ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຕືອນເສັ້ນທາງພູຜາມ່ານ ເມືອງຄູນຄໍາ ຂາດລົດທຸກປະເພດບໍ່ສາມມາດສັນຈອນໄດ້

ໂດຍ Jenjila
· 4 ເດືອນ ກ່ອນອ່ານ 1 ນາທີ47 ຄັ້ງ
ເຕືອນເສັ້ນທາງພູຜາມ່ານ ເມືອງຄູນຄໍາ ຂາດລົດທຸກປະເພດບໍ່ສາມມາດສັນຈອນໄດ້
ADadvertisement
ADadvertisement
ADadvertisement
ເຕືອນເສັ້ນທາງພູຜາມ່ານ ເມືອງຄູນຄໍາ ຂາດລົດທຸກປະເພດບໍ່ສາມມາດສັນຈອນໄດ້

ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 05 ສິງຫາ 2026 ເສັ້ນທາງພູຜາມ່ານ ເມືອງຄູນຄໍາ ແຂວງຄໍາມ່ວນ ໄດ້ຂາດ ເນື່ອງຈາກຝົນຕົກໜັກ ມີນໍ້າເຊາະເສັ້ນທາງເຮັດໃຫ້ທາງຂາດລົດທຸກປະເພດບໍ່ສາມມາດສັນຈອນໄດ້ ຍັງລໍຖ້າພາກສ່ວນກ່ຽວຂ້ອງມາແກ້ໄຂ.

ເຕືອນເສັ້ນທາງພູຜາມ່ານ ເມືອງຄູນຄໍາ ຂາດລົດທຸກປະເພດບໍ່ສາມມາດສັນຈອນໄດ້ · ຮູບທີ 2

ຈາກສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນໃນໄລຍະນີ້ ໄດ້ສົ່ງຜົນກະທົບໂດຍກົງຕໍ່ເສັ້ນທາງຄົມມະນາຄົມໃນຫລາຍບ່ອນ. ຫລ້າສຸດ, ໄດ້ມີລາຍງານແຈ້ງເຕືອນຈາກພາກສ່ວນກ່ຽວຂ້ອງ ຫລັງຈາກກະແສນໍ້າໄດ້ເຊາະເຈື່ອນໜ້າດິນຢ່າງຮຸນແຮງ ຈົນເຮັດໃຫ້ເສັ້ນທາງພູຜາມ່ານ ຖືກນໍ້າເຊາະຈົນທາງຂາດ ແລະ ລົດທຸກປະເພດບໍ່ສາມາດສັນຈອນຜ່ານໄປ-ມາໄດ້.

ເຕືອນເສັ້ນທາງພູຜາມ່ານ ເມືອງຄູນຄໍາ ຂາດລົດທຸກປະເພດບໍ່ສາມມາດສັນຈອນໄດ້ · ຮູບທີ 3

ສຳລັບປະຊາຊົນ, ພໍ່ແມ່ພີ່ນ້ອງ ແລະ ຜູ້ປະກອບການຂົນສົ່ງ ທີ່ມີຄວາມຈຳເປັນຕ້ອງໄດ້ເດີນທາງຜ່ານເສັ້ນທາງດັ່ງກ່າວ ຕ້ອງສຶກສາ ແລະ ວາງແຜນລ່ວງໜ້າ ໂດຍກວດສອບຂໍ້ມູນເສັ້ນທາງຫລີກລ້ຽງ ຫລື ຊອກຫາເສັ້ນທາງທາງເລືອກອື່ນໃຫ້ລະອຽດ ກ່ອນການອອກເດີນທາງ ທັງນີ້ກໍເພື່ອປ້ອງກັນບໍ່ໃຫ້ເສຍເວລາ ແລະ ຕິດຄ້າງກາງທາງ ພ້ອມທັງຕິດຕາມຂ່າວສານທາງການ: ຕິດຕາມເຝົ້າລະວັງສະຖານະການ ແລະ ຄວາມຄືບໜ້າ ໃນການສ້ອມແປງເສັ້ນທາງຈາກເຈົ້າໜ້າທີ່ທ້ອງຖິ່ນຢ່າງໃກ້ຊິດ; ເພີ່ມສະຕິລະມັດລະວັງ ເນື່ອງຈາກໃນໄລຍະລະດູຝົນນີ້ ຫລາຍເສັ້ນທາງອາດມີຄວາມສ່ຽງຈາກດິນເຈື່ອນ ແລະ ນໍ້າໄຫລຊຸ.

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່