຈີນ · ຮູບທີ 2

ຕາງໜ້າຝ່າຍລາວມີ ພັຕ ສີສະຫວາດ ໄຊຍະແສງ ຮອງຫົວໜ້າພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ, ທ່ານ ພັຕ ສຸທິພາບ ແຊ່ຜານ ຮອງຫົວໜ້າພະແນກຕຳຫຼວດຄຸ້ມຄອງການທ່ອງທ່ຽວ ແລະ ຕິດຕາມເປົ້າໝາຍ ພ້ອມດ້ວຍຄະນະ ແລະ ເຈົ້າໜ້າທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ມອບແກ້ງສະແກມເມີ ຊາວຈີນ ໃຫ້ເຈົ້າໜ້າທີ່ ສປ ຈີນ · ຮູບທີ 3

ຜູ້ຖືກຫາສັນຊາດຈີນທີ່ຖືກສົ່ງຕົວໃນຄັ້ງນີ້ ມີຈຳນວນທັງໝົດ 71 ຄົນ, ຍິງ 06 ໃນນັ້ນມີ: ຜູ້ຖືກຫາຄະດີສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ຫຼື ສະແກມເມີ ຈໍານວນ 66 ຄົນ, ຍິງ 4 ຄົນ, ຜູ້ຖືກຫາຂໍ້ຫາເຂົ້າເມືອງຜິດກົດໝາຍ 5 ຄົນ, ຍິງ 2 ຄົນ.

ADadvertisement
ADadvertisement
ADadvertisement
ມອບແກ້ງສະແກມເມີ ຊາວຈີນ ໃຫ້ເຈົ້າໜ້າທີ່ ສປ ຈີນ · ຮູບທີ 4

ການມອບ-ຮັບ ຜູ້ຖືກຫາໃນຄັ້ງນີ້ ແມ່ນປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ກໍຄືການຮ່ວມມືລະຫວ່າງ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ແລະ ສປ ຈີນ ໃນການສະກັດກັ້ນ ແລະ ຕ້ານອາດຊະຍາກຳຂ້າມຊາດ, ໂດຍສະເພາະແມ່ນບັນຫາການສໍ້ໂກງຊັບທາງໂທລະຄົມ ແລະ ການລັກລອບເຂົ້າເມືອງໂດຍບໍ່ຖືກຕ້ອງ ທີ່ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ.

ມອບແກ້ງສະແກມເມີ ຊາວຈີນ ໃຫ້ເຈົ້າໜ້າທີ່ ສປ ຈີນ · ຮູບທີ 5
ມອບແກ້ງສະແກມເມີ ຊາວຈີນ ໃຫ້ເຈົ້າໜ້າທີ່ ສປ ຈີນ · ຮູບທີ 6
ມອບແກ້ງສະແກມເມີ ຊາວຈີນ ໃຫ້ເຈົ້າໜ້າທີ່ ສປ ຈີນ · ຮູບທີ 7

ຂ່າວ: ປກສ ແຂວງບໍ່ແກ້ວ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່