ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລົງກວດກາຕົວຈິງ! ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນລົງກວດກາເສັ້ນທາງ ແລະ ຈຸດດິນເຈື່ອນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ໂດຍ Jenjila
· 4 ເດືອນ ກ່ອນອ່ານ 1 ນາທີ49 ຄັ້ງ
ລົງກວດກາຕົວຈິງ! ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນລົງກວດກາເສັ້ນທາງ ແລະ ຈຸດດິນເຈື່ອນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ
ADadvertisement
ADadvertisement
ADadvertisement
ລົງກວດກາຕົວຈິງ! ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນລົງກວດກາເສັ້ນທາງ ແລະ ຈຸດດິນເຈື່ອນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ໃນຕອນບ່າຍຂອງວັນທີ 22 ກໍລະກົດ 2026 ນີ້ ທ່ານ ພົຈວ ບົວພັນ ອິນທະປັນຍາ, ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ເມືອງອະນຸວົງ ໄດ້ລົງກວດກາສະພາບເສັ້ນທາງ ແລະ ຈຸດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ເຂດເທດສະບານແຂວງ ເພື່ອຕິດຕາມ ແລະ ເກັບກຳຂໍ້ມູນຄວາມເສຍຫາຍເພື່ອຮີບຮ້ອນຟື້ນຟູ ແລະ ແກ້ໄຂໃຫ້ທ່ວງທັນ

ລົງກວດກາຕົວຈິງ! ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນລົງກວດກາເສັ້ນທາງ ແລະ ຈຸດດິນເຈື່ອນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ · ຮູບທີ 2

ການລົງກວດກາໃນຄັ້ງນີ້, ຄະນະໄດ້ເນັ້ນໃສ່ບັນດາເສັ້ນທາງຈຸດທີ່ມີການເປ່ເພ, ດິນເຈື່ອນທັບຖົມ, ນໍ້າເຊາະ ແລະ ທໍ່ລະບາຍນໍ້າຕັນຍ້ອນຂີ້ເຫຍຶ້ອ, ຂີ້ດິນ, ເສດຫີນ-ຊາຍ ເຊິ່ງເຮັດໃຫ້ມີນໍ້າໄຫຼຖ້ວມຂ້າມເສັ້ນທາງ ສ້າງຄວາມເດືອດຮ້ອນ ແລະ ເປັນອັນຕະລາຍຕໍ່ການສັນຈອນຂອງປະຊາຊົນ. ໂດຍຈຸດທີ່ໄດ້ລົງກວດກາຕົວຈິງ ປະກອບມີ: ຈຸດເສັ້ນທາງຊອຍທີ່ຈະໄດ້ປູຄອນກີດ, ກວດກາຕ້ານການເຈື່ອນ ຂອງບໍລິສັດ ສີສະເກດ, ຂົວເຫຼັກເສັ້ນທາງໄປວັງນໍ້າຂຽວ, ຈຸດທໍ່ນໍ້າຕັນຄັນຄູ ຢູ່ເຂດໜ້າຖໍ້າເຈົ້າອະນຸວົງ, ຈຸດນໍ້າໄຫຼລົງມາແຕ່ເຂດສີ່ແຍກຜາເນັ້ງເຢ້ ເຊິ່ງເຮັດໃຫ້ມີນ້ຳອັ່ງຖ້ວມເສັ້ນທາງ ແລະ ຈຸດດິນເຈື່ອນ ໃນຂອບເຂດທົ່ງແຂມ.

ລົງກວດກາຕົວຈິງ! ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນລົງກວດກາເສັ້ນທາງ ແລະ ຈຸດດິນເຈື່ອນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ · ຮູບທີ 3

ໂອກາດດັ່ງກ່າວ ທ່ານ ພົຈວ ບົວພັນ ອິນທະປັນຍາ ໄດ້ຊີ້ນຳໃຫ້ຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ແລະ ເມືອງ ເອົາໃຈໃສ່ປະສົມປະສານກັບບໍລິສັດຜູ້ຮັບເໝົາ ແລະ ເຈົ້າໜ້າທີ່-ທີ່ກ່ຽວຂ້ອງ ຮີບຮ້ອນນຳໃຊ້ມາດຕະການແກ້ໄຂສຸກເສີນ ເປັນຕົ້ນແມ່ນການອະນາໄມທໍ່ລະບາຍນໍ້າທີ່ຕັນ, ເຄື່ອນຍ້າຍດິນເຈື່ອນ ພ້ອມສ້າງແຜນສ້ອມແປງຄືນ ເພື່ອຮັບປະກັນໃຫ້ການສັນຈອນໄປ-ມາ ຂອງປະຊາຊົນ ມີຄວາມສະດວກ, ປອດໄພ ແລະ ເພື່ອຟື້ນຟູພື້ນຖານໂຄ່ງລ່າງໃຫ້ກັບຄືນສູ່ສະພາບປົກກະຕິ.

ADadvertisement
ADadvertisement
ADadvertisement
ລົງກວດກາຕົວຈິງ! ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນລົງກວດກາເສັ້ນທາງ ແລະ ຈຸດດິນເຈື່ອນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ · ຮູບທີ 4
ລົງກວດກາຕົວຈິງ! ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນລົງກວດກາເສັ້ນທາງ ແລະ ຈຸດດິນເຈື່ອນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ · ຮູບທີ 5

ບ,ກ: ທ່ານ ຈິນລະວອນ ວໍລະສົມບູນ

ຂ່າວ: ຄຳໝັ້ນ ພຽງພິລາ

ພາບ: ຫ້ອງວ່າການແຂວງ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່