ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມືອງສີໂຄດຕະບອງ ລົງກວດກາ ແລະ ມ້າງປ້າຍໂຄສະນາທີ່ຜິດລະບຽບ ພ້ອມສຶກສາອົບຮົມ ແລະ ປັບໃໝ ເຈົ້າຂອງທຸລະກິດທີ່ລະເມີດ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 2 ນາທີ56 ຄັ້ງ
ເມືອງສີໂຄດຕະບອງ ລົງກວດກາ ແລະ ມ້າງປ້າຍໂຄສະນາທີ່ຜິດລະບຽບ ພ້ອມສຶກສາອົບຮົມ ແລະ ປັບໃໝ ເຈົ້າຂອງທຸລະກິດທີ່ລະເມີດ
ADadvertisement
ADadvertisement
ADadvertisement

ການດໍາເນີນກິດຈະການ ບໍ່ໄດ້ຮັບອະນຸຍາດທັງການອອກແບບ ແລະ ຕິດຕັ້ງແມ່ນສົ່ງຜົນກະທົບຕໍ່ສະພາບວິວທິວທັດ ແລະ ການສັນຈອນໃນຕົວເມືອງ ລ້າສຸດ ເຈົ້າໜ້າທີ່ ເມືອງສີໂຄດຕະບອງ ລົງກວດກາ ເລີກຮື້ ທັງໝົດ ຖ້າຈະຕິດຕັ້ງຕໍ່ຕ້ອງຜ່ານການກວດກາ ແລະ ອະນຸຍາດຈາກເຈົ້າໜ້າທີ່ກ່ຽວຂ້ອງ.

ເມືອງສີໂຄດຕະບອງ ລົງກວດກາ ແລະ ມ້າງປ້າຍໂຄສະນາທີ່ຜິດລະບຽບ ພ້ອມສຶກສາອົບຮົມ ແລະ ປັບໃໝ ເຈົ້າຂອງທຸລະກິດທີ່ລະເມີດ

ຄະນະສະເພາະກິດຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຂອງເມືອງສີໂຄດຕະບອງ ສົມທົບກັບພາກສ່ວນກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຖະໜົນສີທອງ ແຕ່ໄຟແດງດົງນາໂຊກ ຫາ ບ້ານປາກທ້າງ ແລະ ຖະໜົນໜອງບຶກໃຕ້ ຫາ ຖະໜົນໜອງບົວທອງ ພາຍໃນຂອບເຂດເມືອງສີໂຄດຕະບອງ ໃນວັນທີ 25 ສິງຫາ 2026 ນໍາພາໂດຍ ທ່ານ ວັນນະເລດ ພິພັກ ຫົວໜ້າຫ້ອງວ່າການປົກຄອງເມືອງສີໂຄດຕະບອງ ພ້ອມດ້ວຍເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເຊິ່ງການລົງເຄື່ອນໄຫວຄັ້ງນີ້ ໂດຍເນັ້ນໜັກໃສ່ການມ້າງປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ເຮັດບົດບັນທຶກກັບຜູ້ວາງຂາຍສິນຄ້າ ແລະ ຕັ້ງຮ້ານຄ້າ ທີ່ກວມເອົາທາງຍ່າງ ຫຼື ພື້ນທີ່ສາທາລະນະ.

ເມືອງສີໂຄດຕະບອງ ລົງກວດກາ ແລະ ມ້າງປ້າຍໂຄສະນາທີ່ຜິດລະບຽບ ພ້ອມສຶກສາອົບຮົມ ແລະ ປັບໃໝ ເຈົ້າຂອງທຸລະກິດທີ່ລະເມີດ · ຮູບທີ 2

ການປະຕິບັດງານໃນຄັ້ງນີ້ ເກີດຂຶ້ນຫຼັງຈາກທີ່ຄະນະສະເພາະກິດ ໄດ້ດໍາເນີນການສຶກສາອົບຮົມ ແລະ ແຈ້ງເຕືອນຕໍ່ຜູ້ປະກອບການ ແລະ ຮ້ານຄ້າຕ່າງໆມາກ່ອນໜ້ານີ້ແລ້ວ ແຕ່ຍັງພົບເຫັນມີການຝ່າຝືນ ແລະ ບໍ່ປະຕິບັດຕາມລະບຽບການທີ່ວາງໄວ້.

