ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຈັບຜູ້ຊື້-ຂາຍສັດປ່າຫວງຫ້າມ ພ້ອມຢຶດຂອງກາງຈຳນວນຫຼາຍ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ45 ຄັ້ງ
ຈັບຜູ້ຊື້-ຂາຍສັດປ່າຫວງຫ້າມ ພ້ອມຢຶດຂອງກາງຈຳນວນຫຼາຍ
ADadvertisement
ADadvertisement
ADadvertisement
ຈັບຜູ້ຊື້-ຂາຍສັດປ່າຫວງຫ້າມ ພ້ອມຢຶດຂອງກາງຈຳນວນຫຼາຍ

ປະຕິບັດຕາມການຊີ້ນໍາຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະ ກົມໃຫຍ່ຕຳຫຼວດ; ໃນ ວັນ ທີ 16 ສິງຫາ 2026 ເວລາ 13:15 ໂມງ, ເຈົ້າໜ້າທີ່ກົມຕຳ ຫຼວດສິ່ງແວດລ້ອມ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການ ປກສ ແຂວງບໍລິຄຳໄຊ, ພະແນກຕໍາ ຫຼວດສິ່ງແວດລ້ອມ ປກສ ແຂວງບໍລິຄຳໄຊ ແລະ ປກສ ເມືອງປາກກະດິງ ເຂົ້າມ້າງຄະດີລັກລອບຊື້-ຂາຍຊິ້ນສ່ວນສັດປ່າທີ່ຫ່ວງຫ້າມມີໄວ້ຂອບຄອງ ຢູ່ລີສອດໂນນສະຫວັນ ຕັ້ງຢູ່ບ້ານໂພນສະຈະເລີນ ຄຸ້ມໂພນງາມ ເມືອງປາກກະດິງ ແຂວງບໍລິຄຳໄຊ.

ຈັບຜູ້ຊື້-ຂາຍສັດປ່າຫວງຫ້າມ ພ້ອມຢຶດຂອງກາງຈຳນວນຫຼາຍ · ຮູບທີ 2

ຜ່ານການເຂົ້າກວດຄົ້ນ ສາມາດກັກຕົວເປົ້າໝາຍສົງໃສເຄືອຂ່າຍລັກລອບຄ້າຂາຍສັດປ່າທີ່ຫວງຫ້າມ ເປັນຊາວຕ່າງປະເທດ ແລະ ຢຶດຊິ້ນສ່ວນສັດປ່າຫວງຫ້າມ ໄດ້ຫຼາຍປະເພດ ເຊັ່ນ: ປະເພດ ຄ້າຍຄືງາຊ້າງ ລວມນ້ຳໜັກ 1.755,6 ກິໂລກຼາມ, ຊາກສັດ ຄ້າຍຄືເສືອດໍາ 2 ໂຕ, ຈໍານວນ 45,5 ກິໂລກຼາມ ແລະ ອື່ນໆອີກຫຼາຍລາຍການ ພ້ອມດ້ວຍພາຫະນະລົດໃຫຍ່ 2 ຄັນ.

ປັດຈຸບັນ, ຄະດີດັ່ງກ່າວ ຢູ່ໃນຂັ້ນຕອນການສືບສວນ- ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງ ແລະ ຜູ້ຮ່ວມຂະ ບວນການມາລົງໂທດຕາມກົດໝາຍ ຢ່າງເຂັ້ມງວດ.

ADadvertisement
ADadvertisement
ADadvertisement
ຈັບຜູ້ຊື້-ຂາຍສັດປ່າຫວງຫ້າມ ພ້ອມຢຶດຂອງກາງຈຳນວນຫຼາຍ · ຮູບທີ 3
ຈັບຜູ້ຊື້-ຂາຍສັດປ່າຫວງຫ້າມ ພ້ອມຢຶດຂອງກາງຈຳນວນຫຼາຍ · ຮູບທີ 4

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່