ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຍຶດຂອງກາງ ຄ້າຍຄືຊີ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ທີ່ນະຄອນຫຼວງວຽງຈັນ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ40 ຄັ້ງ
ຍຶດຂອງກາງ ຄ້າຍຄືຊີ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ທີ່ນະຄອນຫຼວງວຽງຈັນ
ADadvertisement
ADadvertisement
ADadvertisement

ໃນວັນທີ 18 ສິງຫາ 2026 ເຈົ້າໜ້າທີ່ກຸ່ມເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ຫຼື LAO-WEN ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນລົງເຄື່ອນໄຫວກວດກາ ການລັກລອບຄ້າຂາຍ ແລະ ມີໄວ້ໃນຄອບຄອງ ຊີ້ນສ່ວນ ແລະ ຜະລິດຕະພັນສັດປ່າ ປະເພດຫວງຫ້າມ ຢູ່ບ້ານສີສະຫວາດ ເມືອງຈັນທະບູລີນະຄອນຫຼວງວຽງຈັນ.

ຍຶດຂອງກາງ ຄ້າຍຄືຊີ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ທີ່ນະຄອນຫຼວງວຽງຈັນ

ຜ່ານການລົງກວດກາຕົວຈິງ ເຈົ້າໜ້າທີ່ ໄດ້ພົບເຫັນການລັກລອບຄ້າຂາຍ ແລະ ມີໄວ້ໃນຄອບຄອງ ຊິ້ນສ່ວນ ແລະ ຜະລິດຕະພັນທີ່ຄ້າຍຄືສັດປ່າປະເພດຫວງຫ້າມ ພ້ອມທັງຜູ້ຖືກສົງໃສຈຳນວນໜຶ່ງ ທີ່ເປັນຄົນສັນຊາດຈີນ ພາຍໃນສະຖານທີ່ດັ່ງກ່າວ ເຊິ່ງຂອງກາງທີ່ພົບເຫັນ ໄດ້ແກ່: ຊີ້ນສ່ວນ ແລະ ຜະລິດຕະພັນ ທີ່ຄ້າຍຄືນໍແຮດ ງາຊ້າງແກະສະຫຼັກ ໜັງຊ້າງແຫ້ງເກັດ-ຜົງເກັດລິ່ນ ບີສັດປ່າ ຜົງບີໝີ ແຂ້ວສັດປ່າ ກະດູກສັດປ່າ ແກະສະຫຼັກ ແລະ ຢາສະໝຸນໄພທີ່ສົງໃສມີສ່ວນປະສົມຈາກສັດປ່າ ລວມທັງໝົດ 38 ລາຍການ ມີນ້ຳໜັກ ຫຼາຍກວ່າ 30 ກິໂລກຣາມ ນອກຈາກນີ້ ຍັງພົບເຫັນເຄື່ອງຈັກທີ່ໃຊ້ເຂົ້າໃນການແປຮູບ ຊີ້ນສ່ວນ ແລະ ຜະລິດຕະພັນຈາກສັດປ່າຈຳນວນຫຼາຍເຄື່ອງ ພ້ອມດ້ວຍອຸປະກອນເຄື່ອງມືທີ່ກ່ຽວຂ້ອງຈຳນວນໜຶ່ງ.

ຍຶດຂອງກາງ ຄ້າຍຄືຊີ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ທີ່ນະຄອນຫຼວງວຽງຈັນ · ຮູບທີ 2

ຕໍ່ກັບເຫດການດັ່ງກ່າວ ທາງເຈົ້າໜ້າທີ່ກຸ່ມເຄືອຂ່າຍ LAO-WEN ໄດ້ດຳເນີນການກັກຍຶດເຄື່ອງຂອງກາງທັງໝົດໄວ້ເພື່ອເປັນຫຼັກຖານໃນການປະກອບສຳນວນຄະດີ ສ່ວນກຸ່ມຄົນສັນຊາດຈີນທີ່ຖືກສົງໃສນັ້ນ ແມ່ນໄດ້ຖືກກັກຕົວໄວ້ ເພື່ອດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.

ADadvertisement
ADadvertisement
ADadvertisement
ຍຶດຂອງກາງ ຄ້າຍຄືຊີ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ທີ່ນະຄອນຫຼວງວຽງຈັນ · ຮູບທີ 3

ຂ່າວ: ຊີລິການດາ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່