
ພົນລະເມືອງດີແຈ້ງເບາະແສ! ຕຳຫຼວດຈຳປາສັກ ມ້າງຄະດີຄ້າຢາເສບຕິດ ຢຶດຢາບ້າຫຼາຍກວ່າ 1.000 ເມັດ
P
ໂດຍ Pele
· 4 ເດືອນ ກ່ອນອ່ານ 1 ນາທີ48 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:12

ຕາມການລາຍງານຈາກພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ, ໃນວັນທີ 17 ກໍລະກົດ 2026 ເວລາປະມານ 14:00 ໂມງ, ເຈົ້າໜ້າທີ່ໄດ້ຮັບແຈ້ງເບາະແສຈາກປະຊາຊົນວ່າ ມີການລັກລອບຄ້າຂາຍຢາເສບຕິດ ຢູ່ເຂດບ້ານໂພນກຸງ ນະຄອນປາກເຊ.

ຫຼັງຈາກໄດ້ຮັບຂໍ້ມູນ, ເຈົ້າໜ້າທີ່ໄດ້ປະສານກັບພາກສ່ວນກ່ຽວຂ້ອງ ລົງກວດສອບ ແລະ ສາມາດຈັບກຸມຜູ້ຕ້ອງສົງໄສໄດ້ 2 ຄົນ ຄື ທ້າວ ລັດສະນີກອນ ອາຍຸ 32 ປີ ແລະ ທ້າວ ສຸດທິວັນ ອາຍຸ 38 ປີ.

ໃນການຈັບກຸມ ເຈົ້າໜ້າທີ່ໄດ້ຢຶດຂອງກາງ ປະກອບມີ ຢາບ້າ 1.164 ເມັດ, ໂທລະສັບມືຖື OPPO ສີຟ້າ 1 ໜ່ວຍ ແລະ ລົດຈັກ Honda Wave 110 ສີຟ້າ ບໍ່ຕິດປ້າຍທະບຽນ 1 ຄັນ.
ປັດຈຸບັນ ຄະດີນີ້ຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນ ເພື່ອຂະຫຍາຍຜົນ ແລະ ຕິດຕາມຜູ້ທີ່ອາດກ່ຽວຂ້ອງກັບຂະບວນການຄ້າຂາຍຢາເສບຕິດ ມາດຳເນີນຄະດີຕາມກົດໝາຍ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/13419
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













