
ອັບເດດສະຖານະການຫຼ້າສຸດ ! ລະດັບນໍ້າເຊບັງຫຽງ ເຂດລະຫານໍ້າ ເມືອງສອງຄອນ ຍື່ງຂຶ້ນສູງລົ້ນຕະລິ່ງ ແລະ ມີທ່າອ່ຽງເພີ່ມສູງຂຶ້ນຕໍ່ໄປ
J
ໂດຍ Jenjilaອັບເດດ
· 3 ເດືອນ ກ່ອນອ່ານ 1 ນາທີ55 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:50

ຊ່ອງຂ່າວເມືອງສອງຄອນ ແຂວງສະຫວັນນະເຂດ ລາຍງາວ່າ: ໃນຕອນເຊົ້າຂອງວັນທີ 21 ສິງຫາ 2026 ສະຖານະການນ້ຳເຊບັງຫຽງໃນເຂດເມືອງສອງຄອນ ວັດແທກໄດ້ 16.70 ແມັດ ເລີ່ມມີຄວາມໜ້າເປັນຫ່ວງຫຼາຍຂຶ້ນ ໂດຍຫຼາຍພື້ນທີ່ມວນນ້ຳ ລົ້ນຕະລິ່ງ ແລະ ເຂົ້າຖ້ວມເຮືອນຊານຂອງພີ່ນ້ອງປະຊາຊົນແລ້ວ ແລະ ຍັງມີທ່າອ່ຽງເພີ່ມສູງຂຶ້ນຕໍ່ໄປ

ພ້ອມເຕືອນ ໃຫ້ປະຊາຊົນຢູ່ຕາມແນວນ້ຳເຊບັງຫຽງ ແລະ ພື້ນທີ່ຕ່ຳ ເພີ່ມຄວາມລະມັດລະວັງ, ຕິດຕາມຂ່າວສານ ແລະ ການແຈ້ງເຕືອນຈາກທາງການຢ່າງໃກ້ຊິດ ພ້ອມຍົກຍ້າຍຄົນ, ຊັບສິນ, ສັດລ້ຽງ ແລະ ສິ່ງຂອງສຳຄັນໄປຍັງບ່ອນປອດໄພ

ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 55 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/15114
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













