ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາຄາທອງຄຳໂລກພຸ່ງຂຶ້ນແຮງ ຈາກເງິນໂດລາອ່ອນຄ່າລົງ

ໂດຍ Jenjila
· 4 ເດືອນ ກ່ອນອ່ານ 1 ນາທີ53 ຄັ້ງ
ລາຄາທອງຄຳໂລກພຸ່ງຂຶ້ນແຮງ ຈາກເງິນໂດລາອ່ອນຄ່າລົງ
ADadvertisement
ADadvertisement
ADadvertisement
ລາຄາທອງຄຳໂລກພຸ່ງຂຶ້ນແຮງ ຈາກເງິນໂດລາອ່ອນຄ່າລົງ

ພາບປະກອບຂ່າວ

ສຳນັກຂ່າວໂຣເຕີ/ຊີເອັນບີຊີ (Reuters/CNBC) ລາຍງານວ່າ: ລາຄາທອງຄຳໄດ້ພຸ່ງສູງຂຶ້ນໃນວັນພຸດ (5 ສິງຫາ 2026) ໂດຍໄດ້ຮັບແຮງໜູນຈາກການອ່ອນຄ່າຂອງໂດລາສະຫະລັດ ແລະ ອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດທີ່ຫຼຸດລົງ ໃນຂະນະທີ່ຕະຫຼາດກຳລັງເຝົ້າຕິດຕາມສະພາບການຢູ່ຕາເວັນອອກກາງ ແລະ ການເຈລະຈາເປີດຊ່ອງແຄບຮໍມຸຊ (Hormuz) ເພື່ອຊອກຫາຮູບແບບສັນຍານໃໝ່ກ່ຽວກັບແນວໂນ້ມອັດຕາເງິນເຟີ້ ແລະ ອັດຕາດອກເບ້ຍ.

ລາຄາທອງຄຳສະປອດ (Spot Gold) ພຸ່ງຂຶ້ນ 4.3% ສູ່ລະດັບ 4,252.74 ໂດລາຕໍ່ອອນສ໌ ໂດຍໃນຊ່ວງກ່ອນໜ້າຂອງເຊັດຊັນ ລາຄາທອງຄຳແທ່ງໄດ້ແຕະລະດັບສູງສຸດນັບຕັ້ງແຕ່ຊ່ວງວັນທີ 22 ມີຖຸນາ.

ADadvertisement
ADadvertisement
ADadvertisement

ສ່ວນສັນຍາຊື້ຂາຍທອງຄຳລ່ວງໜ້າຂອງສະຫະລັດ (U.S. Gold Futures) ໄດ້ປັບໂຕຂຶ້ນ 3.7% ສູ່ລະດັບ 4,305.20 ໂດລາ.

“ການຫຼຸດລົງຂອງຜົນຕອບແທນພັນທະບັດສອງວັນຕິດຕໍ່ກັນ ແລະ ການອ່ອນຄ່າຂອງໂດລາຕະຫຼອດອາທິດທີ່ຜ່ານມາ ເບິ່ງຄືວ່າຈະຊ່ວຍເປີດທາງ ແລະ ເພີ່ມໂອກາດໃຫ້ທອງຄຳ ພ້ອມທັງໂລຫະເງິນພຸ່ງສູງຂຶ້ນຕໍ່ໄດ້” ໄທ ຫວ່ອງ (Tai Wong) ນັກເທຣດໂລຫະລາຍອິດສະຫຼະກ່າວ.

ເງິນໂດລາສະຫະລັດຢູ່ໃກ້ລະດັບຕ່ຳສຸດໃນຮອບສາມເດືອນເມື່ອທຽບກັບສະກຸນເງິນເຢນຂອງຍີ່ປຸ່ນ ສົ່ງຜົນໃຫ້ທອງຄຳທີ່ຊື້ຂາຍດ້ວຍເງິນໂດລາມີລາຄາຖືກລົງສຳລັບຜູ້ຊື້ໃນຕ່າງປະເທດ ໃນຂະນະທີ່ອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດອາຍຸ 10 ປີ ເຄື່ອນໄຫວຢູ່ໃກ້ລະດັບຕ່ຳສຸດໃນຮອບໜຶ່ງອາທິດ.

ຂ່າວ: (Reuters/CNBC)

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 53 ຄັ້ງ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່