ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສົ່ງຕົວຜູ້ຖືກຫາ ເປີດເວັບຫຼິ້ນການພະນັນທາງອອນລາຍສັນຊາດໄທ 67 ຄົນ ໃຫ້ທາງການໄທ

ໂດຍ Pele
· 4 ເດືອນ ກ່ອນອ່ານ 2 ນາທີ54 ຄັ້ງ
ສົ່ງຕົວຜູ້ຖືກຫາ ເປີດເວັບຫຼິ້ນການພະນັນທາງອອນລາຍສັນຊາດໄທ 67 ຄົນ ໃຫ້ທາງການໄທ
ADadvertisement
ADadvertisement
ADadvertisement

ໃນວັນທີ 24 ກໍລະກົດ 2026, ກົມຕຳຫຼວດເສດຖະ ກິດ ກົມໃຫຍ່ຕຳຫຼວດ ໄດ້ປະສານສົມທົບກັບ ກົມພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນຄວາມສະ ຫງົບ ໃນການມອບຜູ້ຖືກຫາເປີດເວັບຫຼິ້ນການພະນັນອອນລາຍ ສັນຊາດໄທ ຈໍານວນ 67 ຄົນ ຍິງ 36 ຄົນ ໃຫ້ທາງການໄທ ກັບໄປດຳເນີນຄະດີຕາມລະບຽບກົດໝາຍ ຢູ່ຣາຊະອານາຈັກໄທ.

ສົ່ງຕົວຜູ້ຖືກຫາ ເປີດເວັບຫຼິ້ນການພະນັນທາງອອນລາຍສັນຊາດໄທ 67 ຄົນ ໃຫ້ທາງການໄທ

ພິທີມອບ-ຮັບ ໄດ້ຈັດຂຶ້ນຢູ່ທີ່ດ່ານສາກົນຂົວມິດຕະ ພາບລາວ-ໄທ 1 ນະຄອນຫຼວງວຽງຈັນ-ໜອງຄາຍ; ໂດຍທັງສອງຝ່າຍ ໄດ້ເຊັນບົດບັນທຶກມອບ-ຮັບຕົວຜູ້ຖືກຫາ ຈໍານວນດັ່ງກ່າວ ຢ່າງເປັນທາງການ ເຊັນມອບຝ່າຍລາວໂດຍ ພັທ ຄໍາໄພທູນ ລໍວັນຫງຽນ ຮອງຫົວໜ້າກົມຕຳຫຼວດເສດຖະກິດ ແລະ ເຊັນຮັບ ຝ່າຍໄທໂດຍ ພັທ ຕີຢາຊາພັດ ຣຸງສີບຣູມານະກູນ ( Teeyarchapath Rungsibhrumanarkul ) ຮອງຜູ້ບັງຄັບການ ກວດຄົນເຂົ້າ-ອອກເມືອງ 4 ປະເທດໄທ ເຊິ່ງມີຄະນະຮັບຜິດຊອບທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ສົ່ງຕົວຜູ້ຖືກຫາ ເປີດເວັບຫຼິ້ນການພະນັນທາງອອນລາຍສັນຊາດໄທ 67 ຄົນ ໃຫ້ທາງການໄທ · ຮູບທີ 2

ເຈົ້າໜ້າທີ່ຕຳຫຼວດກົມຕຳຫຼວດເສດຖະກິດ ໃຫ້ຮູ້ວ່າ: ຜູ້ຖືກຫາ ສັນຊາດໄທ ທີ່ມອບໃຫ້ເຈົ້າໜ້າຕຳຫຼວດໄທ ໃນມື້ນີ້ແມ່ນຖືກກັກຕົວໃນວັນທີ 21 ກໍລະກົດ 2026, ໂດຍເຈົ້າ ໜ້າທີ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າມ້າງກຸ່ມແກ້ງຕອບແຊັດ ເວັບພະນັນອອນລາຍ ຢູ່ 2 ຈຸດ ຄື: ຢູ່ຕຶກ 4 ຊັ້ນຕັ້ງຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ເຈົ້າຂອງຊື່ ນາງ ສຸສະດາ ໄຊຍະບຸນຊູ ປະຊາຊົນຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍກຸ່ມຜູ້ຖືກຫາ ໄດ້ເຊົ່າເປັນບ່ອນເຄື່ອນໄຫວຕອບແຊັດເວັບພະນັນອອນລາຍ ແລະ ຢູ່ໂຮງແຮມໂງ່ນຊັບ ຕັ້ງຢູ່ບ້ານດອນໜູນ ເມືອງໄຊທາ ນີ ນະຄອນຫຼວງວຽງຈັນ ແມ່ນໃຊ້ເປັນບ່ອນພັກເຊົາ; ພ້ອມຂອງກາງອຸປະກອນທີ່ໃຊ້ເຂົ້າໃນການເຄື່ອນໄຫວຕອບແຊັດເວັບພະນັນອອນລາຍ ມີຄອມພິວເຕີຕັ້ງໂຕະ ຈໍານວນ 46 ຊຸດ, ໂທລະສັບມືຖື 133 ໜ່ວຍ, ຊຸດໂຕະ 4 ໜ່ວຍຕິດ ກັນ ຈໍານວນ 8 ຊຸດ ແລະ ເຄື່ອງຂອງກາງອື່ນໆອີກຈຳນວນໜຶ່ງ.

ADadvertisement
ADadvertisement
ADadvertisement
ສົ່ງຕົວຜູ້ຖືກຫາ ເປີດເວັບຫຼິ້ນການພະນັນທາງອອນລາຍສັນຊາດໄທ 67 ຄົນ ໃຫ້ທາງການໄທ · ຮູບທີ 3

ໂອກາດນີ້, ຂໍສະແດງຄວາມຂອບໃຈຕໍ່ພໍ່ແມ່ປະຊາຊົນ ພົນລະເມືອງດີ ທີ່ໄດ້ແຈ້ງຂໍ້ມູນທີ່ເປັນປະໂຫຍດໃຫ້ເຈົ້າ ໜ້າທີ່ ຈົນນຳໄປສູ່ການບຸກມ້າງຂະບວນການດັ່ງກ່າວ ແລະ ຫວັງຢ່າງຍິ່ງວ່າພໍ່ແມ່ປະຊາຊົນທຸກທົ່ວໜ້າຈະຊ່ວຍເປັນຫູເປັນຕາຊ່ວຍເຈົ້າໜ້າທີ່,ຫາກທ່ານພົບເຫັນບຸກຄົນ, ກຸ່ມຄົນ ແລະ ສະຖານທີ່ ທີ່ສົງໄສເຄື່ອນໄຫວກະຜິດຕໍ່ກົດໝາຍ ໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ໂດຍດ່ວນ, ແຈ້ງເຂົ້າມາທາງເພຈຂອງພວກເຮົາ ຫຼື ເພຈກົມຕຳຫຼວດເສດຖະກິດ ຫຼື ແຈ້ງເຂົ້າສາຍດ່ວນ 1533 ໄດ້ຕະຫຼອດເວລາ.

ສົ່ງຕົວຜູ້ຖືກຫາ ເປີດເວັບຫຼິ້ນການພະນັນທາງອອນລາຍສັນຊາດໄທ 67 ຄົນ ໃຫ້ທາງການໄທ · ຮູບທີ 4

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 54 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່