ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງຫຼວງນ້ຳທາ ສຶກສາອົບຣົມໄວລຸ້ນມົ້ວສຸມ ຄໍລະເຈນ ແລະ ນ້ຳໃບກະທ່ອມ 18 ຄົນ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ45 ຄັ້ງ
ປກສ ແຂວງຫຼວງນ້ຳທາ ສຶກສາອົບຣົມໄວລຸ້ນມົ້ວສຸມ ຄໍລະເຈນ ແລະ ນ້ຳໃບກະທ່ອມ 18 ຄົນ
ADadvertisement
ADadvertisement
ADadvertisement

ອາທິດທີ່ຜ່ານມາ ຂອງເດືອນ ສິງຫາ 2026 ນີ້, ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໄດ້ສຶກສາອົບຮົມກຸ່ມໄວໜຸ່ມ

ປກສ ແຂວງຫຼວງນ້ຳທາ ສຶກສາອົບຣົມໄວລຸ້ນມົ້ວສຸມ ຄໍລະເຈນ ແລະ ນ້ຳໃບກະທ່ອມ 18 ຄົນ

ມົ້ວສຸມສິ່ງເສບຕິດປະເພດຄໍລະເຈນ ແລະ ນ້ໍາໃບກະທ່ອມ ຈໍານວນ 18 ຄົນ, ຍີງ 05 ຄົນ. ໂດຍການເຂົ້າຮ່ວມຂອງ ທ່ານ ພັນຕີ ອານຸສັກ ອິນທະປະເສີດ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງຫຼວງນ້ຳທາ ພ້ອມດ້ວຍເຈົ້າໜ້າທີ່ວິຊາສະເພາະເຂົ້າຮ່ວມ.

ປກສ ແຂວງຫຼວງນ້ຳທາ ສຶກສາອົບຣົມໄວລຸ້ນມົ້ວສຸມ ຄໍລະເຈນ ແລະ ນ້ຳໃບກະທ່ອມ 18 ຄົນ · ຮູບທີ 2

ການສືກສາອົບຮົມໃນຄັ້ງນີ້ ເຈົ້າໜ້າທີ່ວິຊາສະເພາະໄດ້ລາຍງານພຶດຕິກຳຂອງກຸ່ມໄວໜຸ່ມນີ້ ເຊິ່ງໄດ້ພາກັນຊື້ ແລະ ນຳໃຊ້ສິ່ງເສບຕິດປະເພດ ຄໍລະເຈນ ແລະ ນ້ຳໃບກະທ່ອມ ມາປະສົມຕົ້ມດື່ມ ເພື່ອຄວາມມ່ວນຊື່ນ ແລະ ມົ້ວສຸມນຳກັນຕາມສະຖານທີ່ຕ່າງໆ ເຊິ່ງການກະທຳດັ່ງກ່າວ ແມ່ນເປັນການລະເມີດລະບຽບກົດໝາຍ, ເຊີ່ງສ້າງຄວາມບໍ່ສະຫງົບ ແລະ ສົ່ງຜົນກະທົບອັນຮ້າຍແຮງຕໍ່ສຸຂະພາບ, ຈິດປະສາດ ຕະຫຼອດຮອດອະນາຄົດຂອງຕົນເອງ.

ADadvertisement
ADadvertisement
ADadvertisement
ປກສ ແຂວງຫຼວງນ້ຳທາ ສຶກສາອົບຣົມໄວລຸ້ນມົ້ວສຸມ ຄໍລະເຈນ ແລະ ນ້ຳໃບກະທ່ອມ 18 ຄົນ · ຮູບທີ 3

ພ້ອມຍັງໄດ້ເນັ້ນໜັກໃຫ້ກຸ່ມໄວໜຸ່ມທັງ 18 ຄົນ, ຍິງ 05 ຄົນ ໃຫ້ພ້ອມກັນຕື່ນຕົວ ແລະ ຫັນມາກັບຕົວເປັນຄົນດີຂອງສັງ ຄົມ ຕັ້ງໜ້າສຶກສາຮ່ຳຮຽນ ແລະ ຊ່ວຍເຫຼືອວຽກງານຄອບຄົວ. ພ້ອມກັນນັ້ນ, ກໍໄດ້ຮຽກຮ້ອງໃຫ້ຜູ້ປົກຄອງ ຈົ່ງເອົາໃຈໃສ່ຕິດຕາມ, ເບີ່ງແຍງ ແລະ ສຶກສາອົບຮົມລູກຫຼານຂອງຕົນຢ່າງໃກ້ຊິດ ເພື່ອບໍ່ໃຫ້ເຂົາເຈົ້າຫວນຄືນໄປພົວພັນກັບສິ່ງເສບຕິດ ແລະ ສິ່ງຜິດກົດໝາຍຕ່າງໆຕຶ່ມອີກ.

ຂ່າວ: ປກສ ແຂວງຫຼວງນ້ຳທາ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່