ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງຫຼວງນໍ້າທາ ສົມທົບ ປກສ ແຂວງບໍ່ແກ້ວ ສົ່ງແກ້ງສະແກມເມີ ໃຫ້ທາງການໄທ

ໂດຍ Pele
· 4 ເດືອນ ກ່ອນອ່ານ 1 ນາທີ61 ຄັ້ງ
ປກສ ແຂວງຫຼວງນໍ້າທາ ສົມທົບ ປກສ ແຂວງບໍ່ແກ້ວ ສົ່ງແກ້ງສະແກມເມີ ໃຫ້ທາງການໄທ
ADadvertisement
ADadvertisement
ADadvertisement

ໃນຄັ້ງວັນທີ 17 ກໍລະກົດ 2026, ເຈົ້າໜ້າທີ່ ປກສ ແຂວງຫຼວງນໍ້າທາ ສົມທົບກັບເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ສປປ ລາວ ໄດ້ມອບຜູ້ຖືກຫາສັນຊາດໄທ ທີ່ໄດ້ເຄື່ອນໄຫວກະທໍາຜິດກົດໝາຍ ຢູ່ ຫຼວງນໍ້າທາ ຂອງ ສປປ ລາວ ຈໍານວນ 22 ຄົນ, ຍິງ 13 ຄົນ ໃຫ້ ເຈົ້າໜ້າທີ່ຕຳຫຼວດ ແຫ່ງຣາຊະອານາຈັກໄທ ຢູ່ທີ່ ຂົວມິດຕະພາບ 4 ສປປ ລາວ ແລະ ແຂວງ ຊຽງຮາຍ ປະເທດໄທ.

ປກສ ແຂວງຫຼວງນໍ້າທາ ສົມທົບ ປກສ ແຂວງບໍ່ແກ້ວ ສົ່ງແກ້ງສະແກມເມີ ໃຫ້ທາງການໄທ

ຕາງໜ້າຝ່າຍລາວມີ ທ່ານ ພັຕ ຕຸ້ຍ ອິນສະຫວັນ ຮອງຫົວໜ້າດ່ານຂົວມິດຕະພາບ 4, ທ່ານ ພັຕ ບຸນລັດ ນ້ອຍບຸນແກ້ວ ຮອງພະແນກເສດຖະກິດ ແຂວງ ຫຼວງນໍ້າທາ, ພ້ອມດ້ວຍຄະນະ, ຝ່າຍໄທ ພັທ ກິດຕະວັດ ອໍານາດ ຮອງຜູ້ກໍາກັບດ່ານ ກວດຄົນເຂົ້າ-ອອກເມືອງຊຽງແສນ, ພັຕ ນ ສະດາສາ ທະນະທິບ ຮອງດ່ານ ຕມ ຂົວ 4 ຊຽງຂອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ປກສ ແຂວງຫຼວງນໍ້າທາ ສົມທົບ ປກສ ແຂວງບໍ່ແກ້ວ ສົ່ງແກ້ງສະແກມເມີ ໃຫ້ທາງການໄທ · ຮູບທີ 2

ຜູ້ຖືກຫາຈຳນວນດັ່ງກ່າວແມ່ນຖືກຫາຄະດີສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ( ແກ້ງສະແກມເມີ ); ການມອບ-ຮັບ ຜູ້ຖືກຫາໃນຄັ້ງນີ້ ແມ່ນປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ກໍຄືການຮ່ວມມີລະຫວ່າງເຈົ້າໝ້າທີ່ປ້ອງກັນຄວາມສະຫງົບ ສປປ ລາວ ແລະ ເຈົ້າໝ້າທີ່ຝ່າຍໄທ ໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ, ໂດຍສະເພາະແມ່ນບັນຫາການສໍ້ໂກງຊັບທາງໂທລະຄົມ ແລະ ການລັກລອບເຂົ້າເມືອງໂດຍບໍ່ຖືກຕ້ອງ ທີ່ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ.

ADadvertisement
ADadvertisement
ADadvertisement
ປກສ ແຂວງຫຼວງນໍ້າທາ ສົມທົບ ປກສ ແຂວງບໍ່ແກ້ວ ສົ່ງແກ້ງສະແກມເມີ ໃຫ້ທາງການໄທ · ຮູບທີ 3

ຂ່າວ: ປກສ ແຂວງບໍ່ແກ້ວ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 61 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່