ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຈັບຄົນໄທ 60 ກວ່າຄົນເປັນແອັດມິນຕອບແຊັດເວັບພະນັນອອນລາຍ

ໂດຍ Pele
· 4 ເດືອນ ກ່ອນອ່ານ 1 ນາທີ54 ຄັ້ງ
ຈັບຄົນໄທ 60 ກວ່າຄົນເປັນແອັດມິນຕອບແຊັດເວັບພະນັນອອນລາຍ
ADadvertisement
ADadvertisement
ADadvertisement

ວັນທີ 21 ກໍລະກົດ 2026, ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າມ້າງກຸ່ມແກ້ງຕອບແຊັດເວັບພະນັນອອນລາຍ ຢູ່ 2 ຈຸດກັກຕົວແອັດມິນຕອບແຊັດເວບພະນັນອອນລາຍ ເປັນຄົນໄທ ຈໍານວນ 67 ຄົນ ຍິງ 36 ຄົນ.

ຈັບຄົນໄທ 60 ກວ່າຄົນເປັນແອັດມິນຕອບແຊັດເວັບພະນັນອອນລາຍ

ຈຸດທີ 1 ບຸກກວດຄົ້ນຕຶກ 4 ຊັ້ນຕັ້ງຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ເຈົ້າຂອງຊື່ ນາງ ສຸສະດາ ໄຊຍະບຸນຊູ ປະຊາຊົນຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໂດຍກຸ່ມຜູ້ຖືກຫາ ໄດ້ເຊົ່າເປັນບ່ອນເຄື່ອນໄຫວຕອບແຊັດເວັບພະນັນອອນລາຍ.

ຈັບຄົນໄທ 60 ກວ່າຄົນເປັນແອັດມິນຕອບແຊັດເວັບພະນັນອອນລາຍ · ຮູບທີ 2

ຈຸດທີ 2 ຢູ່ໂຮງແຮມໂງ່ນຊັບ ຕັ້ງຢູ່ບ້ານ ດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍພວກຖືກຫາໄດ້ໃຊ້ເປັນບ່ອນພັກເຊົາ.

ADadvertisement
ADadvertisement
ADadvertisement
ຈັບຄົນໄທ 60 ກວ່າຄົນເປັນແອັດມິນຕອບແຊັດເວັບພະນັນອອນລາຍ · ຮູບທີ 3

ຜ່ານການກວດຄົ້ນພົບເຫັນອຸປະກອນທີ່ໃຊ້ເຂົ້າໃນການເຄື່ອນໄຫວຕອບແຊັດເວັບພະນັນອອນລາຍ ມີຄອມພິວເຕີຕັ້ງໂຕະ ຈໍານວນ 46 ຊຸດ, ໂທລະສັບມືຖື 133 ໜ່ວຍ, ຊຸດໂຕະ 4 ໜ່ວຍຕິດກັນ ຈໍານວນ 8 ຊຸດ ແລະ ເຄື່ອງຂອງກາງອື່ນໆອີກຈຳນວນໜຶ່ງ.

ຈັບຄົນໄທ 60 ກວ່າຄົນເປັນແອັດມິນຕອບແຊັດເວັບພະນັນອອນລາຍ · ຮູບທີ 4

ປັດຈຸບັນ, ເຈົ້າໜ້າທີ່ກຳລັງດຳເນີນການສອບສວນ ແລະ ກຽມສົ່ງຕົວພວກຖືກຫາໃຫ້ທາງການໄທນຳຕົວໄປດຳເນີນຄະດີ.

ຈັບຄົນໄທ 60 ກວ່າຄົນເປັນແອັດມິນຕອບແຊັດເວັບພະນັນອອນລາຍ · ຮູບທີ 5

ໃນໂອກາດນີ້, ຂໍສະແດງຄວາມຂອບໃຈຕໍ່ພໍ່ແມ່ປະຊາຊົນ ພົນລະເມືອງດີ ທີ່ໄດ້ແຈ້ງຂໍ້ມູນທີ່ເປັນປະໂຫຍດໃຫ້ເຈົ້າໜ້າທີ່ຈົນນຳໄປສູ່ການບຸກມ້າງຂະບວນການດັ່ງກ່າວ ແລະ ຫວັງຢ່າງຍິ່ງວ່າພໍ່ແມ່ປະຊາຊົນທຸກທົ່ວໜ້າຈະຊ່ວຍເປັນຫູເປັນຕາຊ່ວຍເຈົ້າໜ້າທີ່,ຫາກທ່ານພົບເຫັນບຸກຄົນ, ກຸ່ມຄົນ ແລະ ສະຖານທີ່ ທີ່ສົງໄສເຄື່ອນໄຫວກະຜິດຕໍ່ກົດໝາຍ ໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ໂດຍດ່ວນ, ແຈ້ງເຂົ້າມາທາງເພຈຂອງພວກເຮົາ ຫຼື ເພຈກົມຕຳຫຼວດເສດຖະກິດ ຫຼື ແຈ້ງເຂົ້າສາຍດ່ວນ 1533 ໄດ້ຕະຫຼອດເວລາ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 54 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່