ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ເຮັດບົດບັນທຶກ 5 ຮ້ານ ລະເມີດແຈ້ງການໄວ້ອາໄລລະດັບຊາດ ລະຫວ່າງວັນທີ 8-12 ສິງຫາ 2026

ໂດຍ kaling
· 4 ເດືອນ ກ່ອນອ່ານ 1 ນາທີ47 ຄັ້ງ
ເຈົ້າໜ້າທີ່ ເຮັດບົດບັນທຶກ 5 ຮ້ານ ລະເມີດແຈ້ງການໄວ້ອາໄລລະດັບຊາດ ລະຫວ່າງວັນທີ 8-12 ສິງຫາ 2026
ADadvertisement
ADadvertisement
ADadvertisement

ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫລວງວຽງຈັນ ລາຍງານວ່າ: ໂດຍປະຕິບັດຕາມແຈ້ງການ ຂອງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫລວງວຽງຈັນ ສະບັບເລກທີ 1084/ວທ.ນວ, ລົງວັນທີ 09 ສິງຫາ 2026 ປິດໃຫ້ບໍລິການຊົ່ວຄາວ ໃນໄລຍະວັນທີ 08-12 ສິງຫາ 2026 ເພື່ອເປັນການໄວ້ອາໄລຕໍ່ການຈາກໄປຂອງກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ.

ຜ່ານການກວດກາຕິດຕາມ ຂອງໜ່ວຍສະເພາະກິດ ປະກອບມີ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫລວງວຽງຈັນພະແນກຕຳຫຼວດຄຸ້ມຄອງການທ່ອງທ່ຽວຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເມືອງ ແລະ ພະແນກ 502 ຢູ່ຂອບເຂດ ເມືອງ ໄຊທານີ, ເຊິ່ງພົບເຫັນຮ້ານທີ່ລະເມີດຕໍ່ແຈ້ງການ ໄລຍະໄວ້ອາໄລປະທານສະພາແຫ່ງຊາດ ຄື:

1. ຮ້ານອາຫານ ນານ່າ ປີ້ງເປັດ ບ້ານຄໍາຮຸ່ງ ເມືອງໄຊທານີ (ເປີດເພງສຽງດັງ ມີຮ້ອງເພງຜ່ານໜ້າຈໍ)

ADadvertisement
ADadvertisement
ADadvertisement

2. ຮ້ານປີ້ງເປັດຫລັງບ້ານ ບ້ານຄໍາຮຸ່ງ ເມືອງໄຊທານີ (ເປີດເພງ ຮ້ອງເພງຜ່ານໜ້າຈໍ)

3. ຮ້ານປີ້ງເປັດຖິງໆ ບ້ານສີວິໄລ ເມືອງໄຊທານີ ຄົນຫລາຍ (ແຕ່ບໍ່ມີການເປີດເພງ)

4. ຮ້ານປີ້ງແບ້ແຈັກ ບ້ານໂນນຫວາຍ ເມືອງໄຊເສດຖາ ມີການເປີດເພງ ປິດເກີນໂມງເວລາ ເກີນ 23:00 ໂມງ

5. ຮ້ານອາຫານຈີນ ອູງໝີງ ບ້ານ ດົງປ່າລານ ເມືອງສີສັດຕະນາກ ເປີດກາຍ 01:00 ໂມງ ແຂກຫລາຍ ເປີດເພງສຽງດັງ (ກັກໜັງສືຜ່ານແດນ ພໍ່ຄົວຄົນຈີນ ຜູ້ຕາງໜ້າເຈົ້າຂອງຮ້ານຂຶ້ນມາ)

ເຈົ້າໜ້າທີ່ ເຮັດບົດບັນທຶກ 5 ຮ້ານ ລະເມີດແຈ້ງການໄວ້ອາໄລລະດັບຊາດ ລະຫວ່າງວັນທີ 8-12 ສິງຫາ 2026

ຄະນະຮັບຜິດຊອບ ໄດ້ເຮັດບົດບັນທຶກກັບຮ້ານທີ່ລະເມີດ ແລະ ບໍ່ປະຕິບັດຕາມແຈ້ງການ ຂອງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫລວງວຽງຈັນ ຕາມລະບຽບການທີ່ກໍານົດໄວ້.

ທີ່ມາ: ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫລວງວຽງຈັນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່