
ເມືອງພູກູດ ທຳລາຍສິນຄ້າໝົດອາຍຸ ແລະ ເບຍລັກລອບນຳເຂົ້າຜິດກົດໝາຍ
P
ໂດຍ Pele
· 4 ເດືອນ ກ່ອນອ່ານ 1 ນາທີ42 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:02

ຂ່າວໜັງສືພິມຊຽງຂວາງມີໄຊ ລາຍງານວ່າ: ວັນທີ 29 ກໍລະກົດ 2026 ຜ່ານມາ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງພູກູດ ທໍາລາຍສິນຄ້າທີ່ນໍາເຂົ້າບໍ່ຖືກຕ້ອງ, ສິນຄ້າຕ້ອງຫ້າມ, ສິນຄ້າໝົດອາຍຸ-ເສື່ອມຄຸນນະພາບ ແລະ ສິນຄ້າລອກຮຽນແບບ. ໂດຍການເຂົ້າຮ່ວມມີທ່ານ ບຸນສົງ ວິລິວົງ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ລີວັນໄຊ ຈົງຕົວມົ່ວ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ມີການນໍາຂອງເມືອງພ້ອມດ້ວຍເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສິນຄ້າດັ່ງກ່າວແມ່ນໄດ້ຈາກການກວດຢືດຈາກ ການລົງກວດກາຕົວຈິງຕາມຮ້ານຄ້າພາຍໃນເມືອງ ມີສິນຄ້າໝົດອາຍຸ 34 ລາຍການ, ສິນຄ້າບໍ່ເສຍພາສີ 4 ລາຍການ, ສິນຄ້າເຄື່ອງປະກອບອາວຸດ 2 ລາຍການ ລວມມູນຄ່າທັງໝົດ 31.5 ລ້ານ ກວ່າກີບ.

ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/13908
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













