ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຝຣັ່ງ - ສະເປນ ຮັບມືໄຟປ່າຄັ້ງໃຫຍ່ທີ່ສຸດ ອົບພະຍົບແລ້ວ 330,000 ຄົນ

ໂດຍ Jenjila
· 4 ເດືອນ ກ່ອນອ່ານ 2 ນາທີ52 ຄັ້ງ
ຝຣັ່ງ - ສະເປນ ຮັບມືໄຟປ່າຄັ້ງໃຫຍ່ທີ່ສຸດ ອົບພະຍົບແລ້ວ 330,000 ຄົນ
ADadvertisement
ADadvertisement
ADadvertisement

ຝຣັ່ງ ແລະ ສະເປນ ກຳລັງຮັບມືກັບເຫດໄຟປ່າຄັ້ງຮຸນແຮງທີ່ສຸດຄັ້ງໜຶ່ງທີ່ພວກເຂົາເຈົ້າເຄີຍເຜີຍີນມາ, ໂດຍຕ້ອງໄດ້ອົບພະຍົບປະຊາຊົນລວມກັນແລ້ວຫຼາຍກວ່າ 330,000 ຄົນ, ເທີ່ຍວບິນຈຳນວນຫຼາຍຖືກຍົກເລີກ ຫຼື ລ່າຊ້າ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 26 ກໍລະກົດ 2026 ວ່າ: ປະເທດຝຣັ່ງ ແລະ ສະເປນ ກຳລັງພະຍາຍາມຮັບມືກັບເຫດໄຟປ່າຄັ້ງໃຫຍ່ທີ່ກຳລັງລຸກລາມຢ່າງໜັກ ຈົນຖືກຍົກໃຫ້ເປັນໜຶ່ງໃນເຫດການໄຟປ່າຄັ້ງຮຸນແຮງທີ່ສຸດໃນປະວັດສາດຂອງທັງສອງປະເທດ, ສົ່ງຜົນໃຫ້ຕ້ອງສົ່່ງອົບພະຍົບປະຊາຊົນລວມແລ້ວຫຼາຍກວ່າ 330,000 ຄົນ.

ຝຣັ່ງ - ສະເປນ ຮັບມືໄຟປ່າຄັ້ງໃຫຍ່ທີ່ສຸດ ອົບພະຍົບແລ້ວ 330,000 ຄົນ

ສະຖານະການໃນຝຣັ່ງ, ຢູ່ແຄວ້ນ ຊີຣົງ (Gironde) ທາedງຕາເວັນຕົກສ່ຽງໃຕ້ ຕ້ອງໄດ້ອົບພະຍົບປະຊາຊົນສະເພາະຊ່ວງຂ້າມຄືນວັນເສົາ-ອາທິດ ຫຼາຍກວ່າ 55,000 ຄົນ ແລະ ຖ້າລວມທັງພູມິພາກແມ່ນອົບພະຍົບໄປແລ້ວຫຼາຍກວ່າ 220,000 ຄົນ. ມີພື້ນທີ່ປ່າຖືກເຜົາໄໝ້ໄປແລ້ວປະມານ 42,000 ເຮັກຕາ, ແຕ່ຖ້າລວມທົ່ວປະເທດນັບຕັ້ງແຕ່ຕົ້ນປີມາ ແມ່ນມີພື້ນທີ່ຖືກໄຟປ່າເຜົາຜານໄປແລ້ວສູງເຖິງ 98,000 ເຮັກຕາ.

ADadvertisement
ADadvertisement
ADadvertisement
ຝຣັ່ງ - ສະເປນ ຮັບມືໄຟປ່າຄັ້ງໃຫຍ່ທີ່ສຸດ ອົບພະຍົບແລ້ວ 330,000 ຄົນ

ສະຖິຕິດັ່ງກ່າວເຮັດໃຫ້ນີ້ເປັນໄຟປ່າຄັ້ງໃຫຍ່ທີ່ສຸດທີ່ຝຣັ່ງເຜີຍີນນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ. ໂດຍໃນຕອນນີ້ ກະແສລົມແຮງ ແລະ ສະພາບອາການແຫ້ງແລ້ງ ເຮັດໃຫ້ໄຟໝູນວຽນ ແລະ ລຸກລາມຢ່າງຄາດເດົາບໍ່ໄດ້, ແລ້ວກຳລັງມຸ່ງໜ້າເຂົ້າຫາເມືອງ ບອກໂດ (Bordeaux).

