
ປກສ ເມືອງທົ່ງມີໄຊ ສຶກສາອົບຮົມໄວໜຸ່ມ 11 ຄົນ ມົ້ວສຸມດື່ມຄໍລະເຈັນ-ນ້ຳກະທ່ອມ
J
ໂດຍ Jenjila
· 4 ເດືອນ ກ່ອນອ່ານ 1 ນາທີ44 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 1:01


ໃນວັນທີ 30 ກໍລະກົດ 2026 ຢູ່ທີ່ຄ້າຍຄຸມຂັງ ດັດສ້າງ ຂອງກອງບັນຊາການ ປກສ ເມືອງທົ່ງມີໄຊ ພະແນກຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ເມືອງທົ່ງມີໄຊ ໄດ້ສຶກສາອົບຮົມໄວໜຸ່ມ ເປົ້າໝາຍທີ່ຫຼົງຜິດໃນການມົ້ວສຸມ ດື່ມນ້ຳກະທ່ອມ ແລະ ຄໍລາເຈນ 11 ຄົນ.

ທ່ານ ພັຕ ວານ ອິນທະວົງ ໄດ້ໃຫ້ຮູ້ວ່າ: ໃນຄັ້ງວັນທີ 18 ມີຖຸນາ 2026 ເຈົ້າໜ້າທີ່ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງທົ່ງມີໄຊ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ລົງກວດກາສະຖານທີ່ມົ້ວສຸມຕາມຈຸດຕ່າງໆ ຢູ່ໃນເຂດເທດສະບານເມືອງທົ່ງມີໄຊ ຜ່ານການລົງກວດກາໄດ້ພົບເຫັນ ແລະ ກັກຕົວ ກຸ່ມໄວໜຸ່ມດັ່ງກ່າວ. ໂອກາດດຽວກັນນີ້ ເຈົ້າໜ້າທີ່ວິຊາສະເພາະກ່ຽວຂ້ອງ ແລະ ຜູ້ປົກຄອງໄດ້ພ້ອມກັນ ເຮັດບົດບັນທຶກສຶກສາອົບຮົມ ຕໍ່ກັບກຸ່ມຄົນຈຳນວນດັ່ງກ່າວ.
——–
ທົ່ງມີໄຊ ວັນໃໝ່
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/13990
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













