ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກໍາລັງ ປກຊ ຊ້ອມກຽມຄວາມພ້ອມຊ່ວຍເຫລືອນໍ້າຖ້ວມ ຢູ່ ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ

ໂດຍ Pele
· 4 ເດືອນ ກ່ອນອ່ານ 1 ນາທີ46 ຄັ້ງ
ກໍາລັງ ປກຊ ຊ້ອມກຽມຄວາມພ້ອມຊ່ວຍເຫລືອນໍ້າຖ້ວມ ຢູ່ ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ
ADadvertisement
ADadvertisement
ADadvertisement

ວັນທີ 23 ກໍລະກົດ 2026 ກອງພັນ 564 (ຊ່າງແສງ) ກອງພົນທີ 4 ໄດ້ກວດກາຄວາມພ້ອມດ້ານຈຳນວນພົນ, ພາຫະນະ ແລະ ເຕັກນິກ ເພື່ອຮັບປະກັນໃຫ້ແກ່ວຽກງານ ຕ້ານ ແລະ ກອບກູ້ ໄພພິບັດທາງທຳມະຊາດ ທີ່ອາດຈະເກີດຂຶ້ນ ໃນ 3 ແຂວງພາກກາງ, ໂດຍມີສະຫາຍ ພັນໂທ ຄຳແກ້ວ ກົງປາລີ ຫົວໜ້າພະແນກຊ່າງແສງ ພ້ອມຄະນະ, ມີສະຫາຍ ພັນໂທ ອຳພອນ ສອນມະນີ ຫົວໜ້າການທະຫານ ກອງພັນ 564, ຄະນະພັກ-ຄະນະບັນຊາກອງຮ້ອຍ, ວິຊາການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ກໍາລັງ ປກຊ ຊ້ອມກຽມຄວາມພ້ອມຊ່ວຍເຫລືອນໍ້າຖ້ວມ ຢູ່ ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ

ສະຫາຍ ພັນຕີ ຄຳມ່ວນ ພົມມີໄຊ ຫົວໜ້າການທະຫານ ກອງຮ້ອຍເຕັກນິກ ກອງພັນ 564 ໃຫ້ຮູ້ວ່າ: ໂດຍການປະຕິບັດຕາມແຜນການ ແລະ ຄຳສັ່ງ ຂອງກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ດັ່ງນັ້ນ, ກອງພົນທີ 4 ຈຶ່ງອະນຸມັດໃຫ້ ກອງພັນ 564 ຈັດຕັ້ງກວດກາຄວາມພ້ອມດ້ານກຳລັງພົນ, ພາຫະນະ ແລະ ເຕັກນິກ ໃຫ້ປະຕິບັດຕາມແຜນການ, ບັນດາເນື້ອໃນ, ຄາດໝາຍ, ທິດສະດີ ແລະ ຫລັກການໃຫ້ບັນດານັກຂັບຂີ່ມີຄວາມຊໍານິຊໍານານ ສາມາດຮັບປະກັນທາງດ້ານການກຽມພ້ອມກອບກູ້ຊ່ວຍເຫລືອໄພພິບັດທາງທຳມະຊາດ ທີ່ອາດຈະເກີດຂຶ້ນ ໃນ 3 ແຂວງເຂດພາກກາງ: ບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ ໃຫ້ມີຄວາມປອດໄພ 100℅.

ກໍາລັງ ປກຊ ຊ້ອມກຽມຄວາມພ້ອມຊ່ວຍເຫລືອນໍ້າຖ້ວມ ຢູ່ ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ · ຮູບທີ 2

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່