ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຫລວງຂອນ ເມືອງ ແລະ ແຂວງຫລວງນໍ້າທາ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 2 ນາທີ43 ຄັ້ງ
ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຫລວງຂອນ ເມືອງ ແລະ ແຂວງຫລວງນໍ້າທາ
ADadvertisement
ADadvertisement
ADadvertisement
ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຫລວງຂອນ ເມືອງ ແລະ ແຂວງຫລວງນໍ້າທາ

ຂປລ. ໃນຕອນບ່າຍວັນທີ 17 ສິງຫາ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຫລວງຂອນ ເມືອງ ແລະ ແຂວງຫລວງນໍ້າທາ ໂດຍມີທ່ານເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຫລວງນໍ້າທາ ແລະ ປະຊາຊົນທ້ອງຖິ່ນດັ່ງກ່າວ ໃຫ້ການຕ້ອນຮັບ.

ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຫລວງຂອນ ເມືອງ ແລະ ແຂວງຫລວງນໍ້າທາ · ຮູບທີ 2

ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳ ຕໍ່ວຽກງານຈຸດສຸມຂອງຕາແສງ ບາງດ້ານ ເປັນຕົ້ນ ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ລັດ ຖະກອນ ແລະ ປະຊາຊົນບັນດາເຜົ່າ; ມີສະຕິລະວັງຕົວຕໍ່ກົນອຸບາຍທຳລາຍຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນຕາແສງ ແລະ ເຂດຊາຍແດນ; ກະກຽມດ້ານຕ່າງໆ ເພື່ອຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບການພັດທະນາທີ່ຍືນຍົງ ແລະ ສີຂຽວ; ສົ່ງເສີມການປູກຝັງ-ລ້ຽງສັດ ເປັນສິນຄ້າຕາມທິດ ສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງ; ສູ້ຊົນປະຕິບັດແຜນການຜະລິດປະຈຳປີ, ພ້ອມທັງກະກຽມຄວາມຮັບມື ກັບໄພພິບັດທຳມະຊາດ ທີ່ອາດເກີດຂຶ້ນຢ່າງໃກ້ຊິດ ແລະ ທັນການ; ປະຕິບັດ 11 ຕົວຊີ້ວັດດ້ານການພັດທະນາ; ສືບຕໍ່ຕິດຕາມການລັກລອບຂຸດຄົ້ນແຮ່ທາດຕ່າງໆ, ລວມທັງການດູດແຮ່ຊາຍ-ຫີນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ; ປັບປຸງກົນໄກການບໍລິຫານລັດ ໃຫ້ຜ່ານລະບົບປະຕູດຽວ ແລະ ຫັນເປັນດີຈິຕອນ; ຝຶກອົບຮົມຍົກລະດັບຄວາມຮູ້-ຄວາມສາມາດດ້ານຕ່າງໆໃຫ້ບຸກຄະລາກອນຂັ້ນຕາແສງ ແລະ ບ້ານ; ພ້ອມກັນພັດທະນາຕາແສງຫລວງຂອນໃຫ້ກາຍເປັນທ້ອງຖິ່ນທີ່ໝັ້ນຄົງ, ປະຊາຊົນມີຊີວິດການເປັນຢູ່ນັບມື້ດີຂຶ້ນ.

ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຫລວງຂອນ ເມືອງ ແລະ ແຂວງຫລວງນໍ້າທາ · ຮູບທີ 3

ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມສະພາບຜົນກະທົບຈາກໄພພິບັດນໍ້າຖ້ວມ-ໄຫລຊຸ ຢູ່ເຂດບ້ານທົ່ງດີ ແລະ ບ້ານນໍ້າດີ, ພ້ອມທັງມອບທຶນ ແລະ ເຄື່ອງອຸປະ ໂພກ-ບໍລິໂພກ ຈຳນວນໜຶ່ງ ໃຫ້ແກ່ອົງການປົກຄອງເມືອງຫລວງນໍ້າທາ ເພື່ອນຳໄປຊ່ວຍເຫລືອປະຊາ ຊົນ ແລະ ແກ້ໄຂຜົນກະທົບ ຈາກໄພພິບັດດັ່ງກ່າວ.

ADadvertisement
ADadvertisement
ADadvertisement
ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຫລວງຂອນ ເມືອງ ແລະ ແຂວງຫລວງນໍ້າທາ · ຮູບທີ 4

ຕາແສງຫລວງຂອນ ເປັນໜຶ່ງໃນ 4 ຕາແສງ ທີ່ຂຶ້ນກັບອົງການປົກຄອງເມືອງຫລວງນໍ້າທາ, ປະກາດສ້າງຕັ້ງໃນວັນທີ 25 ທັນວາ 2025, ຕັ້ງຢູ່ຫ່າງຈາກຫ້ອງວ່າການເມືອງ 4,5 ກິໂລແມັດ, ມີເນື້ອທີ່ທັງໝົດ 54 ພັນກວ່າເຮັກຕາ, ເນື້ອທີ່ພູດອຍກວມ 44,4% ທິດເໜືອຕິດກັບຕາແສງທົ່ງອົ້ມ, ທິດໃຕ້ຕິດກັບເມືອງວຽງພູຄາ, ທິດຕາເວັນອອກຕິດກັບ ຕາແສງທົ່ງປຸ່ງ, ທິດຕາເວັນຕົກຕິດກັບເມືອງສິງ, ປະກອບມີ 18 ບ້ານ, ມີ 4.396 ຄອບຄົວ, ມີ 3.639 ຫລັງຄາເຮືອນ, ພົນລະເມືອງ 19.024 ຄົນ, ຍິງ 9.505 ຄົນ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່