ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອຸດົມໄຊ ຕັດສິນຈໍາເລີຍຂໍ້ຫາຕັດໄມ້ຄຸ້ມຄອງ ຖາງປ່າ ແລະ ຈູດປ່າໂດຍບໍ່ຖືກຕ້ອງ ຈຳຄຸກ 5 ເດືອນ ແລະ ປັບໃໝ 46 ລ້ານກວ່າກີບ

ໂດຍ kaling
· 4 ເດືອນ ກ່ອນອ່ານ 2 ນາທີ39 ຄັ້ງ
ອຸດົມໄຊ ຕັດສິນຈໍາເລີຍຂໍ້ຫາຕັດໄມ້ຄຸ້ມຄອງ ຖາງປ່າ ແລະ ຈູດປ່າໂດຍບໍ່ຖືກຕ້ອງ ຈຳຄຸກ 5 ເດືອນ ແລະ ປັບໃໝ 46 ລ້ານກວ່າກີບ
ADadvertisement
ADadvertisement
ADadvertisement

ໃນວັນທີ 5 ສິງຫາ 2026 ຢູ່ທີຫ້ອງປະຊຸມສານປະຊາຊົນເຂດ 1 ແຂວງອຸດົມໄຊ ໄດ້ຖະແຫຼງ ຄຳຕັດສີນຄະດີອາຍາ ເລກທີ 011/ຂຕ.ອ ລົງວັນທີ 05 ສິງຫາ 2026 ໂດຍຊ່ອງໜ້າຄະນະສານອາຍາສານປະຊາຊົນເຂດ 1 ພ້ອມອົງການກ່ຽວຂ້ອງ ແລະ ຈໍາເລີຍ, ຜ່ານການຄົ້ນຄ້ວາບັນດາຂໍ້ມູນຫຼັກຖານຕ່າງໆຢ່າງລະອຽດຖີ່ຖ້ວນ ແລະ ພາວະວິໄສ ຄະນະສານອາຍາ ຂອງສານປະຊາຊົນເຂດ 1 ແຂວງອຸດົມໄຊ ໄດ້ພິຈາລະນາລົງໂທດຕັດອິດສາຫຼະພາບ ທ້າວ ທອງພັນ ໄຊຍະສອນ ອາຍຸ 33 ປີ ຢູ່ໜ່ວຍ 05 ບ້ານນາໂຮມ ເມືອງນາໝໍ້ ແຂວງອຸດົມໄຊ (ຈຳເລີຍ)

ອຸດົມໄຊ ຕັດສິນຈໍາເລີຍຂໍ້ຫາຕັດໄມ້ຄຸ້ມຄອງ ຖາງປ່າ ແລະ ຈູດປ່າໂດຍບໍ່ຖືກຕ້ອງ ຈຳຄຸກ 5 ເດືອນ ແລະ ປັບໃໝ 46 ລ້ານກວ່າກີບ

ໃນຂໍ້ຫາມີຄວາມຜິດໃນການຕັດໄມ້ຄຸ້ມຄອງ, ການຖາງປ່າ ແລະ ຈູດປ່າໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ຕາມມາດຕາ 326 ວັກໜຶ່ງ ຂອງປະມວນກົດໝາຍອາຍາ ສະບັບປີ 2017 ເມື່ອສານພິຈາລະນາແລ້ວເຫັນວ່າ: ທ້າວ ທອງພັນ ໄຊຍະສອນ (ຈຳເລີຍ) ມີຄວາມຜິດຕາມຂໍ້ກ່າວຫາແທ້.

ອຸດົມໄຊ ຕັດສິນຈໍາເລີຍຂໍ້ຫາຕັດໄມ້ຄຸ້ມຄອງ ຖາງປ່າ ແລະ ຈູດປ່າໂດຍບໍ່ຖືກຕ້ອງ ຈຳຄຸກ 5 ເດືອນ ແລະ ປັບໃໝ 46 ລ້ານກວ່າກີບ · ຮູບທີ 2

ເນື່ອງຈາກວ່າ: ໃນວັນທີ 13 ກຸມພາ 2026 ທ້າວ ທອງພັນ ໄຊຍະສອນ (ຈໍາເລີຍ) ໄດ້ເອົາພ້າ ຈໍານວນ 01 ດວງ ແລະ ຈັກສະຕິນ ຈໍານວນ 01 ເຄື່ອງໄປຕັດຕົ້ນໄມ້ ແລະ ຖາງປ່າສະຫງວນ ແລະ ປ່າຊົມໃຊ້ ຂອງບ້ານ ນາໂຮມ, ມີຕົ້ນໄມ້ຖືກຕັດຈໍານວນ 528 ຕົ້ນ ແລະ ໄມ້ປ່ອງ 15 ສຸມ ແລະ ມີເນື້ອທີ່ດິນຖືກບຸກລຸກ 1,45 ເຮັກຕາ ມີມູນຄ່າເສຍຫາຍ ທັງໝົດຈໍານວນ 36,100,000 ກີບ.

ADadvertisement
ADadvertisement
ADadvertisement

ຕາມບົດບັນທຶກ ປະເມີນຜົນເສຍຫາຍ ການຕັດໄມ້ທຳລາຍປ່າ ຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ນາໝໍ້, ແຂວງ ອຸດົມໄຊ ເລກທີ 17/ກສມ, ລົງວັນທີ 30 ມິຖຸນາ 2026 ຊຶ່ງປ່າດັ່ງກ່າວ ເປັນປ່າທີ່ໄດ້ຮັບການຄຸ້ມຄອງໂດຍລັດ ແລະ ບໍ່ອະນຸຍາດໃຫ້ບຸກຄົນໃດເຂົ້າໄປບຸກລຸກ ແລະ ເຮັດການຜະລິດໃນເຂດພື້ນທີ່ສ້າງຄວາມເສຍຫາຍໃຫ້ແກ່ຊັບພະຍາກອນທຳມະຊາດ ແລະ ສ້າງຜົນກະທົບຕໍ່ສິ່ງແວດລ້ອມ.

ເຫັນວ່າ ການກະທໍາຂອງທ້າວ ທອງພັນ ໄຊຍະສອນ (ຈໍາເລີຍ) ເປັນການກະທໍາຜິດ ຕາມມາດຕາ 326 ວັກໜຶ່ງ ຂອງປະມວນກົດໝາຍອາຍາ ສະບັບປີ 2017 ໃນຂໍ້ຫາ ການຕັດໄມ້ຄຸ້ມຄອງ, ການຖາງປ່າ ແລະ ຈຸດປ່າ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຕາມທີ່ໄດ້ວິນິດໄສຂ້າງເທິງ ດັ່ງນັ້ນ, ສານຈຶ່ງເຫັນຄວນຕັດສິນລົງໂທດຕັດອິດ ສະລະພາບໃສ່ທ້າວທອງພັນ ໄຊຍະສອນ (ຈໍາເລີຍ) ຫ້າເດືອນ ແລະ ປັບໃໝເປັນຈຳນວນເງິນ 46,735,000 ກີບ, ຮິບອຸປະກອນພ້າ ຈຳນວນ 01 ດວງພ້ອມຈັກສະຕິນ ( ຍີ້ຫໍ້ I.WAIIOF ) ຈຳນວນ 01 ເຄື່ອງມາເປັນຂອງລັດຕາມລະບຽບການ.

———

©️ຂ່າວ ປກສ ແຂວງອຸດົມໄຊ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່