ຝຣັ່ງ ກຳລັງໃຊ້ເຈົ້າໜ້າທີ່ດັບເພີງຫຼາຍກວ່າ 2,500 ນາຍ, ລວມທັງທີມຊ່ວຍເຫຼືອຈາກສະວິດເຊີແລນ, ທະຫານ 1,500 ນາຍ ແລະ ຕຳຫຼວດເກືອບ 1,200 ນາຍ ເຂົ້າຄວບຄຸມສະຖານະການ. ໂດຍ ປະທານາທິບດີ ເອັມມານູແອນ ມາຄຣົງ ຢືນຢັນວ່າ ລັດຖະບານຈະຊ່ວຍຟື້ນຟູພື້ນທີ່ເສຍຮ້ອງຢ່າງເຕັມທີ.

ຝຣັ່ງ - ສະເປນ ຮັບມືໄຟປ່າຄັ້ງໃຫຍ່ທີ່ສຸດ ອົບພະຍົບແລ້ວ 330,000 ຄົນ

ດ້ານຜົນກະທົບອື່ນໆ, ເມືອງຊາຍທະເລຄື ເລີ ປອກ (Le Porge) ເຮືອນຊານເສຍຮ້ອງໄປແລ້ວຫຼາຍກວ່າ 150 ຫຼັງ, ທ່ານກາງທາງການຕ້ອງໄດ້ສັ່ງປິດການຈາລະຈອນເທິງທາງຫຼວງສາຍ A63 ທີ່ມຸ່ງໜ້າໄປສະເປນ ເປັນໄລຍະທາງ 60 ກິໂລແມັດ.

ສ່ວນສະໜາມບິນ ບອກໂດ ຕ້ອງໄດ້ຈຳກັດການຈາລະຈອນທາງອາກາດ ເພື່ອເປີດທາງໃຫ້ແກ່ເຮືອບິນດັບເພີງ, ສົ່ງຜົນໃຫ້ເທີ່ຍວບິນພາານິດລ່າຊ້າ ແລະ ຖືກຍົກເລີກຈຳນວນຫຼາຍ. ການແຂ່ງຂັນລົດຖີບ “ຕູ ເດີ ຟຣັ່ງ” (Tour de France) ສະໜາມສຸດທ້າຍຢູ່ປາຣີ ກໍຕ້ອງໄດ້ປັບຫຼຸດໄລຍະທາງລົງ ເພື່ອລະດົມກຳລັງເຈົ້າໜ້າທີ່ໄປຊ່ວຍດັບໄຟອີກດ້ວຍ.

ຝຣັ່ງ - ສະເປນ ຮັບມືໄຟປ່າຄັ້ງໃຫຍ່ທີ່ສຸດ ອົບພະຍົບແລ້ວ 330,000 ຄົນ

ໃນຂະນະດຽວກັນ, ຢູ່ສະເປນ ມີການອົບພະຍົບປະຊາຊົນໄປແລ້ວຫຼາຍກວ່າ 90,000 ຄົນ, ໂດຍສະເພາະໃນພື້ນທີ່ອ້ອມຂ້າງນະຄອນຫຼວງ ມາດຣິດ ແລະ ແຄວ້ນ ອາບິລາ (Ávila) ມີພື້ນທີ່ເສຍຮ້ອງລວມຫຼາຍກວ່າ 77,000 ເຮັກຕາ, ເຮັດໃຫ້ເຫດການນີ້ກາຍເປັນໄຟປ່າຄັ້ງຮຸນແຮງທີ່ສຸດໃນປະວັດສາດສະໄໝໃຫມ່ຂອງສະເປນ.

ນອກຈາກນັ້ນ, ຍັງເກີດກຸ່ມໄຟປ່າໃຫມ່ໃກ້ເມືອງ ບາເລນເຊຍ (Valencia) ໂດຍເຈົ້າໜ້າທີ່ທ້ອງຖິ່ນລະບຸວ່າ ໄຟປ່າລຸກລາມເກີນກວ່າຄວາມສາມາດໃນການດັບໄດ້ແລ້ວ ເນື່ອງຈາກອຸນຫະພູມທີ່ສູງ ແລະ ຄວາມຊຸ່ມຕ່ຳ.

ທັງນີ້, ປັດຈຸບັນເຫດໄຟປ່າເຮັດໃຫ້ມີເຈົ້າໜ້າທີ່ດັບເພີງເສຍຊີວິດ 2 ນາຍຢູ່ຝຣັ່ງ ແລະ ພົນລະເຮືອນເສຍຊີວິດ 1 ລາຍຢູ່ສະເປນ.

ທີ່ມາ: BBC

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 52 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່