MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຝົ້າລະວັງນ້ຳຖ້ວມຊຸ ແລະ ດິນເຈື່ອນ ໃນ 13 ແຂວງ ແລະ 57 ເມືອງ ລະຫວ່າງວັນທີ 19-20 ສິງຫາ 2026 ນີ້

ເຝົ້າລະວັງນ້ຳຖ້ວມຊຸ ແລະ ດິນເຈື່ອນ ໃນ 13 ແຂວງ ແລະ 57 ເມືອງ ລະຫວ່າງວັນທີ 19-20 ສິງຫາ 2026 ນີ້

Jenjila
ເຜີຍແຜ່: 19 ສິງຫາ 2026, 13:37
ປັບປຸງຫຼ້າສຸດ: 19 ສິງຫາ 2026, 13:42
Jen - Mahasan Post (4)

ຮ່ອງຄວາມກົດອາກາດຕ່ຳ ຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ເຂດພື້ນທີ່ສ່ຽງນ້ຳຖ້ວມຊູ ແລະ ດິນເຈື່ອນ ມີດັ່ງນີ້:

  • ແຂວງ ຫົວພັນ: ເມືອງ ຫົວເມືອງ ແລະ ເມືອງ ກວັນ
  • ແຂວງ ຫຼວງນ້ຳທາ: ເມືອງ ລອງ, ນ້ຳທາ, ນາແລ ແລະ ເມືອງ ສິງ
  • ແຂວງ ບໍ່ແກ້ວ: ເມືອງ ຫ້ວຍຊາຍ ແລະ ເມືອງ ເມິງ
  • ແຂວງ ອຸດົມໄຊ: ເມືອງ ຮຸນ, ແບ່ງ, ໄຊ ແລະ ເມືອງ ງາ
  • ແຂວງ ໄຊຍະບູລີ: ເມືອງ ຫົງສາ, ໄຊຍະບູລີ ແລະ ເມືອງ ພຽງ
  • ແຂວງ ວຽງຈັນ: ເມືອງ ກາສີ ແລະ ເມືອງ ວັງວຽງ
  • ແຂວງ ໄຊສົມບູນ: ເມືອງ ລ້ອງຊານ
  • ແຂວງ ບໍລິຄຳໄຊ: ເມືອງ ບໍລິຄັນ, ປາກກະດິງ, ຄຳເກີດ ແລະ ເມືອງ ວຽງທອງ
  • ແຂວງ ຄຳມ່ວນ: ເມືອງ ທ່າແຂກ, ບົວລະພາ, ຫີນບູນ, ນາກາຍ, ຍົມມະລາດ, ຄູນຄຳ, ມະຫາໄຊ, ຫນອງບົກ ແລະ ເມືອງ ເຊບັ້ງໄຟ
  • ແຂວງ ສະຫວັນນະເຂດ: ເມືອງ ພີນ, ນະຄອນໄກສອນພົມວິຫານ, ເມືອງ ອາດສະພັງທອງ, ເຊໂປນ, ທ່າປາງທອງ, ສອງຄອນ, ຈຳພອນ, ໄຊບູລີ, ວິລະບູລີ, ພະລານໄຊ, ນອງ, ອຸທຸມພອນ ແລະ ເມືອງ ຊົນນະບູລີ
  • ແຂວງ ສາລະວັນ: ເມືອງ ເລົ່າງາມ, ວາປີ, ຕະໂອ້ຍ, ຄົງເຊໂດນ ແລະ ເມືອງ ລະຄອນເພັງ
  • ແຂວງ ເຊກອງ: ເມືອງ ກະລຶມ ແລະ ດັກຈຶງ
  • ແຂວງ ອັດຕະປື: ເມືອງ ພູວົງ, ຊານໄຊ ແລະ ເມືອງ ສະໜາມໄຊ

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນເຂດພື້ນທີ່ສ່ຽງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີ ນ້ຳຖ້ວມຊູ ແລະ ດິນເຈື່ອນ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນ້ຳ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາຕ ຢ່າງຕໍ່ເນື່ອງ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດແຈ້ງການ

ຂ່າວທີ່ກ່ຽວຂ້ອງ