ADadvertisement
ADadvertisement
ADadvertisement

ທ່ານ ວັນນະເລດ ພິພັກ ກ່າວວ່າ: ໃນໄລຍະຜ່ານມາ, ພວກພວກເຮົາໄດ້ລົງເຄື່ອນໄຫວຈັດສັນຢູ່ເສັ້ນທາງສີທອງ ແລະ ເສັ້ນທາງໜອງບຶກ–ໜອງບົວທອງ, ເຊິ່ງມີຈຸດປະສົງຫຼັກໃນການລົງມາແກ້ໄຂບັນດາປ້າຍທີ່ເນື້ອໃນບໍ່ຖືກຕ້ອງ ແລະ ການຕິດຕັ້ງປ້າຍທີ່ບໍ່ໄດ້ຮັບອະນຸຍາດ, ໂດຍສະເພາະແມ່ນ:

• ປ້າຍທີ່ຕັ້ງຢູ່ແຄມເສັ້ນທາງຟຸດບາດ ແລະ ທາງຄົນຍ່າງ.

• ບັນດາຕັ່ງ ແລະ ເຕັ້ນ ທີ່ວາງໄວ້ ຢູ່ໃນເຂດການສັນຈອນ ແລະ ທາງຟຸດບາດຂອງປະຊາຊົນ.

• ໄດ້ລົງໄປແກ້ໄຂຢູ່ເສັ້ນທາງໜອງບຶກ-ໜອງບົວທອງ ໂດຍພົບເຫັນການລະເມີດລະບຽບ ຈຶ່ງໄດ້ເກັບກຳປ້າຍມຮັກສາໄວ້ ຈຳນວນ 74 ປ້າຍ.

• ໄດ້ສຶກສາອົບຮົມກັບທີ່ ຈຳນວນ 30 ກວ່າກໍລະນີ.

• ໄດ້ມີການປັບໄໝ ຈຳນວນ 3 ກໍລະນີ.

ສໍາລັບແຜນການຕໍ່ໜ້າ, ພວກເຮົາຈະສືບຕໍ່ລົງຈັດສັນຢູ່ ເສັ້ນທາງ 13 ເໜືອ (ເລີ່ມແຕ່ສາມແຍກສີໄຄ ໄປຈົນຮອດຕະຫຼາດລາວອົດລີ) ແລະ ເສັ້ນທາງ ເຕ 2 (ແຖວບໍລິເວນຕະຫຼາດເຊັງຈຽງ), ພ້ອມທັງຈຸດຊຸມຊົນແອອັດຕ່າງໆທີ່ມີຄວາມຈຳເປັນ.

ເມືອງສີໂຄດຕະບອງ ລົງກວດກາ ແລະ ມ້າງປ້າຍໂຄສະນາທີ່ຜິດລະບຽບ ພ້ອມສຶກສາອົບຮົມ ແລະ ປັບໃໝ ເຈົ້າຂອງທຸລະກິດທີ່ລະເມີດ · ຮູບທີ 3

ຂໍຮຽກຮ້ອງມາຍັງຜູ້ປະກອບການທຸລະກິດທຸກທ່ານ ຫ້າມເດັດຂາດ ບໍ່ໃຫ້ມີການວາງປ້າຍໂຄສະນາ ຫຼື ສິ່ງກີດຂວາງຢູ່ເສັ້ນທາງຟຸດບາດ ແລະ ຫ້າມຕິດຕັ້ງປ້າຍໂດຍພະລາການ. ຖ້າຫາກບັນດາຫ້າງຮ້ານທຸລະກິດຢາກເຮັດປ້າຍໂຄສະນາເພື່ອສົ່ງເສີມຜະລິດຕະພັນຂອງຕົນເອງ, ໃຫ້ໄປປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ຄື: ຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວ ເມືອງສີໂຄດຕະບອງ: ເພື່ອອະນຸຍາດ ແລະ ກວດກາເນື້ອໃນປ້າຍ ໃຫ້ຖືກຕ້ອງຕາມລະບຽບຫຼັກການ. ພະແນກການໂຍທາທິການການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ເພື່ອລົງມາເບິ່ງຄືນ ແລະ ກວດກາສະຖານທີ່ຕິດຕັ້ງ ວ່າມີຄວາມເໝາະສົມ, ບໍ່ກີດຂວາງການສັນຈອນ ແລະ ຖືກຕ້ອງຕາມລະບຽບການ. 

ເມືອງສີໂຄດຕະບອງ ລົງກວດກາ ແລະ ມ້າງປ້າຍໂຄສະນາທີ່ຜິດລະບຽບ ພ້ອມສຶກສາອົບຮົມ ແລະ ປັບໃໝ ເຈົ້າຂອງທຸລະກິດທີ່ລະເມີດ · ຮູບທີ 4

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 56 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່