ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອຄ ແຂວງອຸດົມໄຊ ຕິດຕາມຊຸກຍູ້ ວຽກງານອຸດສາຫະກຳ-ການຄ້າ ຢູ່ເມືອງປາກແບງ

ໂດຍ Jenjilaອັບເດດ
· 4 ເດືອນ ກ່ອນອ່ານ 3 ນາທີ52 ຄັ້ງ
ອຄ ແຂວງອຸດົມໄຊ ຕິດຕາມຊຸກຍູ້ ວຽກງານອຸດສາຫະກຳ-ການຄ້າ ຢູ່ເມືອງປາກແບງ
ADadvertisement
ADadvertisement
ADadvertisement
ອຄ ແຂວງອຸດົມໄຊ ຕິດຕາມຊຸກຍູ້ ວຽກງານອຸດສາຫະກຳ-ການຄ້າ ຢູ່ເມືອງປາກແບງ

ຂປລ. ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຂະແໜງການ ອຸດສາຫະກຳແລະການຄ້າ (ອຄ) ແຂວງອຸດົມໄຊ ເຄື່ອນຕິດຕາມຊຸກຍູ້ວຽກງານອຸດສາຫະກຳ-ການຄ້າຢູ່ເມືອງປາກແບງ ຊຶ່ງນຳໂດຍທ່ານ ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ.

ອຄ ແຂວງອຸດົມໄຊ ຕິດຕາມຊຸກຍູ້ ວຽກງານອຸດສາຫະກຳ-ການຄ້າ ຢູ່ເມືອງປາກແບງ · ຮູບທີ 2

ທ່ານ ອ່ອນຕາ ສາລິກາທອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງປາກແບງ ໄດ້ຍົກໃຫ້ເຫັນສະພາບທີ່ພົ້ນເດັ່ນຄື: ການຈັດຕັ້ງປະຕິບັດຄຸ້ມຄອງແຮ່ທາດ ແມ່ນໄດ້ສ້າງແຜນວຽກໂດຍສົມທົບກັບພາກສ່ວນ, ຂະແໜງການຕ່າງໆ, ການສະກັດກັ້ນການລັກລອບຂຸດຄົ້ນແຮ່ທາດ ໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານ ແມ່ນມີມາດຕະການຕໍ່ຜູ້ລະເມີດສ້າງບົດບັນທຶກກ່າວເຕືອນ, ສຶກສາອົບຮົມ ແລະ ປັບໃໝຕາມລະບຽບການ, ວຽກງານຄຸ້ມຄອງລາຄາສິນຄ້າ ໄດ້ປະຕິບັດຕາມພາວະທາງດ້ານເສດຖະກິດ ໃນການຂະຫຍາຍຕົວໃນແຕ່ລະໄລຍະ, ປະຕິບັດຕາມນິຕິກຳທີ່ຂັ້ນເທິງວາງອອກໃນແຕ່ລະລາຍການຂອງສິນຄ້າ ແລະ ການສົມທຽບປະລິມານຂອງສິນຄ້າທີ່ມີຢູ່ພາຍໃນເມືອງ ໂດຍປະສານງານກັບບັນດາເມືອງ, ແຂວງທີ່ໃກ້ຄຽງ ເພື່ອບໍ່ໃຫ້ສູງເກີນໄປ ແລະ ຫລຸດລົງເກີນໄປ ໃຫ້ຢູ່ໃນລາຄາສົມດູນ. ສຳລັບການຈັດຕັ້ງປະຕິບັດວຽກງານ ທະບຽນວິສາຫະກິດ, ວຽກງານທໍລະນີສາດ ແລະ ບໍ່ແຮ່, ວຽກງານສົ່ງເສີມການພັດທະນາສິນຄ້າ ແລະ ການບໍລິການ, ວຽກງານອຸສາຫະກຳປຸງແຕ່ງ, ວຽກງານຊັບສິນທາງປັນຍາ, ວຽກງານການຄ້າພາຍໃນ, ວຽກງານກວດກາການຄ້າຂັ້ນເມືອງ ແລະ ວຽກງານດ້ານພະລັງງານ ພ້ອມທັງໄດ້ຍົກໃຫ້ເຫັນດ້ານອ່ອນຂໍ້ຄົງຄ້າງ, ບັນຫາສິ່ງທ້າທາຍທີ່ຈະຕ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າ.

