ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນ້ຳຖ້ວມກະທັນຫັນ ເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງ

ໂດຍ kaling
· 4 ເດືອນ ກ່ອນອ່ານ 2 ນາທີ40 ຄັ້ງ
ນ້ຳຖ້ວມກະທັນຫັນ ເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງ
ADadvertisement
ADadvertisement
ADadvertisement

ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ເນື່ອງຈາກເກີດນ້ຳຖ້ວມກະທັນຫັນ ຢູ່ບ້ານນ້ຳດີ ແລະ ບ້ານປ່າປົວະ ເມືອງຫລວງນ້ຳທາ, ຊຶ່ງເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດຂຶ້ນພາຍຫລັງທີ່ມີຝົນຕົກໜັກຕິດຕໍ່ກັນ ແຕ່ຄ່ຳຄືນຂອງວັນທີ 10 ສິງຫາ 2026 ຈົນຮອດເວລາ 05:00 ໂມງເຊົ້າ ຂອງວັນທີ 11 ສິງຫາ ເຮັດໃຫ້ມວນນ້ຳປ່າໄຫລຊຸເຂົ້າຖ້ວມບ້ານນ້ຳດີຢ່າງກະທັນຫັນ. ຈາກການລົງເກັບກຳຂໍ້ມູນເບື້ອງຕົ້ນພົບວ່າ: ມີເຮືອນຊານຂອງປະຊາຊົນຖືກນ້ຳຖ້ວມ 23 ຫລັງ ແລະ ຖືກນ້ຳພັດໄຫລເສຍຫາຍທັງຫລັງ 5 ຫລັງ. ນອກຈາກນີ້, ຍັງມີຜົນລະປູກ, ເນື້ອທີ່ນາ, ໜອງປາ, ພາຫະນະ ແລະ ສັດລ້ຽງຈຳນວນໜຶ່ງ ກໍໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ. ພ້ອມດຽວກັນນີ້, ມວນນ້ຳຍັງໄດ້ໄຫລລົງສູ່ພື້ນທີ່ຕ່ຳ ສົ່ງຜົນກະທົບໂດຍກົງຕໍ່ບ້ານປ່າປົວະ ເຮັດໃຫ້ເຮືອນຊານຂອງປະຊາຊົນບາງສ່ວນ, ເສັ້ນທາງສັນຈອນ, ເນື້ອທີ່ນາ ແລະ ຜົນລະປູກ ຖືກນ້ຳຖ້ວມຂັງເຊັ່ນດຽວກັນ.

ຕໍ່ກັບສະພາບການດັ່ງກ່າວ, ຄະນະນຳຂອງແຂວງ ແລະ ເມືອງຫລວງນໍ້າທາ ໄດ້ລົງພື້ນທີ່ຕິດຕາມສະພາບໄພນ້ຳຖ້ວມກະທັນຫັນ ຢູ່ທີ່ບ້ານນ້ຳດີ ແລະ ບ້ານປ່າປົວະ ຕາແສງທົ່ງອົ້ມ ເມືອງຫລວງນ້ຳທາ, ຊຶ່ງນຳໂດຍ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ, ທ່ານ ວົງມະນີ ເພື່ອປະຊາ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນຄົງ ພິມມະສອນ ເລຂາຄະນະບໍລິຫານງານພັກເມືອງຫລວງນ້ຳທາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໂດຍໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຂັ້ນເມືອງ ປະສານສົມທົບກັບ ອົງການປົກຄອງບ້ານ ເພື່ອຮີບຮ້ອນລົງປະເມີນມູນຄ່າຄວາມເສຍຫາຍຕົວຈິງ ພ້ອມທັງຈັດສັນບ່ອນພັກເຊົາຊົ່ວຄາວ ໃຫ້ແກ່ຄອບຄົວທີ່ສູນເສຍເຮືອນຊານ ແລະ ລະດົມກຳລັງພົນທະຫານ, ຕຳຫລວດ ເຂົ້າຊ່ວຍເຫລືອປະຊາຊົນ ໃນການອະນາໄມດິນຕົມ ແລະ ຟື້ນຟູສະພາບແວດລ້ອມ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ນອກຈາກນີ້, ຄະນະນຳຍັງໄດ້ຮຽກຮ້ອງໃຫ້ປະຊາຊົນ ທີ່ອາໄສຢູ່ລຽບຕາມແຄມນ້ຳ ແລະ ເຂດສ່ຽງໄພ ເພີ່ມທະວີຄວາມສະຕິລະວັງຕົວ, ກຽມພ້ອມຍົກຍ້າຍວັດຖຸສິ່ງຂອງມີຄ່າຂຶ້ນບ່ອນສູງ ແລະ ຕິດຕາມການແຈ້ງເຕືອນສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງໃກ້ຊິດ ເນື່ອງຈາກສະພາບອາກາດໃນໄລຍະນີ້ ຍັງມີຄວາມສ່ຽງທີ່ຈະມີຝົນຕົກໜັກລົງມາຕື່ມ ຊຶ່ງອາດພາໃຫ້ເກີດນ້ຳຖ້ວມຊຸ ຫລື ດິນເຈື່ອນຊ້ຳຊ້ອນ ເພື່ອຮັບປະກັນຄວາມປອດໄພຕໍ່ຊີວິດ ແລະ ຊັບສິນ.

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່