ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາຄານ້ຳມັນດິບຄາດກຽມພຸ່ງແຮງ! ຫລັງສະຫະລັດ ອາເມລິກາ ເປີດມາດຕະການ 'Economic D-Day' ຍົກລະດັບມາດຕະການຄວ່ຳບາດ ອີຣານ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ39 ຄັ້ງ
ລາຄານ້ຳມັນດິບຄາດກຽມພຸ່ງແຮງ!  ຫລັງສະຫະລັດ ອາເມລິກາ ເປີດມາດຕະການ 'Economic D-Day' ຍົກລະດັບມາດຕະການຄວ່ຳບາດ ອີຣານ
ADadvertisement
ADadvertisement
ADadvertisement
ລາຄານ້ຳມັນດິບຄາດກຽມພຸ່ງແຮງ! ຫລັງສະຫະລັດ ອາເມລິກາ ເປີດມາດຕະການ 'Economic D-Day' ຍົກລະດັບມາດຕະການຄວ່ຳບາດ ອີຣານ

ພາບປະກອບ

ບລູມເບີກ ລາຍງານວ່າ ລາຄານ້ຳມັນດິບກຳລັງມຸ່ງໜ້າສູ່ການປັບຕົວຂຶ້ນຮອບອາທິດໃນລະດັບທີ່ມີໃນຍະສຳຄັນ ຫຼັງຈາກສະຫະລັດ ເດີນໜ້າຜັກດັນມາດຕະການໂດດດ່ຽວ(ຄວ່ຳບາດ)ເສດຖະກິດອີຣານ ເຊິ່ງຍິ່ງເພີ່ມຄວາມກັງວົນຕໍ່ຄວາມປັ່ນປ່ວນໃນຕະຫຼາດພະລັງງານ.

ສັນຍານ້ຳມັນດິບເວສເທັກຊັດ (WTI) ສົ່ງມອບເດືອນຕຸລາ ຊື້ຂາຍເໜືອ 86 ໂດລາຕໍ່ບາເຣລໃນເຊົ້າວັນສຸກ (21 ສ.ຫ. 2026) ໂດຍນ້ຳມັນດິບ WTI ກຳລັງມຸ່ງໜ້າສູ່ການປັບຂຶ້ນເກືອບ 6% ໃນຮອບສັບປະດາ ສ່ວນນ້ຳມັນດິບເບຣນທ໌ (Brent) ເຊິ່ງຖືກອ້າງອີງທົ່ວໂລກ ປິດໃກ້ 94 ໂດລາໃນວັນພະຫັດ ຫຼັງຈາກປັບຂຶ້ນຕິດຕໍ່ກັນ 5 ວັນທຳການ.

ADadvertisement
ADadvertisement
ADadvertisement

ສະຫະລັດກຽມເປີດມາດຕະການ Economic D-Day

ທ່ານ ສະກັອດ ເບສເຊນຕ໌ ລັດຖະມົນຕີວ່າການກະຊວງການເງິນສະຫະລັດ ລະບຸວ່າ ລັດຖະບານຈະເປີດເຜີຍລາຍລະອຽດຂອງມາດຕະການດັ່ງກ່າວໃນວັນຈັນໜ້າ ຫຼັງຈາກປະທານາທິບໍດີ ໂດນັລ ທຣຳ ເອີ້ນປະຕິບັດການນີ້ວ່າ “ວັນດີເດຍັງເສດຖະກິດ” (Economic D-Day) ມາດຕະການເຫຼົ່ານີ້ຈະມຸ່ງເປົ້າໄປທີ່ອີຣານ ແລະ ອາຈລາມໄປກະທົບປະເທດທີ່ເຮັດທຸລະກິດກັບສາທາລະນະລັດອິດສະລາມ ລວມເຖິງຈີນນຳດ້ວຍ.

ຕະຫຼອດປີນີ້ ລາຄານ້ຳມັນພຸ່ງຂຶ້ນຫຼາຍກວ່າ 50% ໃນຂະນະທີ່ຄວາມຂັດແຍ່ງລະຫວ່າງສະຫະລັດ ກັບ ອີຣານ ເຮັດໃຫ້ພາກຕາເວັນອອກກາງທີ່ອຸດົມດ້ວຍພະລັງງານຕ້ອງປະເຊີນຄວາມປັ່ນປ່ວນ ໂດຍທັງສອງຝ່າຍຕ່າງແຍ່ງຊິງການຄວບຄຸມຊ່ອງແຄບຮໍມຸຊ. ທ່ານ ເບສເຊນຕ໌ ລະບຸໃນການໃຫ້ສຳພາດກັບ ຊີເອັນບີຊີ (CNBC) ວ່າ ວໍຊິງຕັນເປັນຝ່າຍຄວບຄຸມເສັ້ນທາງເດີນເຮືອດັ່ງກ່າວ ແລະ ເຮືອຍັງສາມາດອອກຈາກພື້ນທີ່ໄດ້ຜ່ານຊ່ອງທາງເດີນເຮືອດ້ານໃຕ້. 

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່