
ເກີດເຫດຟ້າຜ່າງົວຕາຍ 5 ໂຕ ຢູ່ບ້ານຫ້ວຍໝາກ ເມືອງປະທຸມພອນ ແຂວງຈຳປາສັກ
J
ໂດຍ Jenjila
· 4 ເດືອນ ກ່ອນອ່ານ 1 ນາທີ50 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:03


ໃນເວລາປະມານ 14:40 ໂມງ ຂອງວັນທີ 22 ກໍລະກົດ 2026 ໄດ້ເກີດເຫດການຟ້າຜ່າຂຶ້ນຢູ່ເຂດບ້ານຫ້ວຍໝາກ ເມືອງປະທຸມພອນ ແຂວງຈຳປາສັກ ຫຼັງຈາກມີຝົນຕົກ ພ້ອມກັບຟ້າຮ້ອງ ແລະ ຟ້າແລບຢ່າງຮຸນແຮງ.
ຕາມຂໍ້ມູນເບື້ອງຕົ້ນ ຟ້າຜ່າໄດ້ຜ່າລົງໃສ່ຕົ້ນໄມ້ໃຫຍ່ ໃນຂະນະທີ່ມີງົວກຳລັງຫາກິນຫຍ້າຢູ່ໃກ້ບໍລິເວນດັ່ງກ່າວ ສົ່ງຜົນໃຫ້ງົວຖືກຟ້າຜ່າຕາຍທັນທີ ຈຳນວນ 5 ໂຕ.
ງົວທີ່ປະສົບເຫດເປັນຂອງ ພໍ່ກຽງ ແລະ ແມ່ໃໝ ຊາວບ້ານຫ້ວຍໝາກ. ເຫດການດັ່ງກ່າວສ້າງຄວາມເສຍຫາຍຕໍ່ຊັບສິນຂອງເຈົ້າຂອງ ແລະ ເປັນອຸທາຫອນໃຫ້ປະຊາຊົນເພີ່ມຄວາມລະມັດລະວັງໃນຊ່ວງທີ່ມີພາຍຸຝົນ ຫຼື ຟ້າຮ້ອງຟ້າແລບ ໂດຍຄວນຫຼີກລ້ຽງການນຳຄົນ ຫຼື ສັດລ້ຽງ ໄປຢູ່ໃກ້ຕົ້ນໄມ້ໃຫຍ່ ຫຼື ພື້ນທີ່ໂລ່ງແຈ້ງ ໃນຂະນະທີ່ມີຟ້າຮ້ອງຟ້າແລບ.
ຂ່າວ-ພາບ: เทบนิยาย
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 50 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/13406
ອ່ານຕໍ່













