ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ

ໂດຍ kaling
· 4 ເດືອນ ກ່ອນອ່ານ 1 ນາທີ41 ຄັ້ງ
ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ
ADadvertisement
ADadvertisement
ADadvertisement

ກອງປະຊຸມກ່ຽວກັບການຢຸດການປ່ອຍນໍ້າ (ຢຸດການຜະລິດໄຟຟ້າຊົ່ວຄາວ) ຂອງບໍລິສັດໄຟຟ້າ ນໍ້າເທີນ 2 ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2026, ທີ່ ບໍລິສັດໄຟຟ້ານໍ້າເທີນ 2 ບ້ານສ້າງແກ້ວ ເມືອງຍົມມະລາດ ແຂວງຄໍາມ່ວນ ໂດຍມີຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງຍົມມະລາດ, ເມືອງມະຫາໄຊ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ

ທ່ານ ດຸສິດ ພົມມະຈັນ ຜູ້ອໍານວຍການເຂື່ອນໄຟຟ້ານໍ້າເທີນ 2 ໄດ້ລາຍງານຕໍ່ກອງປະຊຸມກ່ຽວກັບການຢຸດການປ່ອຍນໍ້າ ຊຶ່ງບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຢຸດການຜະລິດກະແສໄຟຟ້າ ແລະ ຢຸດການປ່ອຍນໍ້າຊົ່ວຄາວ ເພື່ອບໍ່ໃຫ້ມີການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ ເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນ ແລະ ຫຼຸດຜ່ອນຜົນກະທົບຕໍ່ຊຸມຊົນລຸ່ມເຂື່ອນ ເນື່ອງຈາກລະດັບນໍ້າ ແມ່ນໍ້າເຊບັ້ງໄຟເພີ່ມລະດັບສູງຂຶ້ນສູງຈາກນໍ້າທໍາມະຊາດ (ຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ລະດັບນໍ້າສູງຂຶ້ນຮອດເຂດເຕືອນໄພ ເກືອບເຂົ້າສູ່ລະດັບນໍ້າຖ້ວມ) ຊຶ່ງການຢຸດປ່ອຍນໍ້າໃນຄັ້ງນີ້ແມ່ນໄດ້ເລີ່ມປະຕິບັດແຕ່ເວລາ 0:00 ໂມງ ຂອງວັນທີ 7 ສິງຫາ ເປັນຕົ້ນມາ (ໂດຍອີງຕາມສັນຍາສໍາປະທານຂອງບໍລິສັດ ກໍຄືຖ້າຫາກລະດັບນໍ້າຂຶ້ນຮອດຈຸດກຳນົດ ຫຼື ຈຸດເຕືອນໄພ ແລ້ວບໍລິສັດຈະໄດ້ຢຸດເຊົາການຜະລິດຊົ່ວຄາວ) ແລະ ຈະປະຕິບັດຕໍ່ໄປຈົນກວ່າລະດັບນໍ້າຈະຫຼຸດລົງຮອດລະດັບທີ່ສະມາດດໍາເນີນການຜະລິດໄດ້.

ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ · ຮູບທີ 2

ທ່ານ ດຸສິດ ພົມມະຈັນ ຍັງໄດ້ຍົກໃຫ້ເຫັນເຖິງສະພາບການດຳເນີນກິດຈະການຂອງບໍລິສັດ, ຄວາມອາດສາມາດຂອງການກັກເກັບປະລິມານນໍ້າໃນອ່າງເກັບນໍ້າໜ້າເຂື່ອນ ລວມເຖິງການບໍລິຫານຈັດການນໍ້າ ແລະ ມາດຕະຖານຄວາມປອດໄພຂອງບໍລິສັດໃຫ້ຮັບຊາບຕື່ມ.

ADadvertisement
ADadvertisement
ADadvertisement
ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ · ຮູບທີ 3

ຂ່າວ: ກອງຄໍາ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່