ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງອັດຕະປື ກວດພົບເຄືອຂ່າຍລັກລອບຕິດຕັ້ງເຄື່ອງຂຸດເງິນດິຈິຕອນ (Bitcoin) ເກືອບ 40 ໝ່ວຍ

ໂດຍ kaling
· 4 ເດືອນ ກ່ອນອ່ານ 1 ນາທີ40 ຄັ້ງ
ປກສ ແຂວງອັດຕະປື ກວດພົບເຄືອຂ່າຍລັກລອບຕິດຕັ້ງເຄື່ອງຂຸດເງິນດິຈິຕອນ (Bitcoin) ເກືອບ 40 ໝ່ວຍ
ADadvertisement
ADadvertisement
ADadvertisement

ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງອັດຕະປື ໄດ້ລົງກວດກາ ແລະ ເກັບກຳຂໍ້ມູນ ພົບການລັກລອບຕິດຕັ້ງເຄື່ອງຂຸດເງິນດິຈິຕອນ (Bitcoin) ຂອງກຸ່ມ ທ້າວ ງຽນ ວຽດ ຮ່ວາງ ເຊິ່ງແຜ່ລາມຢູ່ຫຼາຍຈຸດພາຍໃນ 3 ເມືອງ ເຊັ່ນ: ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງພູວົງ.

ຜົນການກວດກາຕົວຈິງ ນັບແຕ່ງັນທີ 28 ກໍລະກົດ – 3 ສິງຫາ 2026 ເຄື່ອງທີ່ຕິດຕັ້ງສຳເລັດແລ້ວ ລວມ 38 ໝ່ວຍ ໃນນີ້,​ ຢູ່ເມືອງສາມັກຄີໄຊ ພົບຢູ່ ບ້ານວັດຫຼວງ 12 ໝ່ວຍ;

ເມືອງໄຊເສດຖາ ພົບຢູ່ ບ້ານພອກໃຕ້ 9 ໝ່ວຍ , ບ້ານທາດພະໄຊ 9 ໝ່ວຍ ແລະ ບ້ານຄັນໝາກກ່ອງ 8 ໝ່ວຍ.

ADadvertisement
ADadvertisement
ADadvertisement

ຈຸດຂະຫຍາຍຜົນເພີ່ມເຕີມ ບ້ານເຊໃຫຍ່ ພົບເຄື່ອງຂຸດ 5 ໝ່ວຍ (ຍັງບໍ່ທັນຕິດຕັ້ງ) ໂຮງງານດອກຈຳປາຄຳ ພົບຮ່ອງຮອຍການຕິດຕັ້ງ ແຕ່ຖືກຍົກຍ້າຍອອກໄປກ່ອນ; ໂຮງງານໂຊກໄຊ (ບ້ານອຸດົມສຸກ) ພົບການເຊົ່າເຮືອນໄວ້ ແຕ່ຍັງບໍ່ມີອຸປະກອນ; ບ້ານຫ້ວຍກຽງ (ເມືອງພູວົງ): ກວດກາແລ້ວ ບໍ່ພົບອຸປະກອນ.

ປັດຈຸບັນ, ເຈົ້າໜ້າທີ່ໄດ້ຂຶ້ນບັນຊີເກັບກຳຂໍ້ມູນທັງໝົດໄວ້ຢ່າງລະອຽດ ເພື່ອສືບຕໍ່ຕິດຕາມ ແລະ ດຳເນີນຄະດີຕາມກົດໝາຍ. ພ້ອມດຽວກັນນີ້, ເຈົ້າໜ້າທີ່ໄດ້ແຈ້ງໃຫ້ປະຊາຊົນ ແລະ ອຳນາດການປົກຄອງບ້ານ ຊ່ວຍເປັນຫູເປັນຕາ ຫາກພົບເຫັນການເຄື່ອນໄຫວຜິດສັງເກດ ຫຼື ມີການລັກລອບຕິດຕັ້ງເຄື່ອງຂຸດ Bitcoin ໃຫ້ຟ້າວແຈ້ງຕຳຫຼວດທັນທີ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່