ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ກວາດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ຈັບຕົວໄດ້ 78 ຄົນ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ45 ຄັ້ງ
ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ກວາດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ຈັບຕົວໄດ້ 78 ຄົນ
ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ກວາດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ຈັບຕົວໄດ້ 78 ຄົນ

ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 12 ສິງຫາ 2026, ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ກອງບັນຊາການ ປກສ ແຂວງວຽງຈັນ ສົມທົບກັບເຈົ້າໜ້າທີ່ ປກສ ເມືອງວັງວຽງ ເຂົ້້າກວດກາເປົ້າໝາຍຄົນຕ່າງປະເທດ ທີ່ເຂົ້າມາເຊົ່າຢູ່ໂຮງແຮມ ເພື່ອເປັນບ່ອນເຄື່ອນໄຫວກໍ່ອາຊະຍາກຳທາງລະບົບອິນເຕີເນັດ ຢູ່ໂຮງແຮມ 2 ຈຸດ ຂອງເມືອງວັງວຽງ ແຂວງວຽງຈັນ.

ຜ່ານການກວດກາຕົວຈິງ ພົບເຫັນຄົນຕ່າງປະເທດທີ່ເປັນເປົ້າໝາຍສົງໄສ ທັງໝົດ 78 ຄົນ, ຍິງ 5 ຄົນ, ມີ 02 ສັນຊາດ ຄື: ສັນຊາດຈີນ ຈຳນວນ 77 ຄົນ ແລະ ສັນຊາດມາເລເຊຍ 1 ຄົນ, ໃນຈຳນວນ 78 ຄົນ ແມ່ນບໍ່ຖືໜັງສືຜ່ານແດນ (PASSPORT), ກວດພົບເຄື່ອງມືອີເລັກໂຕນິກ ມີໂທລະສັບມືຖືຈໍານວນ 170 ໜ່ວຍ, ຄອມພິວເຕີໂນດບຸກ 41 ໜ່ວຍ, ໄອແພັດ 7 ໜ່ວຍ, ຄອມພິວເຕີຕັ້ງໂຕະ ຈຳນວນ 1 ໜ່ວຍ, ກ໋ອງຄວາມຈຳ ຄອມພິວເຕີ ແມັກມິນິ ຈຳນວນ 58 ກ໋ອງ ທີ່ນຳໃຊ້ເຂົ້າໃນການເຄື່ອນໄຫວກະທຳຜິດ.

ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ກວາດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ຈັບຕົວໄດ້ 78 ຄົນ · ຮູບທີ 2

ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ກັກຕົວພວກກ່ຽວ ພ້ອມດ້ວຍ ເຄື່ອງຂອງກາງ ເພື່ອໄປດຳເນີນການສືບສວນ-ສອບສວນ ຕາມລະບຽບກົດໝາຍ.

ADadvertisement
ADadvertisement
ADadvertisement

ພາຍຫຼັງສົມທົບກັນກວດກາສໍາເລັດ ໃນວັນທີ 17 ສິງຫາ 2026, ເຈົ້້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ແຂວງວຽງຈັນ ໄດ້ນຳຕົວພວກຕ້ອງຫາ ຈຳນວນ 78 ຄົນ ໄປຢູ່ສູນຫຼັກ 62 ເພື່ອສືບຕໍ່ດໍາເນີນຄະດີຕໍ່ພວກກ່ຽວ ຕາມລະບຽບກົດໝາຍໃນຂັ້ນຕໍ່ໄດ້.

ຂ່າວ: ປກສ ແຂວງວຽງຈັນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່