ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ບຸກຈັບແກ້ງສໍ້ໂກງທາງອອນລາຍ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ.

ໂດຍ Jenjila
· 4 ເດືອນ ກ່ອນອ່ານ 2 ນາທີ47 ຄັ້ງ
ເຈົ້າໜ້າທີ່ ບຸກຈັບແກ້ງສໍ້ໂກງທາງອອນລາຍ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ.
ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ ບຸກຈັບແກ້ງສໍ້ໂກງທາງອອນລາຍ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ.

ໃນລະຫວ່າງ ວັນທີ 8-9 ສິງຫາ 2026 ນີ້, ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ໄດ້ລົງມ້າງກວາດລ້າງ ກຸ່ມແກ້ງເວບພະນັນອອນລາຍ ແລະ ສຊ້ໂກງທາງໂທລະຄົມ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ນະຄອນຫຼວງວຽງຈັນ, ໃນນີ້ໄດ້ເຂົ້າກວດຄົ້ນ ຕຶກອາຄານ 2, ຕຶກອາຄານ 10 ແລະ ຕຶກອາຄານ 11 ແລະ ຕຶກອານຄານ ບໍລິສັດ ເອັດສພີ ທະວີພາວເວີ້ ຈໍາກັດຜູ້ດຽວ, ສາມາດກັກຕົວຜູ້ຖືຫາ ກຸ່ມແກ້ງເວບພະນັນອອນລາຍ ແລະ ສໍ້ໂກງທາງໂທລະຄົມ ໄດ້ທັງໝົດ 261, ຍິງ 35 ຄົນ, ມີ 07 ສັນຊາດຄື: ສັນຊາດຈີນ ມີ 153 ຄົນ, ຍິງ 01 ຄົນ, ຫວຽດນາມ ມີ 61 ຄົນ, ຍິງ 16 ຄົນ; ໄທ ມີ 36 ຄົນ, ຍິງ 16 ຄົນ; ໄຕ້ຫວັນ ມີ 05 ຄົນ, ຍິງ 01 ຄົນ; ມາເລເຊຍ ມີ 02 ຄົນ; ເກົາຫຼີໃຕ້ ມີ 02 ຄົນ ແລະ ສັນຊາດ ມຽນມາ ມີ 02 ຄົນ, ຍິງ 01 ຄົນ, ພ້ອມເຄື່ອງຂອງກາງຫຼາຍລາຍການຄື: ຄອມພິວເຕີຕັ້ງໂຕະ ຈໍານວນ 404 ໜ່ວຍ; ຄອມພິວເຕີໂນດບຸກ ຈໍານວນ 86 ໜ່ວຍ; ໂທລະສັບມືຖື ຈໍານວນ 2355 ໜ່ວຍ.

ເຈົ້າໜ້າທີ່ ບຸກຈັບແກ້ງສໍ້ໂກງທາງອອນລາຍ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ. · ຮູບທີ 2

ຜ່ານການສອບສວນຂອງເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຕຶກອາຄານດັ່ງກ່າວເປັນຂອງ ບໍລິສັດລາວທາດຫຼວງລົງທືນພັດທະນາຈໍາກັດ ຕັ້ງຢູ່ເຂດເສດຖະກິດພິເສດບຶງທາດຫຼວງ, ບ້ານໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ປັດຈຸບັນ, ເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນ ເພື່ອຫາຫົວໂປ່ໂຕການ ແລະ ຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ ບຸກຈັບແກ້ງສໍ້ໂກງທາງອອນລາຍ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ. · ຮູບທີ 3

ໃນໂອກາດນີ້, ເຈົ້າໜ້າທີ່ຂໍສະແດງຄວາມຂອບໃຈຕໍ່ພໍ່ແມ່ປະຊາຊົນ ພົນລະເມືອງດີ ທີ່ໄດ້ແຈ້ງຂໍ້ມູນທີ່ເປັນປະໂຫຍດໃຫ້ເຈົ້າໜ້າທີ່ຈົນນຳໄປສູ່ການບຸກມ້າງຂະບວນການດັ່ງກ່າວໄດ້ຢ່າງຕໍ່ເນື່ອງ ແລະ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງພ້ອມກັນມີສະຕິໃນການໃຊ້ສື່ສັງຄົມອອນລາຍ ຢ່າຕົກເປັນເຫຍື່ອຂອງກຸ່ມແກ້ງເວບພະນັນອອນລາຍ ແລະ ສໍ້ໂກງທາງໂທລະຄົທ ພ້ອມທັງຢຸດຫຼິ້ນການພະນັນທຸກຮູບແບບ ໂດຍສະເພາະພະນັນອອນລາຍ ພ້ອມນັ້ນ ຖ້າຫາກທ່ານພົບເຫັນບຸກຄົນ, ກຸ່ມຄົນ ແລະ ສະຖານທີ່ ທີ່ສົງໄສເຄື່ອນໄຫວກະຜິດຕໍ່ກົດໝາຍ ໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ໂດຍດ່ວນ ຫຼື ແຈ້ງເຂົ້າສາຍດ່ວນ 1533 ໄດ້ຕະຫຼອດເວລາ.

ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ ບຸກຈັບແກ້ງສໍ້ໂກງທາງອອນລາຍ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ. · ຮູບທີ 4
ເຈົ້າໜ້າທີ່ ບຸກຈັບແກ້ງສໍ້ໂກງທາງອອນລາຍ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ. · ຮູບທີ 5
ເຈົ້າໜ້າທີ່ ບຸກຈັບແກ້ງສໍ້ໂກງທາງອອນລາຍ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ. · ຮູບທີ 6
ເຈົ້າໜ້າທີ່ ບຸກຈັບແກ້ງສໍ້ໂກງທາງອອນລາຍ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ. · ຮູບທີ 7
ເຈົ້າໜ້າທີ່ ບຸກຈັບແກ້ງສໍ້ໂກງທາງອອນລາຍ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ. · ຮູບທີ 8
ເຈົ້າໜ້າທີ່ ບຸກຈັບແກ້ງສໍ້ໂກງທາງອອນລາຍ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ. · ຮູບທີ 9

( ຂ່າວ-ພາບ: ກົມສື່ມວນຊົນ ປກສ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່