ອຄ ແຂວງອຸດົມໄຊ ຕິດຕາມຊຸກຍູ້ ວຽກງານອຸດສາຫະກຳ-ການຄ້າ ຢູ່ເມືອງປາກແບງ · ຮູບທີ 3

ບັນດາຜູ້ແທນກອງປະຊຸມ ກໍຄືຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ຍັງໄດ້ປະກອບຄຳຄິດຄຳເຫັນສະຫລຸບຖອດຖອນບົດຮຽນຮ່ວມກັນ ກ່ຽວກັບບັນດາໜ້າວຽກຕ່າງໆ ເປັນຕົ້ນ ການຮັບໜ້າທີ່ວຽກງານໃໝ່ໃນແຕ່ລະດ້ານ ເພື່ອໃຫ້ມີຄວາມຊຳນິຊຳນານ ແລະ ປະຕິບັດໃຫ້ຖືກຕ້ອງສອດຄ່ອງ ຕາມພາລະບົດບາດສິດ ແລະ ໜ້າທີ່ຄວາມຮັບຜິດຊອບ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານ ໃນແຕ່ລະດ້ານໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນເປັນຢ່າງດີ.

ADadvertisement
ADadvertisement
ADadvertisement
ອຄ ແຂວງອຸດົມໄຊ ຕິດຕາມຊຸກຍູ້ ວຽກງານອຸດສາຫະກຳ-ການຄ້າ ຢູ່ເມືອງປາກແບງ · ຮູບທີ 4

ໂອກາດດັ່ງກ່າວ, ທ່ານ ອາລຸນ ບຸນວິໄລ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງວຽກງານອຸດສາຫະກຳ-ການຄ້າ, ຍົກໃຫ້ເຫັນສະພາບຄວາມຫຍຸ້ງຍາກສິ່ງທ້າທາຍ ເປັນຕົ້ນ ຄວາມບໍ່ສະຫງົບຢູ່ໃນພາກພື້ນສາກົນ ຊຶ່ງເຮັດໃຫ້ມີຜົນກະທົບຕໍ່ພາຍໃນປະເທດ ໂດຍສະເພາະ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ອັດຕາເງິນເຟີສູງ ລາຄານ້ຳມັນແພງ ພ້ອມທັງຮຽກຮ້ອງໃຫ້ຄະນະນຳ ແລະ ພະນັກງານທີ່ກ່ຽວຂ້ອງເອົາໃຈໃສ່ຄົ້ນຄວ້າຄືນ ບັນຫາຈຸດອ່ອນຂໍ້ຄົງຄ້າງ, ພາລະບົດບາດ ສິດ ໜ້າທີ່ ເປັນຕົ້ນ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ, ບັນດາແຜນຈຸດສຸມຕ່າງໆ ທີ່ນອນຢູ່ໃນວຽກງານອຸດສາຫະກຳ-ການຄ້າ ການສ້າງແຜນພັດທະນາຕາມທ່າແຮງບົ່ມຊ້ອນຂອງເມືອງ, ປຸກລະດົມຂົນຂວຍຊຸກຍູ້ສົ່ງເສີມ ບັນດາຜູ້ປະກອບການ ໃຫ້ມີລາຍຮັບຕາມທ່າແຮງທີ່ມີ, ເອົາໃຈໃສ່ດ້ານວຽກງານການເມືອງແນວຄິດ, ມີຄວາມສາມັກຄີພາຍໃນໃຫ້ເປັນອັນດຽວກັນ, ແລກປ່ຽນບົດຮຽນຮ່ວມກັນ ແລະ ເອົາໃຈໃສ່ວຽກງານວິຊາສະເພາະ, ສືບຕໍ່ຕິດຕາມຊຸກຍູ້ໂຄງການດ້ານອຸດສະຫະກຳແລະ ດ້ານພະລັງງານຕ່າງໆ ຢູ່ພາຍໃນເມືອງ ໃຫ້ສອດຄ່ອງຕາມແຜນທີ່ວາງໄວ້, ເປັນເຈົ້າການໃນການສະກັດກັ້ນ ແລະ ແກ້ໄຂບັນຫາການລັກລອບຂຸດຄົ້ນຄຳຕົກຂ້ອນຢູ່ພາຍໃນເມືອງ.

ອຄ ແຂວງອຸດົມໄຊ ຕິດຕາມຊຸກຍູ້ ວຽກງານອຸດສາຫະກຳ-ການຄ້າ ຢູ່ເມືອງປາກແບງ · ຮູບທີ 5

ໂອກາດດຽວກັນ, ຄະນະດັ່ງກ່າວ ຍັງໄດ້ລົງຕິດຕາມກວດກາສິນຄ້າ ພາຍໃນຕະຫລາດ, ບັນດາໂຄງການລົງທຶນ, ຫົວໜ່ວຍອຸດສາຫະກຳທັງພາກລັດ ແລະ ເອກະຊົນ ພາຍໃນເມືອງ ເພື່ອໃຫ້ດຳເນີນຖືກຕ້ອງສອດຄ່ອງຕາມລະບຽບການ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 52 ຄັ້ງ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່