ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

6 ເດືອນຕົ້ນປີ 2026 ຊື້-ຂາຍ ພະລັງງານໄຟຟ້າໄດ້ 9,089 GWh ມອບພັນທະໃຫ້ ລັດຖະບານໄດ້ 832 ຕື້ກີບ

ໂດຍ kaling
· 4 ເດືອນ ກ່ອນອ່ານ 2 ນາທີ54 ຄັ້ງ
6 ເດືອນຕົ້ນປີ 2026 ຊື້-ຂາຍ ພະລັງງານໄຟຟ້າໄດ້ 9,089 GWh ມອບພັນທະໃຫ້ ລັດຖະບານໄດ້ 832 ຕື້ກີບ
ADadvertisement
ADadvertisement
ADadvertisement

ວັນທີ 11 ສິງຫາ 2026 ລັດວິສາຫະກິດໄຟຟ້າລາວ ໄດ້ຈັດກອງປະຊຸມສະຫລຸບການດໍາເນີນທຸລະກິດປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີປະທານສະພາບໍລິຫານ ລັດວິສາຫະກິດໄຟຟ້າລາວ, ຫົວໜ້າກົມ ຮອງກົມ ຮອງຜູ້ອໍານວຍການໃຫຍ່ ໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ອາຄົມເດດ ວົງໄຊ ປະທານສະພາບໍລິຫານ ລັດວິສາຫະກິດໄຟຟ້າລາວ ໄດ້ລາຍງານຫຍໍ້ ຜົນການຈັດຕັ້ງປະຕິບັດການດໍາເນີນທຸລະກິດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ວ່າ: ດ້ານວຽກງານວິຊາສະເພາະ ໃນ 6 ເດືອນຕົ້ນປີ 2026 ວຽກງານການຄຸ້ມຄອງລະບົບສົ່ງ ລະບົບຈໍາໜ່າຍ ແລະ ການຜະລິດ ໃນປັດຈຸບັນແຫລ່ງຜະລິດທັງໝົດມີ 110 ແຫ່ງ ລວມກໍາລັງຕິດຕັ້ງ 5,075 MW, ມີ 86 ສະຖານີໄຟຟ້າແຮງສູງ ລວມກໍາລັງຕິດຕັ້ງ ທັງໝົດ 9,236 MVA ມີລະບົບສາຍສົ່ງແຮງສູງ ແລະ ຕາຂ່າຍແຮງກາງ, ແຮງຕໍ່າ ລວມກັນທັງໝົດ 76,474 km/ວົງຈອນ ແລະ ມີໝໍ້ນັບໄຟໃນການຄຸ້ມຄອງ ທັງໝົດ 1,860,889 ໜ່ວຍ.

– ເຂື່ອນໄຟຟ້ານໍ້າຕົກທີ່ ໄຟຟ້າລາວ ຄຸ້ມຄອງ 3 ເຂື່ອນຄື: ເຂື່ອນໄຟຟ້າ ນໍ້າງື່ມ 4; ເຂື່ອນໄຟຟ້ານໍ້າເປີນ 1 ແລະ ເຂື່ອນໄຟຟ້ານໍ້າກາບ ລວມກໍາລັງຕິດຕັ້ງທັງໝົດ 279 MW ແລະ ມີ 2 ເຂື່ອນທີ່ກໍາລັງກໍ່ສ້າງຄື: ໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າງື່ມ 3 ມີກໍາລັງຕິດຕັ້ງທັງໝົດ 480 MW ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າຫີນບູນ ມີກໍາລັງຕິດຕັ້ງ 30 MW,

ADadvertisement
ADadvertisement
ADadvertisement

– ລັດວິສາຫະກິດໄຟຟ້າລາວ ເລັ່ງ ຈັດຕັ້ງປະຕິບັດ 4 ໂຄງການສາຍສົ່ງ-ສະຖານີ ຄື: ໂຄງການ 500/230 kV ອ້ອມນະຄອນຫລວງວຽງຈັນ ຄື, ໂຄງການ ວຽງແກ້ວ-ໂຄກສະອາດ, ນາຊາຍທອງ-ວຽງແກ້ວ ແລະ ໂຄກສະອາດ-ດົງໂພສີ ໃຫ້ສໍາເລັດໃນທ້າຍປີ 2026 ເພື່ອຮອງຮັບພະລັງງານໄຟຟ້າຈາກແຫຼ່ງຜະລິດທີ່ມາຈາກພາກເໜືອ ຫາ ນະຄອນຫລວງວຽງຈັນ.

– ການຊື້-ຂາຍ ພະລັງງານໄຟຟ້າ ໃນ 6 ເດືອນຕົ້ນປີສາມາດປະຕິບັດໄດ້ 9,089 GWh ສາມາດມອບພັນທະໃຫ້ ລັດຖະບານໄດ້ 832 ຕື້ກີບ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 54 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່