
ແຈ້ງເຕືອນ10 ແຂວງໃຫ້ເຝົ້າລະວັງ ນ້ຳຖ້ວມຊຸ ແລະ ດິນເຈື່ອນໃນລະຫວ່າງວັນທີ 18-19 ສິງຫາ 2026
J
ໂດຍ Jenjilaອັບເດດ
· 3 ເດືອນ ກ່ອນອ່ານ 1 ນາທີ41 ຄັ້ງ
ຟັງຂ່າວນີ້2 ນາທີ · ສຽງ AI ຜູ້ຍິງ
0:00 / 2:04

ຮ່ອງຄວາມກົດອາກາດຕ່ຳຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ລົງຫາ ພາກກາງ ຂອງປະເທດລາວ, ສົມທົບກັບ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງມີກຳລັງແຮງປານກາງພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນເຂດພາກກາງ ລົງຫາ ພາກໃຕ້.
ເຂດພື້ນທີ່ສ່ຽງນ້ຳຖ້ວມຊຸ ແລະ ດິນເຈື່ອນ ມີດັ່ງນີ້:
- ແຂວງ ຜົ້ງສາລີ: ເມືອງ ໃໝ່, ເມືອງ ຜົ້ງສາລີ, ເມືອງ ສຳພັນ ແລະ ເມືອງ ຂວາ
- ແຂວງ ຫົວພັນ: ເມືອງ ຫົວເມືອງ ແລະ ເມືອງ ກວັ້ນ
- ແຂວງ ຫຼວງພະບາງ: ເມືອງ ຊຽງເງິນ, ເມືອງ ນານ ແລະ ນະຄອນຫຼວງພະບາງ
- ແຂວງ ອຸດົມໄຊ: ເມືອງ ປາກແບ່ງ ແລະ ເມືອງ ງາ
- ແຂວງ ໄຊສົມບູນ: ເມືອງ ລອງຊານ ແລະ ເມືອງ ລອງແຈ້ງ
- ແຂວງ ໄຊຍະບູລີ: ເມືອງ ປາກລາຍ, ເມືອງ ທົ່ງມີໄຊ, ເມືອງ ໄຊຍະບູລີ ແລະ ເມືອງ ຊຽງຮ່ອນ
- ແຂວງ ບໍລິຄຳໄຊ: ເມືອງ ປາກກະດິງ, ເມືອງ ທ່າພະບາດ ແລະ ເມືອງ ວຽງທອງ
- ແຂວງ ຄຳມ່ວນ: ເມືອງ ທ່າແຂກ, ເມືອງ ບົວລະພາ, ເມືອງ ຫີນບູນ, ເມືອງ ນາກາຍ, ເມືອງ ຍົມມະລາດ, ເມືອງ ຄຸນຄຳ, ເມືອງ ມະຫາໄຊ, ເມືອງ ເຊບັ້ງໄຟ ແລະ ເມືອງ ໄຊບົວທອງ
- ແຂວງ ສະຫວັນນະເຂດ: ເມືອງ ພີນ, ເມືອງ ນອງ, ເມືອງ ວິລະບູລີ ແລະ ເມືອງ ຊົນນະບູລີ
- ແຂວງ ອັດຕະປື: ເມືອງ ພູວົງ, ເມືອງ ຊານໄຊ ແລະ ເມືອງ ສະໜາມໄຊ
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນເຂດພື້ນທີ່ສ່ຽງ ຈຶ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີ ນ້ຳຖ້ວມຊຸ ແລະ ດິນເຈື່ອນ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນ້ຳ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.
ຕາມແຈ້ງການດັ່ງລຸ່ມນີ້:

ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/14845
‹ ກັບໄປໝວດແຈ້ງການ
ອ່ານຕໍ່



ແຈ້ງປັບລົງລາຄານໍ້າມັນເຊື້ອໄຟທຸກຊະນິດ
3 ມື້ກ່ອນ

ແຈ້ງການມອດໄຟ ວັນທີ 26,27,30/11/2026
4 ມື້ກ່ອນ







